Breaking News

ດຣ່າມ່າ! ສາວໂວຍ…ໂພສເດືອດປະຈານສະຖານທີ່ທ່ອງທ່ຽວດັງ!!

ແບ່ງປັນ

ໃນວັນທີ 20 ພຶດສະພາ ໄດ້ມີຜູ້ໃຊ້ເຟສບຸກລາຍໜຶ່ງນາມວ່າ N Bua Soulisa ໄດ້ໂພສເຖິງສະຖານທີ່ທ່ອງທ່ຽວຊື່ດັງ ເຊິ່ງພໍແຕ່ໂພສເຮັດໃຫ້ມີກະແສວິພາກວິຈານ ແລະ ມີຄົນເຂົ້າມາສະແດງຄວາມຄິດເຫັນ ແລະ ມີການກົດໄລ້ ກົດແຊຣກັນຢ່າງຫຼວງຫຼາຍ ເຊິ່ງເນື້ອໃນທີ່ສາວຄົນນີ້ໄດ້ໂພສມີຢູ່ວ່າ:

“ມື້ນີ້ມີເລື່ອງ ມາເລົ່າສູ່ຟັງ  ທີ່ຫີນຄັນນາ  ວັນທີ່ 20.5.2018 ກົງກັບວັນອາທິດ ຂ້ອຍໄດ້ໄປພັກຜ່ອນກິນເຂົ້າແບບທຳມະຊາດເພື່ອພັກຜ່ອນ ຄ່າເຂົ້າສະຖານທີ່ແຫຼ່ງທ່ອງທ່ຽວ 45.000ກີບ ຄ່າຕູບ 30.000 ຄ່າສາດ 20.000 ຄ່າຫ້ອງເຂົ້າ 2000 ນ້ອງສາວຂໍເງິນໄປເຂົ້າຫ້ອງນໍ້າ 2000 ກີບ ຂ້ອຍເລີຍໃຫ້ໄປໃບ 20.000 ເຂົ້າຫ້ອງນໍ້າອອກມາກຳລັງຈ່າຍເງີນຄ່າເຂົ້າຫ້ອງນໍ້າ 2000 ແລ້ວພະນັກງານວ່າ ຂໍຄ່າຕົ່ງນໍ້າແນ່ຕຸກລະ 5000 ກີບ ນ້ອງກະຈ່າຍໄປເດັກນ້ອຍບໍ່ຮູ້ຫຍັງກະຈ່າຍໄປຕາມທຳມະດາ
ຄິດວ່າເພີ່ນສິບໍ່ໄລ່ຄ່ານໍ້າ 2 ຕຸກທີ່ເອົາໄປຕົ່ງຢູ່ຫ້ອງນຳນັ້ນ ອອກມາລະວ່າ… ຂໍເກັບເງິນຄ່ານໍ້າແນ່ເດີ້ ຕຸກລະ 5000 ກີບ ນ້ອງຂ້ອຍກະຈ່າຍ ມາຮອດຕູບ ລະນ້ອງສາວມາບອກວ່າ ເຮົາໄປຕົ່ງນໍ້າຢູ່ຫ້ອງນໍ້າເຂົາເກັບເງິນຄ່ານໍ້າຕຸກລະ 5000 #ຂ້ອຍຫະ ຄ່າເຂົ້າໄປຂີ້ກະເສຍເງິນແລ້ວ 2000 ກີບ ຄ່ານໍ້າສໍ່ານິກະເກັບຫວະ #ກູໃຈຂື້ນເລີຍ ພາກູໄປເອົາເງີນຄືນ ເອົານໍ້າໄປສົງມັນ ມັນຄືໂພດແທະພາກູໄປ ?ຢ່າງໄປຫ້ອງນໍ້າ


ກູ . ແມ່ນຫຍັງມາເຂົ້າຫ້ອງນໍ້າກະຈ່າຍເງິນລະ ກະແຄ່ຕົງນໍ້າ 2 ຕຸກນິກະເສຍເງິນຫວະ
ຂ້ອຍບໍ່ເອົານໍ້າສົ່ງຄືນ ເອົາເງິນຂ້ອຍມາ . ຕາຍຊໍ່ານິກະເກັບເນາະສົມພໍບໍ່ມີຄົນມາຫຼີ້ນ ຈະແມ່ນໜ້າເງິນ
ເບີ່ງສະຖານທີ່ກະບັກເປື້ອນໆ ບໍ່ແມ່ນຫຍັງໃດ ເສຍເງິນດ້າມ 10.000 ກະເສຍໄດ້ຢູ່ ແຕ່ກູເສຍຄວາມຮູ້ສຶກ ???
ປລ : ຝາກແຊຣໄປໃຫ້ເຈົ້າຂອງຫີນຄັນແນ່ເນາະ ວ່າຢ່າໜ້າເງີນຫຼາຍ ສົມພໍບໍ່ມີໃຜໄປທ່ອງທ່ຽວນຳຊຸ່ມເຈົ້າ ຂອບໃຈ ເຈັບໃຈແຮງກັບບ່ອນນິ”

 

(ສ່ວນເລື່ອງລາວຈະເປັນແນວໃດ ກໍ່ຄົງຕ້ອງຖ້າໃຫ້ອີກຝ່າຍມາຊີ້ແຈງຕໍ່ໄປ…)

โพสต์โดย N Bua Soulisa เมื่อ 20 พฤษภาคม 2018

โพสต์โดย N Bua Soulisa เมื่อ 20 พฤษภาคม 2018

 

ທີ່ມາ: N Bua Soulisa

ແບ່ງປັນ