Breaking News

ຮ່ວມສະແດງຄວາມຍິນດີ!!! ນາງງາມໄທຄ້ວາຕໍາແໜ່ງ Miss International 2019 ເປັນຄັ້ງປະຫວັດສາດ…

ແບ່ງປັນ

ຮ່ວມສະແດງຄວາມຍິນດີ!!! ນາງງາມໄທຄ້ວາຕໍາແໜ່ງ Miss International 2019 ເປັນຄັ້ງປະຫວັດສາດ…

ຈົບລົງໄປແລ້ວສໍາລັບການປະກວດ  Miss International 2019 ທີ່ຈັດຂຶ້ນທີ່ ກຸງໂຕກຽວ ປະເທດ ຍີ່ປຸ່ນ ເຊິ່ງຮອບຕັດສິນໄດ້ຈັດຂື້ນໃນຄໍ່າຄືນຂອງວັນທີ 12 ພະຈິກທີ່ຜ່ານມານີ້… ຜົນການຕັດສິນໄດ້ອອກມາຢ່າງເປັນທາງການແລ້ວວ່າ ຜູ້ທີ່ຄວ້າ  Miss International 2019 ນັ້ນແມ່ນໄດ້ແກ່ ນາງງາມຕົວແທນຈາກປະເທດ ໄທ ນັ້ນກໍຄື Miss Sireethorn Leearamwat  ເຊິ່ງຖືວ່າເປັນຄັ້ງທໍາອິດທີ່ນາງງາມຈາກປະເທດໄທໄດ້ຮັບຕໍາແໜ່ງອັນຊົງກຽດຈາກເວທີນີ້ມາຄອງ ພ້ອມກັນນັ້ນຍັງຄວ້າຕໍາແໜ່ງ Miss International of Asia ມາຄອງນໍາອີກ ຖືວ່າເປັນນາງງາມທີ່ເຕັມໄປດ້ວຍຄວາມສາມາດອີ່ຫຼີ ແນວໃດກໍຂໍສະແດງຄວາມຍິນດີນໍານາງງາມຕົວແທນປະເທດໄທ ແລະ ປະຊາຊົນຄົນໄທຫຼາຍໆເດີ້ ແລະ ຂໍສະແດງຄວາມຍິນດີກັບບັນດານາງສາວງາມທີ່ໄດ້ຕໍາແໜ່ງຮອງອັນດັບ 1 : Miss Andrea Toscano (Mexico); ຮອງອັນດັບ 2 : Miss Evelyn Namatovu (Uganda); ຮອງອັນດັບ 3 : Miss Maria Alejandra Vengoechea (Colombia)  ແລະ ຮອງອັນດັບ 4 : Miss Harriotte Lane (United Kingdom) ທຸກຄົນເດີ້!

     

ສໍາລັບປະເທດລາວເຮົາກໍໄດ້ສົ່ງຕົວແທນຄື ສາວ ຕູ່ຕູ່ ໄພທິດາ ໂພທິສານ  Miss International Laos 2019 ໄປຮ່ວມປະກວດ ແຕ່ໜ້າເສຍດາຍທີ່ສາວງາມຈາກປະເທດລາວເຮົານັ້ນບໍ່ໄດ້ເຂົ້າເຖິງຮອບ 10 ຄົນສຸດທ້າຍ ແຕ່ສາວ ຕູ່ຕູ່ ກໍໄດ້ປະຕິບັດໜ້າທີ່ຕົວເອງຈົນສຸດກົກສຸດປາຍ ແລະ ສຸດຄວາມສາມາດແລ້ວ ແນວໃດຄົນລາວທຸກຄົນກໍເປັນກໍາລັງໃຈໃຫ້ສະເໝີເດີ້!!!

ຂອບໃຈຮູບພາບຈາກ: Miss International Beauty Pageant

ແບ່ງປັນ