Breaking News

ສ່ອງເວທີຈັກກະວານ! ເຜີຍແລ້ວສາວງາມຈາກທົ່ວໂລກ  Miss Universe 2018 (ໜຶ່ງໃນນັ້ນມີສາວງາມຈາກ ປະເທດລາວ)

ແບ່ງປັນ

ອີກບໍ່ພໍເທົ່າໃດເດືອນກໍຈະໝົດປີ 2018 ກັນແລ້ວ ແຟນໆຫຼາຍໆຄົນມັກຈົ່ມວ່າ “ເວລາຊ່າງຜ່ານໄປໄວເຫຼືອເກີນ…” ແຕ່ບໍ່ເປັນຫຍັງເນາະ ເອົາເປັນວ່າທຸກຢ່າງບໍ່ສາຍທີ່ຈະເລີ່ມລົງມືເຮັດ ແລະ ເລີ່ມຕົ້ນໃໝ່ກັບສິ່ງດີໆສະເໝີ, ນອກຈາກເວລາທີ່ຜ່ານໄປໄວແລ້ວນັ້ນ ແຟນໆຮູ້ ຫຼື ບໍ່ວ່າໃນອີກບໍ່ດົນນີ້ກໍຈະມີການປະກວດນາງງາມອີກໜຶ່ງເວທີໃຫ່ຍລະດັບໂລກ Miss Universe 2018 ທີ່ປີນີ້ພິເສດສຸດໆ ເພາະຈັດຂຶ້ນທີ່ປະເທດເພື່ອນບ້ານ (ປະເທດໄທ).

ແລະ ທາງກອງປະກວດກໍໄດ້ເປີດເຜີຍໂສມໜ້າສາວງາມທັງໝົດ 91 ປະເທດຈາກທົ່ວໂລກ ແລະ ແນ່ນອນວ່າໜຶ່ງໃນນັ້ນມີ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ມີຄວາມພ້ອມແລ້ວທີ່ຈະປະຊັນໂສມ ປະຊັນພິບໄຫວກັບສາວງາມຈາກທົ່ວໂລກໃນເວທີດັ່ງກ່າວ.

ເວົ້າແບບນີ້ຢາກເຫັນແລ້ວແມ່ນບໍ່? ວ່າສາວງາມຈາກປະເທດຕ່າງໆຈະມີໜ້າຕາ ຮູບຮ່າງ ແລະ ບຸກຂະລິກແນວໃດ…ເອົາເປັນວ່າບໍ່ຊ້າເດີ້ ລອງມາເບິ່ງກັນແບບຈະແຈ້ງກັນໄປເລີຍ ແຕ່ຂໍບອກວ່າແຕ່ລະສາວງາມຕັດສິນໃຈຍາກຫຼາຍ ທີ່ຈະເລືອກ ເພາະມີຄວາມງາມ ແລະ ມີຄວາມພ້ອມທາງດ້ານຄຸນສົມບັດຂອງນາງງາມທັງນັ້ນ.

 

ເບິ່ງແລ້ວເພີນຫູ ເພີນຕາ ສາວໆຈາກແຕ່ລະປະເທດແມ່ນງົດງາມຫຼາຍ, ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວ #ຮັກລາວເຊຍລາວ ??

Story: ຊະນີIndy

ຮູບພາບ: FB/Miss Universe

ແບ່ງປັນ