Breaking News

ເປີດປະຕູ ສູ່ປະເທດຈີນ ດ້ວຍປື້ມ 4 ເຫຼັ້ມ ທີ່ມີທັງພາສາລາວ ແລະ ຈີນ

ແບ່ງປັນ

ວັນທີ 7 ພະຈິກ 2019 ນີ້, ທີ່ຫໍສະໝຸດແຫ່ງຊາດ. ວິທະຍຸສາກົນແຫ່ງປະເທດຈີນ CRI ປະຈຳລາວ ຮ່ວມມືກັບ ສະມາຄົມນັກປະພັນລາວ ໄດ້ຈັດງານແນະນຳປື້ມໃຫມ່ 2 ພາສາ ລາວ-ຈີນ ພາຍໃຕ້ຫົວຂໍ້  “ເປີດປະຕູ ສູ່ປະເທດຈີນ”

 

ງານຄັ້ງນີ້ ໄດ້ນໍາສະເໜີປຶ້ມໃໝ່ 4 ເຫຼັ້ມ ເຊິ່ງ ເປັນຜົນງານຮ່ວມມືລະຫວ່າງວິທະຍຸສາກົນແຫ່ງປະເທດຈີນ ແລະ ສະມາຄົມນັກປະພັນລາວ ເຊິ່ງໄດ້ຈັດພິມເປັນ 2 ພາສາລາວ-ຈີນ.

  • ປຶ້ມ “ຮູ້ຮອບຈີນ” ເປັນປຶ້ມສາລານຸກົມກ່ຽວກັບປະເທດຈີນ ໂດຍໄດ້ແນະນໍາພູມສັນຖານ, ຊັບພະຍາກອນ, ປະຊາກອນ, ການເມືອງ, ການທ່ອງທ່ຽວ, ຊົນເຜົ່າກັບສາສະໜາ, ສະຖາປັດຕະຍະກໍາ ແລະອື່ນໆຂອງຈີນ ​ເຊິ່ງໄດ້ກວມລວມສະພາບ​ໂດຍ​ຫຍໍ້ຂອງຈີນຢ່າງເປັນລະບົບ, ຜູ້​ອ່ານ​ສາມາດ​ເຂົ້າ​ໃຈປະເທດຈີນຢ່າງ​ລະອຽດ.

  • ປຶ້ມ “ກະວີເພື່ອເຈົ້າ-ບົດກະວີຈີນ ສະໄໝປັດຈຸບັນຮ້ອຍບົດ” ໄດ້ເລືອກເອົາບົດກະວີສະໄໝປັດຈຸບັນທີ່ດີເດັ່ນຂອງຈີນທັງ​ໝົດ 100 ບົດ ​ເຊິ່ງມີເນື້ອໃນທີ່ຫຼາກ​ຫຼາຍເຊັ່ນ: ຄວາມຮັກ, ການສັນລະເສີນທໍາມະຊາດ, ແນວຄິດປັດຊະຍາ, ຮອດບ້ານເກີດເມືອງນອນ ແລະອື່ນໆ ທັງໄດ້ສະແດງໃຫ້ເຫັນເຖິງໂລກຈິດໃຈທີ່ອຸດົມສົມບູນຂອງຊາວ

  • ປຶ້ມ “36 ກົນລະຍຸດ” ໝາຍເຖິງຍຸດທະວິທີ 36 ຢ່າງທີ່ຄົນບູຮານຖອດຖອນບົດຮຽນ ແລະປະສົບການດ້ານແນວຄິດ, ດ້ານຍຸດທະການ ເສິກສົງຄາມໃນຍຸກຕ່າງໆຂອງຈີນ, ໂດຍສະເພາະໃນສະໄໝລາຊະວົງເໜືອ-ໃຕ້(ຄສ 386-589) ເຖິງລາຊະວົງໝິງ ແລະລາຊະວົງຊິ່ງ ຕໍ່ມາໃນສັງຄົມປັດຈຸບັນກໍສາມາດຖອດຖອນບົດຮຽນ ແລະນໍາມາເປັນແນວທາງປະຕິບັດຢ່າງມີປະສິດທິຜົນ ທັງເປັນໜຶ່ງໃນບັນດາມໍລະດົກທາງດ້ານວັດທະນະທໍານາມມະທຳ ທີ່ມີປະຫວັດມາຢ່າງຍາວນານຂອງຊົນຊາດຈີນ.

  • ປຶ້ມ “ສັງຮວມຄໍາສັບສໍານວນ, ໂຕງໂຕຍ, ສຸພາສິດຈີນ-ລາວ, ລາວ-ຈີນ” ຮຽບຮຽງໂດຍທ່ານນາງ ຫົງແກ້ວ ໄຊຍະວົງ ເຊິ່ງເປັນສາດສະດາຈານດ້ານການແປ ແລະກວດແກ້ພາສາຈີນ-ລາວ, ລາວ-ຈີນ ຜູ້ທີ່ມີປະສົບການສະເພາະດ້ານເກືອບ 40 ປີ ເຊິ່ງປຶ້ມເຫຼັ້ມນີ້ໄດ້ສັງຮວມຄໍາສັບສໍານວນໂຕງໂຕຍ, ສຸພາສິດຈີນ-ລາວ, ລາວ-ຈີນທັງໝົດ 700 ກວ່າສັບສໍານວນ ເຊິ່ງເປັນຂໍ້ມູນທີ່ມີຄຸນຄ່າຫລາຍສໍາລັບຜູ້ໃຊ້ພາສາລາວ-ຈີນ, ລາວ-ຈີນ ກໍຄືນັກຮຽນ, ນັກສຶກສາ, ວິຊາການ ແລະອື່ນໆ.

ພິເສດ, ເພື່ອເປັນການແລກປ່ຽນວັດທະນະທໍາກໍຄືປະກອບສ່ວນປຶ້ມເຂົ້າໃນຫ້ອງສະໝຸດ, ຢູ່ໃນງານຍັງໄດ້ມີການມອບຮັບປຶ້ມໃຫ້ແກ່ຫໍສະໝຸດແຫ່ງຊາດ ແລະ ພາກສ່ວນຕ່າງໆ. ນອກນັ້ນ ຍັງໄດ້ຈັດການສົນທະນາແລະ ກິດຈະກໍາແລກປ່ຽນວັດທະນະທໍາລາວ-ຈີນນໍາອີກ ເຊິ່ງໄດ້ດຶງດູດມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ແບ່ງປັນ