Breaking News

ໜຸ່ມ Choi Si Won ສິນລະປິນຊື່ດັງລະດັບໂລກ ເດີນທາງມາປະເທດລາວ ເພື່ອຮັບປະກັນເລື່ອງສິດທິເດັກນ້ອຍ ຕາມສົນທິສັນຍາຂອງ UNICEF…

ແບ່ງປັນ

ໜຸ່ມ Choi Si Won ສິນລະປິນຊື່ດັງລະດັບໂລກ ເດີນທາງມາປະເທດລາວ ເພື່ອຮັບປະກັນເລື່ອງສິດທິເດັກນ້ອຍ ຕາມສົນທິສັນຍາຂອງ UNICEF…

ເປັນກະແສຮືຮາສໍາລັບແຟນຄຣັບຊາວລາວ ກັບການມາຢ້ຽມຢາມປະເທດລາວຂອງສິນລະປິນລະດັບໂລກ ຄືໜຸ່ມ Choi Si Won (ນັກຮ້ອງ, ນັກສະແດງຊື່ດັງ ປະເທດ ເກົາຫລີໃຕ້) ໂດຍໜຸ່ມ Choi Si Won ໄດ້ເດີນທາງມາຮອດລາວໃນວັນທີ 10 ພະຈິກ ທີ່ຜ່ານມາ ແລະ ມີແຟນຄຣັບຊາວລາວໄປຖ້າຕ້ອນຮັບຢ່າງຄຶກຄື້ນ, ແຕ່ການເດີນທາງມາປະເທດລາວຂອງໜູ່ມ Choi Si Won ໃນຄັ້ງນີ້ ບໍ່ໄດ້ມາເພື່ອການສະແດງໃນຖານະສິນລະປິນແຕ່ຢ່າງໃດ ແຕ່ມາເພື່ອຮັບຕໍາແໜ່ງ “ທູດສັນທະວະໄມຕີ” ຂອງອົງການສະຫະປະຊາຊາດ (UNICEF) ປະຈໍາພາກພື້ນອາຊີ ແລະ ປາຊີຟິກ ໃນງານ ກອງປະຊຸມ ລະດັບສູງ ໂອກາດວັນຄົບຮອບ 30 ປີ ສົນທິສັນຍາ ວ່າດ້ວຍ ສິດທິເດັກ Lao Generation 2030 Forum ທີ່ຫໍປະຊຸມແຫ່ງຊາດ.

ຕະຫຼອດໄລຍະ 4 ປີ ທີ່ຜ່ານມາ ທ່ານ Choi Si Won ໄດ້ເຮັດວຽກ ສະໜັບສະໜູນສິດທິເດັກນ້ອຍ ຮ່ວມກັບ ອົງການ UNICEF ປະຈໍາປະເທດ ສ. ເກົາຫຼີ ແລະ ໄດ້ເດີນທາງ ໄປຫຼາຍປະເທດ ທົ່ວພາກພື້ນ ເຊັ່ນ: ປະເທດຫວຽດນາມ ເພື່ອຮ່ວມສະໜັບສະໜູນໂຄງການ #Stop Bulling ພ້ອມສະໜັບສະໜູນ ໃຫ້ຊາວໜຸ່ມ ມີສ່ວນຮ່ວມ ໃນການພັດທະນາທາງອອກ ເພື່ອຢຸດຕິປັນຫານີ້.

ທ່ານ Choi Si Won ຍັງໄດ້ກ່າໃນກອງປະຊຸມອີກວ່າ: “ຂ້ອຍຮູ້ສຶກມີຄວາມສຸກຫຼາຍທີ່ໄດ້ມາຢູ່ບ່ອນນີ້ໃນມື້ນີ້ ສົນທິສັນຍາວ່າດ້ວຍສິດທິເດັກນີ້ ຈະຮັບປະກັນວ່າ ເດັກນ້ອຍທຸກຄົນ ບໍ່ວ່າຈະເປັນໃຜ, ຢູ່ໃສ ຈະມິສິດເທົ່າທຽມກັນໃນການເຂົ້າເຖິງການສຶກສາ, ການປິ່ນປົວ ແລະ ຄວາມສຸກ ປີ 2019 ນີ້ ເປັນປີທີ່ພິເສດທີ່ພວກເຮົາຈະຕ້ອງເຮັດວຽກຮ່ວມກັນ ແລະ ຮຽກຮ້ອງກ່ຽວກັບສິດທິໃຫ້ແກ່ເດັກນ້ອຍທຸກຄົນ ຂອບໃຈ!”

ເຊິ່ງຖືວ່າເປັນຂ່າວທີ່ໜ້າຍິນດີຫຼາຍສໍາລັບເດັກລາວທີ່ປັດຈຸບັນ ທີ່ຍັງມີຫຼາຍຄົນທີ່ຍັງບໍ່ທັນເຂົ້າເຖິງກ່ຽວກັບສິດຕ່າງໆ ບໍ່ວ່າຈະເປັນສິດທາງດ້ານການສຶກສາ (ສໍາລັບເດັກນ້ອຍຊົນນະບົດ) ສິດໃນການເລືອກສິ່ງທີ່ຢາກຈະເປັນ (ສໍາລັບເດັກນ້ອຍໃນເຂດທົ່ວໄປທີ່ພໍ່ແມ່ຍັງບັງຄັບ) ແລະ ອື່ນໆ ທີ່ແອັດມິ້ນກໍເຊື່ອຢ່າງສຸດໃຈວ່າ ທ່ານ  Choi Si Won ທ່ານນີ້ຈະເຂົ້າມາແກ້ໄຂໃນຈຸດນີ້ໃຫ້ດີຂຶ້ນໄປເລື້ອຍໆ… ແລະ ມັນກໍກົງກັບໂຄງການທີ່ທາງ Kuanjai Online ພວກເຮົາກໍາລັງດໍາເນີນຢູ່ອີກ ນັ້ນກໍຄື Run for Her ແລະ ໂຄງການ Bike for Her ເຊິ່ງເປັນໂຄງການທີ່ເຊີນຊວນໃຫ້ທຸກຄົນໃນສັງຄົມເຂົ້າໃຈເຖິງສິດທິຂອງແມ່ຍິງ ແລະ ເດັກນ້ອຍ ພ້ອມທັງຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ. ສະນັ້ນ ທາງ Kuanjai Online ຈຶ່ງຍິນດີ ແລະ ດີໃຈທີ່ສຸດ ທີ່ທາງອົງການສະຫະປະຊາຊາດໃຫ້ຄວາມສໍາຄັນກັບເລື່ອງນີ້ຫຼາຍຂຶ້ນ ແລະ ຂໍເປັນອີກແຮງໜຶ່ງຈາກສັງຄົມເພື່ອຮ່ວມສະໜັບສະໜູນສິ່ງນີ້ເຊັ່ນກັນ!!!

ແບ່ງປັນ