Breaking News

ກຽມເຜີຍແລ້ວ! ຊຸດປະຈຳຊາດຂອງ Miss Supranational Laos 2018 (ອະລັງການແນ່ນອນ)

ແບ່ງປັນ

ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss Supranational 2018 ຄັ້ງນີ້ກໍຖືວ່າເປັນປີທຳອິດທີ່ສົ່ງຕົວແທນສາວງາມຈາກລາວໄປປະກວດໃນເວທີດັ່ງກ່າວ, ນອກຈາກສາວງາມ ກໍຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ແລະ ຫຼ້າສຸດກໍມີການກຽມເຜີຍໃຫ້ໄດ້ເຫັນກັນແລ້ວ ສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ໃນການປະກວດສາວງາມເວທີລະດັບໂລກ Miss Supranational 2018 ທີ່ປະເທດ ໂປແລນ ໃນເດືອນ ທັນວາ 2018 ນີ້, ເຊິ່ງປີນີ້ຕົວແທນສາວງາມປະເທດລາວທີ່ເດີນທາງໄປປະກວດກໍຄື ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational Laos 2018 ເຊິ່ງບອກເລີຍວ່ານາງມີຄວາມພ້ອມຢ່າງເຕັມທີ່ໃນການປະກວດໃນປີນີ້.

ເຊິ່ງຊຸດປະຈຳຊາດລາວຂອງ Miss Supranational Laos 2018 ມີຊື່ວ່າ “ຊຸດຍັກທົດສະກັນ” ຈະມີຄວາມອະລັງການ ງົດງາມ ມີເອກະລັກປະຈຳຊາດ ມີແນວຄວາມຄິດສ້າງສັນໃນການອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ມີຄວາມໝາຍ ແລະ ສຳຄັນສໍ່າໃດພຽງໃດນັ້ນ…ໃນມື້ນີ້ເອົາຕົວຢ່າງມາໃຫ້ເບິ່ງເປັນນໍ້າຈິ້ມໄປກ່ອນເນາະ…ດຽວອີກບໍ່ດົນນີ້ຮັບຮອງໄດ້ເບິ່ງແບບສະບັບເຕັມແນ່ນອນ (ລໍຖ້າຕິດຕາມເດີ້ແຟນໆ)

ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

ຮູບພາບ: FB/Yui Santhanyคำภีร์ อลังการ

ແບ່ງປັນ