Breaking News

ຈາກເດັກນ້ອຍໄວ 11 ຕໍ່ສູ້ເພື່ອຄວາມເທົ່າທຽມ ປັດຈຸບັນຄື ເມແກຣນ ດັສເຊວແຫ່ງຊັສເຊັກ 

ແບ່ງປັນ

ຍ້ອນກັບໄປເມື່ອ 25 ປີກ່ອນ ເມແກຣນ ໃນໄວເດັກ ຫຼືຊື່ເກົ່າຄື ເຣເຊວ ເມແກຣນ ມາເຄິນ ອາຍຸພຽງ 11 ປີ ໃນເວລາທີ່ກຳລັງເຂົ້າຮຽນໃນຊັ້ນຮຽນວິຊາສັງຄົມສາດພ້ອມກັບໝູ່ເພື່ອນ ແລະ ໄດ້ເບິ່ງໂຄສະນາສິນຄ້າກ່ຽວກັບນໍ້າຍາລ້າງຈານຍີ່ຫໍ້ໜຶ່ງ ທີ່ເວົ້າເຖິງ ແມ່ຍິງທົ່ວທັງອະເມຣິກາທີ່ກຳລັງຕໍ່ສູ້ກັບຄາບນໍ້າມັນທີ່ຕິດຢູ່ຕາມໝໍ້ ຈາກນັ້ນກໍ່ມີເດັກນ້ອຍຜູ້ຊາຍສອງຄົນໃນຊັ້ນຮຽນ ໄດ້ເວົ້າຂຶ້ນວ່າ (ແມ່ນ! ບ່ອນຂອງແມ່ຍິງຄືຕ້ອງຢູ່ໃນຫ້ອງຄົວ) ພໍແຕ່ໄດ້ຍິນເຮັດໃຫ້ ເມແກຣນ ຮູ້ສຶກຊ໋ອກ ແລະ ໃຈຮ້າຍ ມັນບໍ່ແຟຣເລີຍ ລາວຈຶ່ງຄິດວ່າຄວນຈະຕ້ອງເຮັດຫຍັງຈັກຢ່າງ ແລະ ນັ້ນຄືຈຸດເລີ່ມຕົ້ນທີ່ເຮັດໃຫ້ ເມແກຣນ ກາຍເປັນນັກລົນນະລົງເພື່ອຄວາມເທົ່າທຽມທາງເພດ

 

 

 

 

 

 

 

 

 

 

 

 

ເມແກຣນ ດັສເຊວແຫ່ງຊັສເຊັກ ເກີດເມື່ອວັນທີ 4 ສິງຫາ ພ.ສ. 2524 ແລະ ເຕີບໃຫ່ຍທີ່ເມືອງ ລອສແອງເຈີລິດ ພຣະຊາຍາໃນເຈົ້າຊາຍ ແຮລີ່ ດຸຣກແຫ່ງຊັສເຊັກ ເມື່ອກ່ອນເປັນນັກສະແດງ ນາງແບບ ແລະ ນັກມະນຸດສະທຳ ສັນຊາດ ອະເມຣິກາ ມີຊື່ສຽງມາຈາກບົດບາດຂອງ ເຣເຊວ ເຊນ (Rachel Zane) ໃນຊີ່ລີ່ເລື່ອງ ຄູ່ຫູທະນາຍປ່ວນ ດ້ານການສຶກສາຕອນອາຍຸ 5 ປີ ເຂົ້າຮັບການສຶກສາທີ່ ຮຮ ເອກກະຊົນ  Hollywood Little Red Schoolhouse ຕໍ່ມາໄດ້ສຶກສາຕໍ່ທີ່ Immaculate Heart High School ເຊິ່ງເປັນ ຮຮ ຄາທໍລິກຍິງລ້ວນໃນ ລອສແອງເຈີລິດ ແລະ ສຳເລັດການສຶກສາລະດັບອຸດົມສຶກສາຈາກປະລິນຍາຕີເອກການລະຄອນ ແລະ ການສຶກສານາໆຊາດ ມະຫາວິທະຍາໄລ ນອສເວດເທີນ ໃກ້ເມືອງ ຊິຄາໂກ້

ຈຸດເລີ່ມຕົ້ນຂອງການຮຽກຮ້ອງຄວາມເທົ່າທຽມທາງເພດ ຫຼັງຈາກທີ່ ເມແກຣນ ໄດ້ເບິ່ງໂຄສະນາສິນຄ້າກ່ຽວກັບນໍ້າລ້າງຈານນັ້ນ ລາວຈຶ່ງໄດ້ກັບມາເລົ່າທັງໝົດໃຫ້ຜູ້ເປັນພໍ່ຟັງ ແລະ ພໍ່ຂອງລາວຈຶ່ງໄດ້ສະໜັບສະໜຸນໃຫ້ ເມແກຣນ ຂຽນຈົດໝາຍ ຕອນນັ້ນ ເມແກຣນ ອາຍຸພຽງແຕ່ 11 ປີ ຖ້າຈະຂຽນຈົດໝາຍຫາໃຜຈັກຄົນທີ່ມີອິດທິພົນ ຕໍ່ເລື່ອງນີ້ຈະເປັນໃຜ ແນ່ນອນຕ້ອງເປັນສະຕຣີໝາຍເລກໜຶ່ງໃນເວລານັ້ນ ຮິວລາລີ່ ຄຣິນຕັ້ນ ລວມໄປເຖິງພິທີ່ກອນຂ່າວກ່ຽວກັບເດັກ ແລະ ທະນາຍຄວາມ ແລະ ຂຽນເຖິງບໍລິສັດຜູ້ຜະລິດນໍ້າຢາລ້າງຈານດັ່ງກ່າວ

ຫຼັງຈາກນັ້ນຜ່ານໄປບໍ່ດົນ ຜົນປະກົດວ່າ ເມແກຣນ ໄດ້ຮັບຈົດໝາຍໃຫ້ກຳລັງໃຈມາຈາກ ຮິວລາລີ່ ຄຣິນຕັ້ນ ພິທີກອນລາຍການເດັກ ແລະ ທະນາຍ ເຊິ່ງມັນເປັນເລື່ອງທີ່ໜ້າເຫຼືອເຊື່ອສຳລັບເມແກຣນ ແລະ ບໍ່ດົນລາຍການຂ່າວສຳລັບເດັກໄດ້ສົ່ງທີມຊ່າງພາບມາທີ່ບ້ານ ເພື່ອບັນທຶກເລື່ອງລາວດັ່ງກ່າວ

ໜຶ່ງເດືອນຕໍ່ມາ ບໍລິສັດນໍ້າຢາລ້າງຈານ ກໍ່ໄດ້ເຮັດການປ່ຽນໂຄສະນາ ນໍ້າຢາລ້າງຈານ ຈາກ ແມ່ຍິງທົ່ວທັງອະເມຣິກາ ທີ່ກຳລັງຕໍ່ສູ້ກັບຄາບຄວາມມັນຢູ່ໝໍ້ກະທະ ມາເປັນ ຜູ້ຄົນທົ່ວທັງອະເມຣິກາ ແລະ ເມື່ອຜ່ານໄປ 22 ປີ ເມແກຣນເຊິ່ງເຕີບໃຫ່ຍເປັນຜູ້ໃຫ່ຍ ໃນໄວອາຍຸ 33 ປີ ໄດ້ຮັບເຊີນໄປກ່າວປະຖະຄະຖາວ່າດ້ວຍເລື່ອງຄວາມເທົ່າທຽມທາງເພດ ທີ່ອົງການສະຫະປະຊາຊາດ ໃນປີ 2558 ເມແກຣນກໍ່ໄດ້ກ່າວຍ້ອນໃນສິ່ງທີ່ລາວໄດ້ເຮັດ ເມື່ອຕອນອາຍຸ 11 ປີ ວ່າຄວາມປ່ຽນແປງສາມາດເກີດຂຶ້ນໄດ້ສະເໝີ ຖ້າເຮົາກ້າພໍທີ່ຈະລົງມື

ຜ່ານມາ 3 ປີ ເມແກຣນ ມາເຄິນ ໄດ້ກາຍເປັນ ເມແກຣນ ດັສເຊວແຫ່ງຊັສເຊັກ ໜຶ່ງໃນສະມາຊິກຣາດຊະວົງອັງກິດ

ພາບຈາກ www.harpersbazaar.comInside Edition, A Plus

ຂໍ້ມູນ: https://teen.mthai.com/variety/149830.html

ແບ່ງປັນ