Breaking News

ແຫວນແຫວນ ດີໃຈທີ່ໄດ້ມາປະເທດລາວ!

ແບ່ງປັນ

 

ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ປະວະຣິສາ ເພັນຊາດ (ແຫວນແຫວນ) ໄດ້ໂພສຮູບລົງໃນອິນສະຕາແກຼມສ່ວນຕົວພ້ອມ Caption ກ້ອງຮູບພາບວ່າ: ມີຄວາມຕື່ນເຕັ້ນ ແລະ ດີໃຈຫຼາຍທີ່ໄດ້ມາ ສປປ.ລາວ ເປັນເທື່ອທຳອິດ ເຊັ່ນດຽວກັບ Superstar ອໍ້າ ພັດຊະຣາພາ, ແຖມນາງຍັງຍົກຍ້ອງວ່າອາຫານລາວວ່າແຊບ ແລະ ຊຸດໄໝລາວກໍງາມຫຼາຍ ແລະ ມີຄວາມດີໃຈທີ່ໄດ້ພົບເອື້ອຍອ້າຍນ້ອງຊາວລາວທຸກຄົນ ຂອບໃຈຫຼາຍໆສຳລັບການຮັບຕ້ອນທີ່ອົບອຸ່ນ ຫວັງວ່າສິໄດ້ມາອີກໄວໆນີ້…!

ຊະນີIndyຫວັງວ່າຈະເຫັນສາວ ແຫວນແຫວນ ແລະ Superstar ອໍ້າ ພັດຊະຣາພາ ມາຢ້ຽມຢາມປະເທດລາວອີກ ພີ່ນ້ອງຊາວລາວເຮົາຍິນດີຕ້ອນຮັບສະເໝີເດີ້.

#ແຊຣໄປໃຫ້ໂລກຮູ້ວ່າປະເທດລາວເຮົາມີດີ

 

ຂໍຂອບໃຈຮູບພາບຈາກ: whanpavarisa

ແບ່ງປັນ