Breaking News

ເໝາະສົມກັບຕຳແໜ່ງ MISS UNIVERSE 2016 ສາວງາມທີ່ບໍ່ໄດ້ມີດີແຕ່ໜ້າຕາ!

ແບ່ງປັນ

ເໝາະສົມກັບຕຳແໜ່ງ MISS UNIVERSE 2016 ສາວງາມທີ່ບໍ່ໄດ້ມີດີແຕ່ໜ້າຕາ!

ປະກາດຜົນກັນໄປແລ້ວແບບສົດໆຮ້ອນໆກັບ Miss Universe ຄົນໃໝ່ Iris Mittenaere ຫຼືສາວງາມຈາກ ປະເທດ ຝຣັ່ງ (Miss France) ມີຄວາມງາມແຕ່ຫົວຈົນຮອດຕີນກັນເລີຍກັບສາວຄົນນີ້ມີ ອາຍຸ 24 ປີ ແລະ ອະນາຄົດເປັນວ່າທີ່ທັນຕະແພດ ເພາະນາງກຳລັງສຶກສາຢູ່ຄະນະແພດສາດ ແລະ ຫວັງວ່າຈະໃຊ້ເວທີ Miss Universe ຕໍ່ຍອດການຊ່ວຍເຫຼືອເລື່ອງແຂ້ວ ແລະ ຄວາມສະອາດຂອງຊ່ອງປາກ

ສິ່ງທີ່ເຮັດໃຫ້  Iris Mittenaere ສາມາດເອົາຊະນະໃຈກຳມະການ ແລະ ຜູ້ຄົນທົ່ວໂລກຈົນໄດ້ມົງກຸດມາຄອງກໍຄືການຕອບຄຳຖາມຢ່າງສະຫຼຽວສະຫຼາດ ຈົນເຮັດກຳມະການ ແລະ ກອງເຊີຍລຸກຂຶ້ນຕົບມືຊົມເຊີຍ

Miss Universe 2016 ປີນີ້ບໍ່ໄດ້ມີດີແຕ່ໜ້າຕາ ແຕ່ນາງມີຄວາມຮູ້ຮອບຕົວ ສົນໃຈຄວາມເຄື່ອນໄຫວຂອງໂລກ ແລະ ມີຄວາມຄິດທີ່ເປັນປະໂຫຍດ ສາມາດເປັນກະບອກສຽງໃຫ້ກັບຄົນທົ່ວໂລກໄດ້.

Picture Via: missuniverse and irismittenaeremf

ທີ່ມາຈາກ:​

ແບ່ງປັນ