Breaking News

ນໍາ Fashions ບໍ່ທັນ! ລອງມາແຕ່ງແບບ Basic Look ກັນເບິ່ງບໍ່? ແຕ່ງງ່າຍແຕ່ຮັບຮອງວ່າໂດດເດັ່ນມີ Style ຢ່າງແນ່ນອນ…

ແບ່ງປັນ

Fashions ນັ້ນປ່ຽນແປງຢູ່ຕະຫຼອດເວລາ ຈົນເຮັດໃຫ້ສາວໆຄືເຮົາຕ້ອງແລ່ນນໍາມັນຈົນເມື່ອຍ ແຖມບາງເທື່ອກໍເປັນ Style ທີ່ແຕ່ງນໍາໄດ້ຍາກເຫຼືອເກີນ ມື້ນີ້ຂວັນໃຈເລີຍຂໍແນະນໍາ ໃຫ້ມາປ່ຽນເປັນ Basic Look ກັນເບິ່ງບໍ່? Look ພື້ນຖານທີ່ມີແຕ່ເສື້ອຢືດ ສົ້ງຢີນ ກັບເກີບຜ້າ ເທົ່ານີ້ກໍງາມໄດ້ ສາວໆລອງເປີດຕູ້ເຄື່ອງ ຊອກຫາສອງສາມຢ່າງນີ້ ເຊື່ອວ່າແຕ່ລະຄົນຕ້ອງມີຢູ່ແນ່ນອນ ແລ້ວໄປເບິ່ງກັນວ່າ Look ງ່າຍໆແບບນີ້ ຈະເຮັດໃຫ້ເຮົາໂດດເດັ່ນມີ Style ໄດ້ແນວໃດ? ໄປເບິ່ງກັນ!

1. Look Sport Girl ດ້ວຍເສື້ອແຂນຍາວກັບຢີນສີດໍາ

2. ເສື້ອແຂນຍາວສີສົດໄສກັບຢີນຊົງ Boy

3. ເສື້ອຢືດຕົວໃຫຍ່ກັບຢີນຂາມ້າ

4. ເສື້ອຢືດລາຍຂວາງກັບຢີນສີດໍາເຂັ້ມ

5. ເສື້ອຢືດແຂນສາມສີຂາວກັບຢີນສີດໍາໝົ່ນ

6. ເສື້ອຢືດລາຍຂວາງກັບຢີນສີຟ້າອ່ອນ

7. ເສື້ອຢືດສີຂາວຕົວໃຫຍ່ກັບຢີນຂາສັ້ນ

8. ເສື້ອຢືດສີຂາວກັບຢີນຊົງສະກິນນີ່ສີດໍາ

9. ເສື້ອຢືດແຂນຍາວກັບຢີນສີ Classic ແບບຂາດ

10. ເສື້ອຢືດແຂນສັ້ນສີດໍາກັບຢີນຊົງ Boy ສີຈາງ

11. ເສື້ອສີບົວຈາງກັບຢີນສຸດ Classic

12. ເສື້ອຢືດສີຂາວກັບຢີນສີຈາງ

13. ເສື້ອແຂນກຸດສີຂາວກັບຢີນສີເທົ່າ

14. ເສື້ອຢືດລາຍຂວາງຕົວໃຫຍ່ກັບຢີນພັບຂາ

15. ເສື້ອແລນທັກສີຂາວກັບຢີນສີຂຽວຂີ້ມ້າ

16. ເສື້ອຢືດແຂນຍາວສີຂາວກັບຢີນຂາດຂາແບບເຊີໆ

Cr: Sprice

ແບ່ງປັນ