Breaking News

ຄົນບັນເທີງເຂົ້າຮ່ວມໃນພິທີປະກາດ ນະຄອນປາກເຊ ມີໃຜແດ່ມາເບິ່ງກັນ…

ແບ່ງປັນ

ປະກາດໃຫ້ໂລກຮູ້ໄປເລີຍວ່າ ມ.ປາກເຊ ແຂວງ ຈຳປາສັກ ປ່ຽນມາເປັນ ນະຄອນປາກເຊ ແລ້ວເດີ້ ເຊິ່ງພິທີໄດ້ຈັດຂຶ້ນຢ່າງຍິ່ງໃຫ່ຍທີ່ ທີ່ເດິ່ນກີລາຫຼັກສອງ ເມືອງປາກເຊ ແຂວງຈໍາປາສັກ ໃນວັນທີ 31 ພຶດສະພາ 2018 ທີ່ຜ່ານມາ ແລະ ຍັງມີບັນດາຄົນບັນເທີງໄປຮ່ວມພິທີຢ່າງຫຼວງຫຼາຍເຊັ່ນ: ຫຼິງຫຼິງ ປິຍະດາ ສາວປະເພດສອງໝາຍເລກ 1, ແພັດ ເພັດດາວອນ ນັກຮ້ອງເງິນລ້ານ, ລູຊີ່ ວົງປະເສີດ Miss Vientiane2018, ບິໂບ່ ດວງພະໄທ Misslaos 2017, ມາລີ ນົບພະລັດ Miss grand laos 2018, ຄະນະນາງສາວງາມ Miss Champasak 2018 ແລະ ຍັງມີ ຂວັນ ອຸສາມະນີ ນັກສະແດງຊື່ດັງຈາກປະເທດເພື່ອນບ້ານທີ່ເຂົ້າຮ່ວມພາຍໃນງານໃນເທື່ອນີ້…

ເຊິ່ງບັນດາຄົນດັງກໍ່ມີໂອກາດໄດ້ແຕ່ງຊຸດໄໝລາວ ບອກເລີຍວ່າງາມຫຼາຍໆ ລອງມາເບິ່ງກັນ…

ຫຼິງຫຼິງ ປິຍະດາ ແລະ ໜຸ່ມ ເລນ ມິ່ງເມືອງ (ທ.ບາຈຽງ ແລະ ນາງ ມະໂລງ)

ຄະນະນາງສາວງາມຈາກເວທີຕ່າງໆ…

ແພັດ ເພັດດາວອນ

ຂວັນ ອຸສາມະນີ ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ກໍ່ໄດ້ເຂົ້າຮ່ວມ ແລະ ນຸ່ງຊຸດໄໝລາວ ງາມອີຫລີ!!!

ແລະ ຍັງມີພາບບັນຍາກາດພິທີປະກາດ ນະຄອນປາກເຊ ທີ່ເດິ່ນກີລາຫຼັກສອງ ເມືອງປາກເຊ ແຂວງຈໍາປາສັກ ໃນວັນທີ ໃນວັນທີ 31 ພຶດສະພາ 2018 ມາຝາກມາຕ້ອນແຟນໆອີກເດີ້ ຍິ່ງໃຫ່ຍອະລັງການແທ້ໆ…ຊົມເຊີຍ #ແຊຣໄປໃຫ້ໂລກຮູ້

ຂໍຂອບໃຈຮູບພາບຈາກເຫຼົ່າຄົນບັນເທີງ

ແບ່ງປັນ