Breaking News

ເມືອງເກົ່າສຸວັນນະໂຄມຄໍາເປັນ…

ແບ່ງປັນ

ແຟນໆທີ່ໜ້າຮັກຂອງ ຂວັນໃຈ ທັງຫຼາຍ ມື້ນີ້ ທີມງານ ຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວທີ່ຢູ່ທາງພາກເໜືອຂອງລາວເຮົາ ນັ້ນກໍຄືແຂວງ ບໍ່ແກ້ວ ເມື່ອເວົ້າເຖິງ ແຂວງບໍ່ແກ້ວ ແນ່ນອນແລ້ວວ່າ ບັນດາຜູ້ອ່ານທີ່ໜ້າຮັກ ກໍຄົງຈະເຄີຍໄປທ່ຽວມາແລ້ວ ແຂວງບໍ່ແກ້ວ ເປັນອີກແຂວງໜຶ່ງທີ່ມີສະຖານທີ່ທ່ອງທ່ຽວທີ່ຫຼາກຫຼາຍ ບໍ່ວ່າຈະເປັນທາງວັດທະນະທໍາ, ທາງທໍາມະຊາດ ແລະ ທາງປະຫວັດສາດອີກດ້ວຍ

ສໍາລັບມື້ນີ້ ຈະມາແນະນໍາໃຫ້ທ່ານຜູ້ອ່ານທີ່ໜ້າຮັກ ໄດ້ຮູ້ຈັກກັບ ເມືອງເກົ່າສຸວັນນະໂຄມຄໍາ ເຊິ່ງເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ຢູ່ແຂວງ ບໍ່ແກ້ວ ເມືອງເກົ່າສຸວັນນະໂຄມຄໍາ ຕັ້ງຢູ່ລະຫວ່າງເຂດບ້ານດອນທາດ ແລະ ບ້ານຮົ່ມເຢັນ ຫ່າງຈາກຕົວເມືອງຕົ້ນເຜິ້ງປະມານ 5 ກິໂລແມັດ ຫ່າງຈາກເທດສະບານແຂວງ 40 ກິໂລແມັດ ເຊິ່ງເມືອງເກົ່າສຸວັນນະໂຄມຄໍາ ກວມເອົາເນື້ອທີ່ປະມານ 10.000 ເຮັກຕາ ສະຖານທີ່ແຫ່ງນີ້ ເປັນແຫຼ່ງທ່ອງທ່ຽວອັນເກົ່າແກ່ ທີ່ປະຊາຊົນແຂວງບໍ່ແກ້ວ ໃຫ້ຄວາມເຄົາລົບສັດທາຫຼາຍ

ອີງຕາມຫຼັກຖານຢັ້ງຢືນທາງປະຫວັດສາດໄດ້ໃຫ້ຮູ້ວ່າ ບັນດາພຣະພຸດທະຮູບ ແລະ ພຣະທາດຕ່າງໆທີ່ຢູ່ໃນຂົງເຂດດັ່ງກ່າວ ໄດ້ຖືກສ້າງຂຶ້ນໃນສະຕະວັດທີ 5 ແລະ ໄດ້ຮັບການບູລະນະມາຫຼາຍຄັ້ງ ບັນດາຊາກຫັກພັງທັງຫຼາຍທີ່ເຫັນໃນປັດຈຸບັນ ເຊິ່ງລວມມີປະມານ 40 ຈຸດ ທີ່ກະແຈກກະຈາຍໄປທົ່ວບໍລິເວນນີ້ ແມ່ນເກີດຂຶ້ນໃນສະໄໝອານາຈັກລາວລ້ານຊ້າງ ໄລຍະສະຕະວັດທີ 14 ຫາ 16 ພິເສດຢູ່ແຫ່ງນີ້ຍັງມີພະພຸດທະຮູບອົງໃຫຍ່ທີ່ສຸດໃນປະເທດລາວເຊິ່ງມີຄວາມສູງປະມານ 7.22 ແມັດ(ບໍ່ນັບຍອດເກດ), ມີໜ້າຕັກກວ້າງ 7,10 ແມັດ, ບ່າແຕ່ລະຂ້າງ 1,10 ແມັດ, ດ້ານຂ້າງ ແຕ່ກະໂພກຫາເຂົ່າ 3,60 ແມັດ ນັບວ່າເປັນພຣະພຸດທະຮູບອົງໜຶ່ງ ທີ່ໃຫຍ່ທີ່ສຸດຂອງປະເທດລາວ ແລະ ໃນຍ່ານອາຊີ ອາຄະເນ ຕາມຂະໜາດ ຂອງພະພຸດທະຮູບອົງນີ້ ໄດ້ສັນນິຖານວ່າ ແມ່ນ ພະພຸດທະຮູບປະຈຳທີ່ ວັດພະຣາດສະວັງ ຮອດປັດຈຸບັນນີ້ ຍັງເຫຼືອພຽງແຕ່ຮ່າງຄີງ, ສ່ວນພະຫັດ, ພະເກດ, ແຖ່ນ ແລະ ອື່ນໆ ໄດ້ຖືກຂຸດ, ເຈາະ, ກິດຫ້ຽນ ແລະ ກົ່ນເອົາຂອງດີໄປໝົດແລ້ວ

ແຂວງ ບໍ່ແກ້ວ ຍັງເປັນແຂວງທີ່ຂຶ້ນຊື່ທາງດ້ານອາຫານທ້ອງຖິ່ນ ໂດຍສະເພາະແມ່ນເຂົ້າຊອຍ(ບ້ານນໍ້າເກິ່ງ) ແລະ ເຂົ້າປຸ້ນຫົວໂລ້ງ (ບ້ານພິບຸນທອງ) ຖ້າຫາກໃຜມີໂອກາດໄດ້ໄປທ່ຽວທີ່ ແຂວງບໍ່ແກ້ວກໍຢ່າລືມໄປແວ່ຂໍພອນໄດ້ເດີ້

ແບ່ງປັນ