Breaking News

ສະແດງຄວາມຍິນດີ! ຊຸດປະຈຳຊາດລາວໄດ້ໄປຕໍ່… ຕິດ Top 20 (ຢ່າລືມເຂົ້າໄປໂຫວດໃຫ້ Miss Grand Laos) 

ແບ່ງປັນ

ວ້າວວວ!!! ເປັນຂ່າວດີຂອງຄົນລາວເຮົາທຸກໆຄົນ ຫຼ້າສຸດເພສຫຼັກຂອງການປະກວດ  Miss Grand International ກໍໄດ້ປະກາດລາຍຊື່ຊຸດປະຈຳຊາດທີ່ເຂົ້າຮອບເພີ່ມ 10 ປະເທດ ໂດຍເປັນການຄັດເລືອກຂອງກຳມະການ ລວມທັງໝົດ 20 ປະເທດ.

ມາເລີ່ມໂຫວດໃຫ້ Miss Grand Laos ເຮົາໄດ້ແລ້ວໂດຍເຂົ້າໄປທີ່ FB/Miss Grand International ແລ້ວເຂົ້າໄປຊອກຮູບພາບຂອງ Miss Grand Laos ຂໍເນັ້ນວ່າຕ້ອງແມ່ນຮູບພາບຂອງ ນ້ອງ ມາລີ ນົບພະລັດ Miss Grand Laos  ດັ່ງຮູບພາບຂ້າງລຸ່ມນີ້ເທົ່ານັ້ນເດີ້,  ແລ້ວ ກົດໄລ້ ກົດແຊຣເລີຍ… 

1 ໄລ້ (Like)  ເທົ່າກັບ 1 ຄະແນນ ແລະ 1 ແຊຣ (Share) ເທົ່າກັບ 5 ຄະແນນ ເລີ່ມໂຫວດໄດ້ແລ້ວຕັ້ງແຕ່ຕອນນີ້ ໝົດເຂດການຮ່ວມໂຫວດໃນວັນທີ 19 ຕຸລາ 2018 ເວລາ 5:00PM, ດັ່ງນັ້ນ, ຈຶ່ງຢາກຂໍໃຫ້ພໍ່ແມ່ພີ່ນ້ອງຄົນລາວທຸກໆຄົນ ມາຮ່ວມໂຫວດ ຮ່ວມເຊຍ ໃຫ້ສາວງາມຕົວແທນປະເທດລາວຂອງເຮົາດ້ວຍ ຮັກລາວເຊຍລາວກໍ່ຢ່າລືມໄປໂຫວດກັນຫຼາຍໆເລີຍເດີ້!!! (ຢ່າລືມແຊຣບອກຕໍ່ໆກັນໄປ)

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວລາວຕົວແທນປະເທດລາວ ??????

ຮູບພາບ: Miss Grand International

ແບ່ງປັນ