Breaking News

 ແມ່ຍິງລາວຜົນງານແຕ້ມຮູບດັງໄກລະດັບໂລກ ໃຜວ່າແມ່ຍິງເປັນສິລະປິນບໍ່ໄດ້?

ແບ່ງປັນ

Hello ໝູ່ເພື່ອນທຸກໆຄົນ ເວົ້າເຖິງເລື່ອງສິລະປະເປັນຫຍັງທີ່ຍາກທີ່ຈະອະທິບາຍ ແຕ່ກໍ່ບໍ່ຍາກທີ່ຈະເຂົ້າໃຈ, ມື້ນີ້ພິເສດແດ່ເພາະຈະພາທຸກໆຄົນມາຊອກຫາແຮງບັນດານໃຈ ໂດຍມີແມ່ຍິງລາວຄົນເກັ່ງອີກໜຶ່ງຄົນທີ່ຈະແນະນຳໃຫ້ຮູ້ຈັກນີ້ມາເປັນຕົ້ນແບບໃຫ້..ຫັ້ນແນ່ຍາກຮູ້ຈັກກັບນາງແລ້ວແມ່ນບໍ່? Ok ໄດ້ເລີຍນຳມາຕິດໆເລີຍໄວໆໆ!!!

ມາຮູ້ຈັກ! ນັກແຕ້ມຮູບຮ່ວມສະໄໝ ແມ່ຍິງລາວຝີມືດີ ຜົນງານໂດ່ງດັງໄກລະດັບໂລກ ວິຣະວົງ ສະໂກວິວ (ໂອເລ້) ອາຍຸ 39 ປີ, ອາຊີບ ນັກແຕ້ມ ເປັນອີກໜຶ່ງແມ່ຍິງລາວຄົນເກັ່ງທີ່ ຂວັນໃຈ ເຮົາຢາກແນະນຳໃຫ້ແຟນໆໄດ້ຮູ້ຈັກ ແລະ ມື້ນີ້ເຮົາກໍມີໂອກາດໄດ້ນຳເອົາເລື່ອງລາວຂອງແມ່ຍິງທີ່ຊື່ ໂອເລ້ ຄົນນີ້ໃນເສັ້ນທາງການເປັນນັກແຕ້ມທີ່ບອກເລີຍວ່າບໍ່ໄດ້ໂຮຍດ້ວຍກີບກຸຫຼາບ…ແຟນໆອ່ານແລ້ວອາດຈະໄດ້ໄອເດຍ ໄດ້ມີແຮງບັນດານໃຈດີໆ ໃນການສ້າງຝັນຂອງຕົວເອງຈົນສຳເລັດຕໍ່ໄປ…

ສິລະປິນຮ່ວມສະໄໝ ຊາດນີ້ຂໍເປັນນັກແຕ້ມເທົ່ານັ້ນ

ເມື່ອເອີ່ຍຊື່ ໂອເລ້ ວິຣະວົງ ສະໂກວິວ ສິລະປິນແຕ້ມຮູບຮ່ວມສະໄໝ ທີ່ມີແນວທາງເປັນເອກະລັກຂອງຕົນເອງ ດ້ວຍລວດລາຍ ແລະສີສັນອັນໂດດເດັ່ນ ຜົນງານຂອງລາວສ້າງຄວາມປະທັບໃຈໃຫ້ກັບຊາວຕ່າງປະເທດ ທີ່ໄດ້ພົບເຫັນມາຫຼວງຫຼາຍ ບໍ່ວ່າຈະເປັນ ອາເມລິກາ, ຝຣັ່ງ, ເຢຍລະມັນ, ອົດສະຕາລີ, ສະເປນ ຮ່ອງກົງ ແລະໄທ ແຕ່ໃນລາວເອງ ພັດມີພຽງກຸ່ມຄົນນ້ອຍໆ ທີ່ຮູ້ຈັກແມ່ຍິງມະຫັດສະຈັນຜູ້ນີ້.

ເກີດມາພ້ອມກັບຄວາມຫຼົງໃຫຼ (Passion)

ໂອເລ້ ເກີດມາພ້ອມກັບຄວາມຫຼົງໃຫຼ (Passion) ໃນການແຕ້ມຮູບ ເມື່ອຈື່ຄວາມໄດ້ກໍເລີ່ມຈັບສໍແຕ້ມຮູບແລ້ວ ໂດຍເລີ່ມແຕ້ມຮູບກະຕູນ ຈົນຮອດອາຍຸ 9-10 ປີ ກໍເລີ່ມແຕ້ມຮູບຄົນເໝືອນຈິງ ໂດຍເກັບເອົາຮູບຂອງດາລາດັງໆມາແຕ້ມ ເພື່ອເຝິກຊ້ອມ ແບບບໍ່ຮູ້ເບື່ອໜ່າຍ ເພາະອາລົມຄວາມຮູ້ສຶກຕອນນັ້ນ ຄືມັກຈິນຕະນາການເຫັນພາບໃນຫົວ ແລ້ວມັນກໍ່ມ່ວນໃນການແຕ້ມໆອອກມາເອງ ສະຫຼຸບຄືຂໍໃຫ້ໄດ້ແຕ້ມສາກ່ອນກໍພໍໃຈ

ໃຜວ່າແມ່ຍິງເປັນສິລະປິນບໍ່ໄດ້??

ແມ່ນຢູ່ວ່າສິລະປິນດັງໆໃນໂລກນີ້ມີແຕ່ຜູ້ຊາຍເປັນສ່ວນຫລາຍ ແຕ່ໂອເລ້ ເຊື່ອວ່າແມ່ຍິງກໍເປັນສິລະປິນໄດ້ ແລະຄວນຈະໄດ້ຮັບການສະຫນັບສະຫນຸນໃຫ້ຫລາຍກວ່າເກົ່າ ການເປັນສິລະປິນຕ້ອງເປັນໃນແບບຂອງຕົນເອງ ຮູບພາບຂອງ ໂອເລ້ ຈຶ່ງເຕັມໄປດ້ວຍເອກະລັກ ເລື່ອງລາວຂອງແມ່ຍິງລາວແລະແມ່ຍິງທົ່ວໂລກ ທີ່ແຕ້ມດ້ວຍລາຍເສັ້ນແປກຕາ ແລະສີສັນແບບຮ່ວມສະໄໝ ສະແດງເຖິງສະຖານະພາບຂອງແມ່ຍິງ ພາຍໃຕ້ຂອບວັດທະນະທຳລາວ ຄວາມສຸກ ຮອຍຍິ້ມ ຄວາມກົດດັນ ຄວາມຮຸນແຮງທາງເພດ ການຈຳກັດອິດສະຫຼະທາງດ້ານຄວາມຄິດ ແລະການປາກເວົ້າທີ່ເກີດຂຶ້ນແທ້ ໃນຊີວິດປະຈຳວັນ ໃນສາຍຕາທີມງານຂວັນໃຈ ໂອເລ້ ຈຶ່ງເປັນສິລະປິນທີ່ຜະລິດຜົນງານອອກມາດ້ວຍຫົວໃຈ ບໍ່ເຄີຍຄິດກ່ຽວກັບຊື່ສຽງ ນາງແຕ້ມຮູບດ້ວຍຄວາມຮັກ ແລະມີຄວາມສຸກກັບມັນຢ່າງແທ້ຈິງ

ໃຊ້ຄວາມກົດດັນ ເປັນແຮງຊຸກຍູ້ ເພື່ອໄປຫາເປົ້າໝາຍ

ຕອນຍັງນ້ອຍ ພາບຂອງໂອເລ້ ໃນສາຍຕາຄອບຄົວແບບລາວໆ ເບິ່ງຄືເປັນລູກສາວຫົວແຂງ ເອົາແຕ່ໃຈຕົນເອງ ແລະມັກຕໍ່ຕ້ານ ເນື່ອງຈາກບໍ່ມີໃຜເຂົ້າໃຈຄວາມມັກສິລະປະຂອງນາງ ໄດ້ແຕ່ຖາມຕົນເອງວ່າ: ເປັນຫຍັງຂ້ອຍຈຶ່ງເຮັດ ຫຼືເປັນສິ່ງທີ່ຂ້ອຍມັກບໍ່ໄດ້? ຄໍາຖາມນີ້ ກ້ອງຢູ່ໃນຫົວຂອງ ໂອເລ້ ສະເໝີ ຕອນນັ້ນ ໂອເລ້ ໄດ້ແຕ່ນຳເອົາຄວາມເກັບກົດທີ່ມີ ແຕ້ມລົງໃນພາບວາດຂອງຕົນເອງ ນຳມາສ້າງເປັນກະຕູນ ຫຼືລະບາຍສີ ເຊິ່ງເຮັດໃຫ້ນາງມີແຮງບັນດານໃຈແບບທະວີຄູນ ໃນການສ້າງສັນຜົນງານ ເພາະນາງເຊື່ອວ່າ ການເປັນສິລະປິນບໍ່ໄດ້ທຳຮ້າຍໃຜ ແລະໄດ້ສັນຍາກັບຕົນເອງວ່າ ຕ້ອງພະຍາຍາມດຸຫມັ່ນ ແລະສູ້ຈົນເຖິງທີ່ສຸດ

ຈົ່ງປ່ອຍໃຫ້ຄວາມຝັນນຳທາງໄປສູ່ເສັ້ນໄຊ

ໂອເລ້ ເປັນຕົວແທນຂອງແມ່ຍິງທີ່ເຂົ້າໃຈຕົນເອງຢ່າງຈະແຈ້ງ ຮູ້ວ່າຕົນເອງຕ້ອງການ ແລະບໍ່ຕ້ອງການຫຍັງໃນຊີວິດ ພ້ອມທັງພະຍາຍາມທຸກຢ່າງເພື່ອຕໍ່ສູ້ກັບແຮງຕ້ານຂອງຄອບຄົວ ແລະສັງຄົມ ກ້າເປີດພື້ນທີ່ຄວາມເປັນສິລະປິນຍິງໃຫ້ຕົນເອງ ເຮັດໃຫ້ທຸກມື້ນີ້ ນາງໄດ້ຮັບການຍອມຮັບ ໄດ້ມີໂອກາດ ເປີດງານວາງສະແດງຜົນງານຂອງນາງ ຢູ່ຫຼາຍປະເທດທັງ ອາເມລິກາ ແລະອາຊີບ

ຂໍ້ມູນຈາກ: ວາລະສານ ຂວັນໃຈ

ຮູບພາບ: Olé Scovill

ແບ່ງປັນ