ກຣີດໆໆໆ!!! ຢາກຈະກຣີດໆໆໆ ໃຫ້ເຈັບຄໍກັນໄປເລີຍ ຫຼ້າສຸດ ເຄນ ພູພູມ (ຫຼື ອ້າຍ ທົດສະພົນ) ພະເອກດັງຈາກປະເທດເພື່ອນບ້ານ ໄດ້ໂພສຮູບພາບ ແລະ ແຄັບຊັ່ນຜ່ານອິນສະຕາແກຣມບອກແຟນໆຊາວລາວເຮົາວ່າ: “ສປປ ລາວ ວຽງຈັນ ດຽວເຈິກັນ see ya vientiane”
ງານນີ້ເຮັດເອົາເຫຼົ່າບັນດາແຟນຄລັບເຂົ້າໄປສະແດງຄວາມຍິນດີ ແລະ ຍິນດີຕ້ອນຮັບພະເອກດັງເຂົ້າສູ່ປະເທດລາວກັນຢ່າງຫຼວງຫຼາຍ!!!
ສຳລັບການເດີນທາງມາຂອງ ເຄນ ພູພູມ ພະເອກດັງນັ້ນ ຊະນີIndy ສັນຍາເລີຍວ່າຈະມີຄວາມຄືບໜ້າຂອງໜຸ່ມຄົນນີ້ໃນນະຄອນຫຼວງວຽງຈັນ ປະເທດລາວ ມາຝາກແຟນໆແນ່ນອນ…ລໍຖ້າຕິດຕາມເດີ້!!!
ຮູບພາບ: IG/ken_phupoom