Breaking News

ໃກ້ມື້ຕັດສິນແລ້ວ! ມາຮ່ວມໃຫ້ກຳລັງໃຈ 3 ສາວງາມຕົວແທນປະເທດລາວ ທີ່ກຳລັງປະຕິບັດໜ້າທີ່ໃນການແຂ່ງຂັນນາງງາມເວທີໂລກ!!!

ແບ່ງປັນ

ໄປໃສກໍໄດ້ຍິນແຟນໆຫຼາຍທ່ານເວົ້າເປັນປະເດັນກັນເລື້ອຍໆ ດຽວນີ້ວົງການນາງງາມບ້ານເຮົາຖືວ່າກຳລັງມາແຮງສຸດໆ ເອົາເປັນວ່າເຂົ້າເລື່ອງກັນເລີຍ… ໃນມື້ນີ້ຈະພາແຟນໆມາສ່ອງ 3 ສາວງາມ 3 ເວທີໂລກບໍ່ວ່າຈະເປັນເວທີ  Miss World 2018, Miss Supranational 2018 ແລະ Miss Universe 2018 ທີ່ສຳຄັນພວກນາງກໍກຳລັງເຮັດໜ້າທີ່ເປັນຕົວແທນແມ່ຍິງລາວໃນການປະກວດນາງງາມເວທີຕ່າງໆໃນລະດັບໂລກໃນເວລານີ້…

ກະດຸມເພັດ ໄຊຍະວົງ (ຕິກນໍ້າ) Miss World Laos 2018 ໃນເວທີ Miss World 2018 ຢູ່ທີ່ ສປ ຈີນ, ຈະມີຮອບຕັດສິນໃນວັນທີ 8 ທັນວາ 2018.

ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational Laos 2018 ໃນເວທີ Miss Supranational 2018  ທີ່ ປະເທດ ໂປແລນ, ການປະກວດຈະມີຮອບຕັດສິນໃນວັນທີ 7 ທັນວາ 2018 ນີ້

ອອນອະນົງ ຫອມສົມບັດ (ອອນ) Miss Universe Laos 2018 ໃນເວທີ ນາງງາມຈັກກະວານ (Miss Universe 2018) ຈັດຂຶ້ນທີ່ປະເທດໄທ, ຈະມີຮອບຕັດສິນໃນວັນທີ 16 ທັນວາ 2018 ນີ້

ງົດງາມຫຼາຍໆສາວລາວເຮົາ ເອົາເປັນວ່າຢ່າລືມສົ່ງກຳລັງໃຈໃຫ້ບັນດາສາວງາມຕົວແທນຈາກປະເທດລາວເຮົາແດ່ເດີ້ແຟນໆ #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

(ຂໍຂອບໃຈສຳລັບຮູບພາບ)

ແບ່ງປັນ