Breaking News

ສາວງາມອາຍຸ 19 ປີ ຈາກປະເທດ PUERTO RICO, ຄວ້າຕຳແໜ່ງ Miss World 2016.

ແບ່ງປັນ

ສາວງາມອາຍຸ 19 ປີ ຈາກປະເທດ ເປີໂຕຣິໂກ (PUERTO RICO) ຄວ້າຕຳແໜ່ງ Miss World 2016.

     ຕັດສິນກັນໄປຮຽບຮ້ອຍແລ້ວສໍາລັບເວທີປະກວດ Miss World 2016 ໃນຕອນເຊົ້າຂອງວັນທີ 19 ທັນວາ 2016 ນີ້ ຢູ່ທີ່ ປະເທດ ສະຫະລັດອາເມຣິກາ ໂດຍມີສາວງາມຈາກ 117 ປະເທດເຂົ້າຮ່ວມເຊິ່ງຜົນປາກົດວ່າຜູ້ທີ່ຄວ້າມຸງກຸດ Miss World 2016 ໄປຄອງໄດ້ແກ່ ສະເຕຟານີ່ ເດລ ເຟລເລ (Stephanie DEL VALLE) ອາຍຸ 19 ປີ ສາວງາມຈາກປະເທດ ເປີໂຕຣິໂກ.

15622122_10154879984859974_3589221096097268554_n

ຮອງອັນດັບ 1: ໄດ້ແກ່ ຍາຣິສຊາ ມິກູລີນາ ເຣເຍສ ຣາມິເຣດ ສາວງາມຈາກ ໂດມິນິກັນ

15541255_10154879961624974_1668471067333262830_n

ຮອງອັນດັບ 2: ໄດ້ແກ່ ນາຕາຊາ ແມນນູເອລາ ສາວງາມຈາກ ອິນໂດເນເຊຍ

15542415_10154879958154974_7378522810423557746_n

ສໍາລັບສະເຕຟານີ ເດລ ເວລເລ ເຈົ້າຂອງຕໍາແໜ່ງ Miss World 2016 ນາງເປັນນາງແບບເຈົ້າຂອງຄວາມສູງ 178 ຊັງຕີແມັດ ທີ່ສາມາດເວົ້າໄດ້ 3 ພາສາຄື: ສະເປນ, ອັງກິດ ແລະ ຝຣັ່ງ,  ໂດຍໃນວີດີໂອແນະນໍາຕົວຜູ້ເຂົ້າຮ່ວມປະກວດຄັ້ງນີ້ນາງໄດ້ກ່າວວ່າ ການເຮັດໜ້າທີ່ເປັນຕົວແທນສາວງາມຈາກ ເປີໂຕຣິໂກ ເທື່ອນີ້ຖືວ່າໄດ້ຮັບກຽດອັນສູງສົ່ງ ແລະ ຄວາມຮັບຜິດຊອບອັນຍິ່ງໃຫຍ່ ເຊິ່ງສຸດທ້າຍນາງກໍບໍ່ເຮັດໃຫ້ຄົນທັງປະເທດຜິດຫວັງ ກາຍມາເປັນສາວງາມຈາກ ເປີໂຕຣິໂກ ຄົນທີ່ 2 ທີ່ຄວ້າມຸງກຸດ ຈາກເວທີ Miss World ມາຄອບຄອງໄດ້ຢ່າງສຳເລັດຜົນ.

Miss Puerto Rico Stephanie Del Valle (C) reacts after winning in the Grand Final of the Miss World 2016 pageant at the MGM National Harbor December 18, 2016 in Oxon Hill, Maryland.   / AFP PHOTO / ZACH GIBSON

ແລະທາງເຮົາກໍບໍ່ພາດທີ່ຈະນຳຄຣິບວິນາທີປະກາດຜົນມາຝາກ….

 

ແບ່ງປັນ