Breaking News

ກະຈ່າງແຈ້ງ! ລູກນໍ້າ ອອກມາເຄຍບັນຫາຂ່າວລືເປັນມືທີ 3 ລະຫວ່າງ ຕູມຕາມ ແລະ ຫຍິງຫຍິງ ແລ້ວ!!!

ແບ່ງປັນ

ຫຼັງຈາກທີ່ມີຂ່າວຮືຮາຂ້າມປະເທດ ຈົນເປັນກະແສ Talk of the town ໃຫ້ໄດ້ນັ່ງປູສາດລົມກັນໃນຊ່ວງໄລຍະທີ່ຜ່ານມາ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິຣິ (ນັກສະແດງສາວຈາກລາວ) ຫຼັງຈາກທີ່ປິດປາກງຽບ ບໍ່ມີການເຄື່ອນໄຫວ ກໍໄດ້ອອກມາເຄຍຂ່າວທີ່ແຟນໆທັງ ລາວ ແລະ ໄທ ໄດ້ຮູ້ກັນແບບກະຈ່າງແຈ້ງແລ້ວ ຫຼັງຈາກທີ່ມີຂໍ້ຂ້ອງໃຈກັນມາດົນ ສັນນິຖານກັນໄປຕ່າງໆນາໆ ໃນຄໍ່າຄືນຂອງ ວັນທີ 8 ພຶດສະພາ 2019 ນາງກໍໄດ້ອອກມາໂພສຮູບພາບພ້ອມຂໍ້ຄວາມຜ່ານອິນສະຕາແກຣມຂອງນາງ ເພື່ອເຄຍບັນຫາທຸກຢ່າງກ່ຽວກັບຂ່າວລືເລື່ອງເປັນມືທີ 3 ລະຫວ່າງ ຕູມຕາມ ຍຸດທະນາ (ນັກສະແດງປະເທດໄທ) ແລະ ຫຍິງຫຍິງ ສະລຸຊາ (ນັກສະແດງຈາກປະເທດໄທ) ຈົນເປັນສາເຫດໃຫ້ທັງສອງຕ້ອງເລີກລາກັນໄປ ພ້ອມບອກເຖິງສະຖານະຂອງຕົນ ແລະ ຝ່າຍຊາຍດັ່ງນີ້…

ໃນໂພສຂໍ້ຄວາມມີໃຈຄວາມທີ່ວ່າ:ນຳ້ຂໍໃຊ້ພື້ນທີ່ນີ້ ອະທິບາຍເລື້ອງຕ່າງໆຂອງນຳ້ທັງໝົດທີ່ເກີດຂື້ນກັບອ້າຍຕູມຕາມ ຂໍໂທດທີ່ອອກມາເວົ້າຊ້າໄປ ແຕ່ນ້ຳບໍ່ຢາກໃຫ້ຫລາຍໆຄົນຄິດໄປເອງ ມັນເປັນຊ່ວງເວລາທີ່ເຮົາຮ່ວມງານກັນ ແລະ ສະນິດສະໜົມກັນຫລາຍ ສຳລັບຮູບພາບນັ້ນອາດຈະເບິ່ງຊະນິດກັນຫລາຍເກີນໄປ. ນຳ້ຕ້ອງຂໍໂທດມານະທີ່ນີ້ດ້ວຍ ປະຈຸບັນນີ້ນຳ້ກັບອ້າຍຕູມຕາມ ເຮົາກໍ່ເປັນພຽງເພື່ອນຮ່ວມງານ ບໍ່ມີຫຍັງເກີນເລີຍນັ້ນ.​ ນຳ້ຕ້ອງຂໍໂທດນຳທຸກໆຝ່າຍ ແລະ ນຳ້ຈະວາງໂຕໃຫ້ດີຂື້ນກວ່ານີ້ ຈະບໍ່ໃຫ້ເກີດເລື້ອງແບບນີ້ອີກ…​ຂໍໂທດ ພີ່ນ້ອງຊາວໄທ ແລະ ພີ່ນ້ອງ ສປປ ລາວ, ອ້າຍຕູມຕາມ, ເອື້ອຍຢິ່ງຢິ່ງ ແລະ ເອື້ອຍ ອ້າຍ ສື່ມວນຊົນທຸກໆທ່ານດ້ວຍ ຂໍໃຫ້ເລື່ອງນີ້ເປັນບົດຮຽນສອນນ້ຳໃຫ້ດີຂຶ້ນ”

ເຊິ່ງພໍແຕ່ ລູກນໍ້າ ທິດາລັດ ໄດ້ໂພສຂໍ້ຄວາມນີ້ອອກໄປເຮັດໃຫ້ມີແຟນໆທັງ ລາວ ແລະ ໄທ ໃຫ້ຄວາມສົນໃຈກັນຢ່າງຫຼວງຫຼາຍ.

ລູກນໍ້າ ທິດາລັດ ກໍໄດ້ບອກແລ້ວວ່າລະຫວ່າງເພິ່ນກັບ ຕູມຕາມ ຍຸດທະນາ ເປັນພຽງເພື່ອນຮ່ວມງານກັນເທົ່ານັ້ນ ບໍ່ມີຫຍັງເກີນເລີຍ ບໍ່ມີຫຍັງໃນກໍໄຜ່ ແລະ ນາງຍັງຂໍໂທດທຸກໆຝ່າຍມານຳອີກເດີ້ ເລື່ອງລາວໃນເທື່ອນີ້ເປັນບົດຮຽນສອນນາງໃຫ້ເປັນຜູ້ໃຫ່ຍຂຶ້ນໄປໃນທາງທີ່ດີຕໍ່ໄປ.

ເອົາເປັນວ່າຕາມທີ່ ລູກນໍ້າ ທິດາລັດ ໄດ້ອອກມາໂພສ ອອກມາເຄຍ ໄດ້ຮູ້ແລ້ວກໍຫາຍສົງໃສເນາະ ກະຈ່າງແຈ້ງແລ້ວ ບໍ່ເວົ້າຫຼາຍເນາະ…ດຽວສິເຈັບຄໍເດີ້!!!

ຮູບພາບ: louknumthidalat

ແບ່ງປັນ