Breaking News

ຈາກຄູ່ຈີ້ນໃນລາຍການ ມາເປັນຄູ່ແທ້ໃນປັດຈຸບັນ ແລະ ຈະເປັນຄູ່ຊີວິດໃນອະນາຄົດ “ນູ່ນີ່-ອ໊ອຟ” 

ແບ່ງປັນ

ຈາກຄູ່ຈີ້ນໃນລາຍການ ມາເປັນຄູ່ແທ້ໃນປັດຈຸບັນ ແລະ ຈະເປັນຄູ່ຊີວິດໃນອະນາຄົດ “ນູ່ນີ່-ອ໊ອຟ” 

ຖືວ່າເປັນຄູ່ຮັກ ທີ່ເລີ່ມຈາກຄູ່ຈິ້ນຈາກລາຍການເລຶອກຄູ່ Take me out Thailand (ປະເທດໄທ) ທີ່ຫຼາຍຄົນລຸ້ນມາຕະຫຼອດສໍາລັບສາວລາວ-ບ່າວໄທຄູ່ນີ້ ສາວ ນູ່ນີ່ ແລະ ໜຸ່ມ ອ໊ອຟ ເຊິ່ງທັງສອງຄົນນີ້ພົບຮັກກັນຍ້ອນລາຍການເລືອກຄູ່ (Take me out Thailand) ແລະ ທັງສອງຄົນກໍຖືກຍົກໃຫ້ເປັນຄູ່ຈິ້ນ (ຄົນທີ່ເໝາະສົມຈະເປັນແຟນກັນ) ຕັ້ງແຕ່ເຫັນກັນຄັ້ງທໍາອິດ ຫຼັງຈາກຜ່ານການວັດໃຈໃນລາຍການແລ້ວ ທັງສອງກໍຍັງຄົບຫາກັນໃນຖານະຄົນຮູ້ໃຈ ແລະ ມີແຟນຄຣັບທາງຊາວລາວ-ຊາວໄທ ລຸ້ນມາຕະຫຼອດວ່າມື້ໃດທັງສອງຈະເຂົ້າພິທີວິວາກັນຈັກເທື່ອ ຈົນໃນທີ່ສຸດ ຫຼັງຈາກເບິ່ງໃຈກັນມາເປັນເວລາ 2 ປີ ສາວນູ່ນີ່ ແລະ ໜຸ່ມອ໊ອຟ ກໍບໍ່ເຮັດໃຫ້ແຟນຄຣັບທັງສອງປະເທດຜິດຫວັງ… ເພາະໜຸ່ມອ໊ອຟໄດ້ຍົກຂັນໝາກຂ້າມແມ່ນໍ້າຂອງມາສູ່ຂໍສາວນູ່ນີ່ແລ້ວ ເມື່ອວັນເສົາ ວັນທີ 9 ພະຈິກ 2019 ທີ່ຜ່ານມາ ຕາມຮີດຄອງປະເພນີລາວ ເຊິ່ງກໍເຮັດໃຫ້ຫຼາຍຄົນຈິກໝອນນອນຟີນໄປອີກຮອບໜຶ່ງ. ແນວໃດກໍຂໍສະແດງຄວາມຍິນດີນໍາທັງສອງຫຼາຍໆເດີ່ ຂໍໃຫ້ຮັກກັນໄປດົນໆ ແອັດມິ້ນ ແລະ ແຟນຄຣັບທຸກຄົນຈະລໍຖ້າຟັງຂ່າວດີອີກຮອບໜຶ່ງ (ມື້ແຕ່ງງານ) ເດີ້!!!

#ຈາກມື້ນັ້ນ

#ມາຮອດມື້ນີ້

#ຂໍສະແດງຄວາມຍິນດີນໍາຫຼາຍໆເດີ້!!!

#ຂອບໃຈລາຍການທີ່ເຮັດໃຫ້ທັງສອງໄດ້ພົບຮັກແທ້

ແບ່ງປັນ