Breaking News

ມາເບິ່ງ! ຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດ Miss International (2017-2018) #ແຊຣໄປໃຫ້ໂລກຮູ້

ແບ່ງປັນ

ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss International ຄັ້ງນີ້ກໍຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍ່ຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນມື້ນີ້ຊະນີIndy ຈະພາມາເບິ່ງຊຸດປະຈຳຊາດທີ່ບັນດາສາວງາມໄດ້ໃສ່ ບໍ່ວ່າຈະເປັນຊຸດຂອງ ມິມີ່ ພູນຊັບ ພົນໂຍທາ Miss​ International​ Laos 2017 ທີ່ໄດ້ສວມໃສ່ ແລະ ໃນປີນີ້ກໍແມ່ນ ບາບີ້ ປິຍາມາດ ພູນປະເສີດ Miss​ International​ Laos 2018​ ແລະ ຕ້ອງຂໍບອກເລີຍວ່າ ຊຸດປະຈຳຊາດລາວ ໃນແຕ່ລະປີແມ່ນ ມີຄວາມອະລັງການ ງົດງາມ ມີເອກະລັກປະຈຳຊາດ ມີແນວຄວາມຄິດສ້າງສັນໃນການອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ແຕ່ລະຊຸດລ້ວນມີຄວາມໝາຍ ແລະ ສຳຄັນ…

ຊຸດປະຈຳຊາດຂອງ ມິມີ່ ພູນຊັບ ພົນໂຍທາ Miss​ International​ Laos 2017

ຊຸດປະຈຳຊາດຂອງ ບາບີ້ ປິຍາມາດ ພູນປະເສີດ Miss​ International​ Laos 2018​

ເປັນແນວໃດກັນແດ່ ອະລັງການ ງົດງາມ ມີເອກະລັກປະຈຳຊາດ ສົມກັບທີ່ ຊະນີIndy ໄດ້ກ່າວມາແຕ່ທຳອິດເລີຍແມ່ນບໍ່?, ໃນປີທີ່ຜ່ານມາ ມິມີ່ ພູນຊັບ ພົນໂຍທາ Miss​ International​ Laos 2017 ກໍເຮັດໜ້າທີ່ຕົວແທນສາວງາມຈາກປະເທດລາວໃນເວທີໂລກໄດ້ເປັນຢ່າງດີ ສາມາດຕິດ Top8 ຄົນສຸດທ້າຍ ຈົນສ້າງຄວາມຮືຮາມາແລ້ວທົ່ວໂລກ ແລະ ໃນໄວໆນີ້ ບາບີ້ ປິຍາມາດ ພູນປະເສີດ Miss​ International​ Laos 2018​ ກໍກຳລັງເຮັດໜ້າທີ່ຕົວແທນສາວງາມຈາກປະເທດລາວໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ແລະ ຈະມີຮອບຕັດສິນໃນວັນທີ 9 ພະຈິກ 2018 ນີ້ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

(ຂໍຂອບໃຈສຳລັບຮູບພາບ)

 

ແບ່ງປັນ