Breaking News

ທ່ຽວຟາມພູຕາເວັນ ຊົມຄວາມງົດງາມຂອງ…

ແບ່ງປັນ

ສາວໆທີ່ໜ້າຮັກ ໃກ້ຈະຮອດເດືອນແຫ່ງຄວາມຮັກແລ້ວເນາະ ທີມງານ ຂວັນໃຈ ໄດ້ນໍາເອົາສະຖານທີ່ທ່ອງທ່ຽວ ທີ່ເປັນສະຖານທີ່ແຫ່ງໃໝ່ ມາໃຫ້ໜຸ່ມໆສາວໆໄດ້ໄປທ່ຽວຊົມໃນມື້ພັກຜ່ອນ ຟາມພູຕາເວັນ ຕັ້ງຢູ່ ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຖ້າຫາກເດີນມາແຕ່ນະຄອນຫຼວງ ມາຕາມເສັ້ນທາງເລກທີ່ 13 ໃຕ້ ຈະໃຊ້ເວລາໃນການເດີນທາງປະມານ 1 ຊົ່ວໂມງ 30 ນາທີ ແລະ ຟາມພູຕາເວັນແຫ່ງນີ້ເປີດໃຫ້ນັກທ່ອງທ່ຽວສາມາດເຂົ້າຊົມໄດ້ຕັ້ງແຕ່ 9 ໂມງເຊົ້າ ຫາ 6 ໂມງແລງ ຄ່າປີ້ເຂົ້າຊົມລາຄາ 10.000 ກີບ

ຟາມພູຕາເວັນ ເປັນບ່ອນພັກຜ່ອນທີ່ແສນສະບາຍ ແລະ ຍັງເປັນບ່ອນຜ່ອນຄາຍກັບການທ່ຽວຊົມ ແລະ ພັກອາໄສຕິດພັນກັບທໍາມະຊາດ, ໜີຫ່າງຈາກບ່ອນທີ່ມີຄວາມສັບສົນຂອງຍານພາຫະນະ ແລະ ຕົວເມືອງທີ່ແອອັດ, ມາທ່ຽວຊົມທໍາມະຊາດອັນແສນສົດຊື່ນ ແລະ ການບໍລິການທີ່ໜ້າປະທັບໃຈ ທີ່ໄດ້ຈັດໄວ້ຄອຍໃຫ້ບໍລິການທ່ານທີ່ຟາມພູຕາເວັນ

ໃນຟາມແຫ່ງນີ້ປັດຈຸບັນໄດ້ມີຜົນຜະລິດຫຼາຍຢ່າງເຊັ່ນ: ການປູກໝາກແຕງແຄນຕາລຸກ, ໝາກເລັ່ນ, ໝາກເຜັດ, ໝາກນາວ, ໝາກສາລີ, ໝາກກ້ວຍ, ຫຍ້າສໍາລັບລ້ຽງສັດ, ພືດໃຫ້ດອກ, ເບ້ຍໄມ້ເສດຖະກິດ. ສໍາລັບການລ້ຽງສັດແມ່ນມີການລ້ຽງງົວ, ລ້ຽງໝູ, ປາ, ກົບ ແລະ ສັດນໍ້າອີກຫຼາຍຊະນິດທີ່ບໍລິສັດກໍາລັງວາງແຜນ ຢູ່ຟາມແຫ່ງນີ້ມີສະຖານທີ່ພັກ, ຮ້ານອາຫານ ແລະ ສະຖານທີ່ໆເຕັມໄປດ້ວຍທໍາມະຊາດ, ພືດພັນທັນຍາຫານສົດໆຈາກຟາມ ແລະ ສວນດອກໄມ້ທີ່ມີຄວາມກວ່າງເຖິງ 20 ເຮັກຕາ ຜູ້ທີ່ມາທ່ຽວຊົມຈະໄດ້ພົບ ແລະ ໄດ້ສໍາຜັດກັບການທ່ອງທ່ຽວແບບທໍາມະຊາດເຊັ່ນ: ກິດຈະກໍານອນເຕັ້ນ ແລະ ອື່ນໆ, ທາງຟາມພູຕາເວັນຫວັງວ່າຈະໄດ້ບໍລິການນັກທ່ອງທ່ຽວທຸກທ່ານໃຫ້ມີຄວາມສຸກ ໂດຍການສໍາຜັດ 5 ຄວາມຮູ້ສຶກ ແລະ ການກະເສດແບບທໍາມະຊາດໃນການຟື້ນຟູສະພາບຈິດໃຈ ແລະ ຮ່າງກາຍຂອງທຸກຄົນ

ໃນມື້ພັກຜ່ອນຖ້າ ໜຸ່ມໆສາວໆບໍ່ທັນມີແຜນໄປທ່ຽວໃສລອງໄປສໍາຜັດກັບຄວາມງົດງາມຂອງສະຖານທີ່ແຫ່ງນີ້ລອງເບິ່ງເດີ້ ຮັບຮອງວ່າຈະບໍ່ຜິດຫວັງຢ່າງແນ່ນອນ

 

 

 

 

ແບ່ງປັນ