Breaking News

ລະວັງຕຸ້ຍ!! ເຄີຍເປັນບໍ່ ປີໃໝ່ລາວ ຍາມໃດນໍ້າໜັກຂຶ້ນ ຍ້ອນຈັດໜັກຈັດເຕັມເກີນໄປ…

ແບ່ງປັນ

ຊ່ວງປີໃໝ່ລາວທັງທີມີຫວ໋າທີ່ຈະບໍ່ເຕັມທີ່ ແຟນໆຫຼາຍທ່ານວາງແຜນທ່ອງທ່ຽວໃນຊ່ວງປີໃໝ່ ບາງທ່ານກໍເດີນທາງເຖິງຈຸດໝາຍເປັນທີ່ຮຽບຮ້ອຍ ເດີນທາງໄປຕ່າງຖິ່ນແບບນີ້ອາຫານການກິນ ເຄື່ອງດື່ມຕ່າງໆຕ້ອງຈັດເຕັມແນ່ນອນ ແຕ່ພໍກັບມາກໍມັກມາຈົ່ມວ່າ ຕຸ້ຍ ນໍ້າໜັກຂຶ້ນ (555)

ແຕ່ວ່າຖ້າຮູ້ແບບນີ້ແລ້ວ ເຮົາມາກຽມຮັບມືກັບທຣິບທ່ອງທ່ຽວໃນເທື່ອນີ້ກັນດີກວ່າ ເອົາແບບຮູບຮ່າງດີທັງຕອນໄປ ແລະ ຕອນກັບຈະດີກວ່າບໍ່?

ກ່ອນເດີນທາງ 

ເມື່ອກຳໜົດວັນທີ່ເດີນທາງຮຽບຮ້ອຍແລ້ວ ຄວນກະກຽມຮ່າງກາຍໃຫ້ພ້ອມ ເພາະການໄປທ່ອງທ່ຽວ ມັກຈະໄດ້ຍ່າງຫຼາຍພໍສົມຄວນ ທັງຫອບເຄື່ອງສຳພາລະຕ່າງໆ ຈຶ່ງຈຳເປັນຫຼາຍທີ່ກ່ອນເດີນທາງຕ້ອງມີການ ອອກກຳລັງກາຍ ໃຫ້ຫຼາຍຂຶ້ນ ຢ່າງຕໍ່າ 3-4ມື້/ອາທິດ ແລະ ຄວນຈັດຕາຕະລາງໃຫ້ຄົບທັງຄາດີິໂອ ແລະ ເວສເທນນິ່ງ

ລະຫວ່າງເດີນທາງທ່ອງທ່ຽວ

ແນ່ນອນວ່າອາຫານເປັນອຸປະສັກໃນການຄວບຄຸມນໍ້າໜັກ ແຕ່ກໍບໍ່ຢາກໃຫ້ຊີຣຽດຫຍັງຫຼາຍຈົນໝົດຄວາມມ່ວນ ຄວນເລືອກກິນຈະດີທີ່ສຸດ

ຫຼັງເດີນທາງກັບບ້ານ

ຫຼັງຈາກທີ່ເຕັມທີ່ກັບການທ່ອງທ່ຽວ ກິນ ຫຼິ້ນ ພັກຜ່ອນ ເຕັມທີ່ໃນຊ່ວງປີໃໝ່ແລ້ວ ຫຼັງຈາກນັ້ນຄວນກັບມາໃສ່ໃຈກຳຈັດໄຂມັນສ່ວນເກີນ ບໍ່ວ່າຈະເປັນການຄາດິໂອ ຄວບຄູ່ປກັບການເວສເທນນິ່ງ ພ້ອມກິນອາຫານທີ່ມີປະໂຫຍດ ເພື່ອເຜົາຜານໄຂມັນສ່ວນເກີນທີ່ໄດ້ມາຈາກຊ່ວງພັກຍາວໄລຍະປີໃໝ່ຈະດີທີ່ສຸດ.

ທີ່ມາ: Women MThai Team

ແບ່ງປັນ