Breaking News

ອາລັງການງານສ້າງ!!! ເສດຖີອຸດົມໄຊ ໃຫ້ເງິນລູກສາວຫລ້າເປັນຂອງຂວັນໃນມື້ແຕ່ງດອງ 300.000 ໂດລາ…

ແບ່ງປັນ

ໄລຍະແຫ່ງເທສະການ “ງານແຕ່ງດອງ” ຄູ່ຮັກຫຼາຍໆຄູ່ກໍທະຍອຍພາກັນສະຫລະໂສດໄປຕາມໆກັນ ແລະ  ເມື່ຶອເວົ້າເຖິງເລື່ອງງານແຕ່ງດອງແລ້ວ ວິນາທີນີ້ຄົງປະຕິເສດບໍ່ໄດ້ວ່າບໍ່ມີໃຜ ບໍ່ຮູ້ຈັກງານແຕ່ງດອງຂອງຄູ່ຮັກບ່າວສາວຄູ່ໃໝ່ຄູ່ນີ້ ທີີ່ກຳລັງເປັນທີ່ຮືຮາກັນຢູ່  Social   ນັບວ່າເປັນອີກໜຶ່ງງານແຕ່ງທີ່ມີຄວາມອະລັງການ ເມື່ອລູກສາວຫລ້າເສດຖີແຖວຫນ້າຂອງແຂວງອຸດົມໄຊ ສະຫລະໂສດເຂົ້າປະຕູວິວາກັບແຟນຫນຸ່ມສຸດຫລໍ່ ທີ່ຮືຮາ ແລະ ໜ້າອິດສາໄປກວ່ານັ້ນ ແມ່ນເມື່ອພໍ່ແມ່ເຈົ້າສາວ ມອບເງິນສົດ 300.000 ໂດລາສະຫະລັດ ແກ່ຄູ່ບ່າວສາວ ເພື່ອເປັນຂອງຂວັນໃນງານແຕ່ງໃຫ້ລູກ ເຊິ່ງງານແຕ່ງໄດ້ຈັດຂຶ້ນຢູ່ທີ່ ແຂວງອຸດົມໄຊ

ແນວໃດ! ທາງຂວັນໃຈ  ກໍຂໍສະແດງຄວາມຍິນດີນໍາຄູ່ຮັກຄູ່ສົມຣົດໃໝ່ນໍາເດີ້ ຂໍໃຫ້ເປັນຜົວແກ້ວເມຍທິບ ຮັກກັນຈົນເຖົ້າຈົນແກ່!!!!

ແບ່ງປັນ