Breaking News

ຍອດຄົນລົງທະບຽນງານ RUN FOR HER 2019 ຢຽບຫຼັກ 1.000 ກວ່າ ໃນເປົ້າໝາຍ 1.500 ກ່ອນມື້ງານຖະແຫຼງຂ່າວ…

ແບ່ງປັນ

ຍອດຄົນລົງທະບຽນແລ່ນໃນງານ RUN FOR HER 2019 ຢຽບຫຼັກ 1.000 ໃນເປົ້າໝາຍ 1.500 ກ່ອນມື້ງານຖະແຫຼງຂ່າວ…

ກິດຈະກໍາແລ່ນຊຸບເປີມິນິມາຣາທອນ Run for Her ຄັ້ງທໍາອິດ ໄດ້ເປີດພິທີຖະແຫຼງຂ່າວຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 2 ຕູລາ 2019 ຢູ່ທີ່ໂຮງແຮມ ຄຣາວພຣາຊ່າ ໂດຍ ທ່ານ ນາງ ເກດສະຫວັນ ປັນຍາທິບ ຮອງຜູ້ອໍານວຍການສ້າງ ວາລະສານຂວັນໃຈ ໃນນາມຜູ້ຈັດ ເປັນປະທານ ຮ່ວມກັບທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ຈັນດີ ພົມມະບຸດ ປະທານສະຫະພັນແລ່ນ-ລານແຫ່ງຊາດລາວ ພ້ອມດ້ວຍຜູ້ສະໜັບສະໜູນ, ນັກກິລາແລ່ນ-ລານທີມຊາດ ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ…

 

 

ງານແລ່ນ Run for Her ຊຸບເປີມິນິມາຣາທອນ ເປັນກິດຈະກໍາທີ່ຈັດຂຶ້ນໂດຍ ວາລະສານ ຂວັນໃຈ ອອນລາຍ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສະຫະພັນແລ່ນ-ລານແຫ່ງຊາດລາວ ມີຈູດປະສົງ ເພື່ອປູກຈິດສໍານຶກໃຫ້ຄົນໃນສັງຄົມເຫັນຄວາມສໍາຄັນ ແລະ ຮ່ວມກັນຍຸຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເຊິ່ງຈະຈັດຂຶ້ນໃນວັນທີ 27 ຕຸລາ 2019 ເປັນຄັ້ງທໍາອິດ ຢູ່ທີ່ເດີ່ນພະທາດຫຼວງ ວຽງຈັນ.

ໃນການແຂ່ງຂັນແມ່ນໄດ້ແບ່ງອອກເປັນ 3 ສາຍຄື:

  1. Supper Mini Marathon 15 Km ຄ່າລົງທະບຽນ 150.000 ກີບ. ຈະໄດ້ຮັບເສື້ອ, ຫຼຽນ,​ ຂັນລາງວັນ ແລະ ເງິນລາງວັນ (ສໍາລັບທີ 1-5 ຂອງທຸກສາຍ)
  2. Mini Marathon 10 Km ຄ່າລົງທະບຽນ 120.000 ກີບ. ຈະໄດ້ຮັບເສື້ອ, ຫຼຽນ,​ ຂັນລາງວັນ ແລະ ເງິນລາງວັນ (ສໍາລັບທີ 1-5 ຂອງທຸກສາຍ)
  3. Fun Run 5 Km ຄ່າລົງທະບຽນ 100.000 ກີບ. ຈະໄດ້ຮັບເສື້ອທີ່ມີໂລໂກ້ຂອງ ຣັນຟໍເຮີ

ຊ່ອງທາງການລົງທະບຽນແມ່ນ ສາມາດເຂົ້າມາລົງທະບຽນກັບພະນັກງານຢູ່ທີ່ຕຶກ ເຄແອນຊີ, ບ້ານສີສະຫວາດ, ຖະໜົນສໍານັກງານນາຍົກ, ມ. ຈັນທະບູລີ, ນະຄອນຫຼວງວຽງຈັນ (ດ້ານຫຼັງ ຮຮ ມ.ສ ວຽງຈັນ) ຫຼືສາມາດລົງທະບຽນ ອອນລາຍ ຕາມລິ້ງ https://register.runforher.la ຫຼືສອບຖາມຂໍ້ມູນເພີ່ມຕຶ່ມໂທ 020 2824 3086, 020 2824 2166, 021 21 6666.

ເປີດໃຫ້ລົງທະບຽນທຸກມື້ຈົນຮອດ ວັນທີ 11 ຕູລາ 2019 ນີ້. ຕອນນີ້ທາງຄະນະເພິ່ນໄດ້ແຈ້ງມາວ່າ ຍອດຄົນລົງທະບຽນແມ່ນໄດ້ 1.000 ກວ່າຄົນແລ້ວ ໃນເປົ້າໝາຍ 1.500 ຄົນ ເຊິ່ງທາງຄະນະເພິ່ນໝັ້ນໃຈວ່າ ຕ້ອງຮອດ 1.500 ຄົນກ່ອນວັນທີ 11 ແນ່ນອນ…

ແບ່ງປັນ