Breaking News

ຊາວເນັດຫຼອນ! ເມື່ອມີສາວໂພສວ່າ ຝັນເຫັນຍິງຍຸກບູຮານ ນຸ່ງຊຸດລາວມາເຂົ້າຝັນແບບນີ້… (ກະລຸນາໃຊ້ວິຈາລະນະຍານ)

ແບ່ງປັນ

ເປັນກະແສຮືຮາ ຫຼອນໄປຕາມໆກັນ ເມື່ອມີຜູ້ໃຊ້ ເຟສບຸກ ລາຍໜຶ່ງໄດ້ໄປທີ່ຈັງຫວັດ ຊຽງໃໝ່ (ປະເທດໄທ) ແຕ່ເລື່ອງຂອງເລື່ອງກໍ່ຄືວ່າ ນາງໄດ້ຝັນຫາແມ່ຍິງເກົ່າຍຸກບູຮານ ມາບອກວ່າລໍຖ້າຕົນມາໄດ້ 115ປີແ້ລວ,  ເຊິ່ງສາວຄົນນີ້ກໍ່ໄດ້ຂຽນໂພສ ພ້ອມຮູບພາບວ່າ:

“ມື້ນີ້ມາຮອດຊຽງໃຫມ່ເວລາສາມໂມງແລງ ແລະ ຮູ້ສຶກເມື່ອຍເພາະບໍ່ໄດ້ນອນ ຮອດຫ້ອງຄອບເຈົ້າທີ່ກະນອນພັກໂລດ (ກ່ອນຈະເລົ່າຂໍບອກກ່ອນວ່າຂ້າພະເຈົ້າບໍ່ເຄີຍມຊຽງໃຫມ່ຈັກເທື່ອ) ນອນປຸບກະຝັນຄືໂຕເອງຍັງຫລີ້ນໂທລະສັບຢູ່ ແນມໄປຫ້ອງນໍ້າ..ມີຜູ້ຍີງນຸ່ງຄືຊຸດກິນດອງ ສີມ້ວງ ຊຸດລາວຍ່າງອອກມາ ຮອດຕີນຕຽງ ລາວເວົ້າຄໍາເມືອງຊຽງໃຫມ່ວ່າ ມືງໄປກັບກູໄປທ່ຽວໄປ້ ຂ້ອຍກະລຸກ ໄປນໍາໂລດລາວພາຍ່າງເຂົ້າຫ້ອງນໍ້າ ຂ້ອຍເຫັນຂັນໂຕກ ສາມຂັນ ກະເອະໃຈວ່າເອົາຝັນຫວານິ!! ຍ່າງນໍາກົ້ນລາວໄປ ພາຂ້ອຍຍ່າງເຂົ້າວັດ ຂຽນຊື່ວັດວ່າ (วัดภูคํา) ຂ້ອຍກະຍ່າງໄປນໍາລາວໆພາອ້ອມສິມຄ້າຍກັບວັດຢູ່ເມືອງຫລວງ ລະໄປຈົບຢູ່ທີ່ພະທາດ ສີ່ຫລ່ຽມສີເກົ່າໆ ລະບອກຂ້ອຍວ່າ ອັນນີ້ພະທາດຂອງກູ ກູຖ້າມືງມາ115ປີ ມືງຕິດຫນີ້ກູ ມືງມາມາໃຊ້ກູດຽວນິ ຂ້ອຍຕອບວ່າ ຂ້ອຍຕິດຫຍັງເຈົ້າ? ຂ້ອຍໃຊ້ແບບອຶ່ນໄດ້ບໍ່? [ບາດນິປ່ຽນເປັນຊຸດຊົນເຜົ່າ] ບໍ່! ຊາດກ່ອນມືງເປັນສ່ຽວກູ! ມືງບອກກູຕາຍມືງກະຕາຍ!ກູຍັງມືງກະຕ້ອງຍັງຂ້ອຍກະວ່າຂ້ອຍຈື່ຊາດອະດີດບໍ່ໄດ້ ໃຫ້ຂ້ອຍເຮັດແນວໄດ?ລາວວ່າ ມືງຈື່ເດີ້ ກູຊື່ ພູຄໍາ ກູຢາກໃຫ້ມືງໃຊ້ຫນີ້ກູ ສັງຄະທານ ຂະຫນົມ ຕົ້ນເງີນ ມືງມາເຈິກູບໍ່ແມ່ນເລື້ອງບັງເອີນເນີ້ ຂ້ອຍກະໄດ້ເເຕ່ຂໍອ້ອນວອນວ່າກັບລາວ ແລ້ວຈະໄປເຮັດໃຫ້ເດີ້ ຂ້ອຍຮູ້ແລ້ວບາດນິ ສັນຍາຊິເຮັດໃຫ້ອີ່ຫລີ ຂໍໄປນອນຕໍ່ໄດ້ບໍ່ໂຄດເມື່ອຍ ກາບຕໍ່ຫນ້າພະທາດສາມບາດ ລະກະຕື່ນ ຕື່ນມາລອງເຊີສໃສ່ຄໍາວ່າ (วัดภูคำ เชียงใหม่) ຜົນທີ່ໄດ້ຄື ມີແທ້ ມີພະທາດ ມີສິມອັນດຽວກັນເລີຍ ອີ່ຫວື້ງບໍ່ໄດ້ບ້າໄບ່ ບ້ານອນ ຫລືເມົາຢາປ່າລ້າແຕ່ຢ່າງໄດ??‍♀️ຟ້າເອີ້ຍຕາຄ້າງ???????ຕາມຮູບລຸ່ມນີ້

ເຊິ່ງໂພສດັ່ງກ່າວເຮັດໃຫ້ມີຄົນສົນໃຈ ຫຼອນໄປຕາມໆກັນ ແລະ ຍັງມີເຂົ້າມາສະແດງຄວາມຄິດເຫັນກັນຕ່າງໆນາໆ ແຖມກົດໄລ້ ກົດແຊຣໂພສດັ່ງກ່າວຢ່າງຫຼວງຫຼາຍ (ກະລຸນາໃຊ້ວິຈາລະນະຍານ)

ທີ່ມາ: fb/Ningnöng Laos Windwest

ແບ່ງປັນ