Breaking News

ສະແດງຄວາມຍິນດີນຳ! “demi leigh nel peters” Miss Universe 2017 ເຂົ້າປະຕູວິວາກັບແຟນໜຸ່ມນັກເຕະຊື່ດັງ…

ແບ່ງປັນ

ກ່ອນໜ້ານີ້ເຮັດໃຫ້ກອງເຊຍນາງງາມ ແລະ ທົ່ວໂລກລຸ້ນໄປຕາມໆກັນເລີຍກໍວ່າໄດ້ ເມື່ອ Miss Universe 2017 ຈາກອາຟຣິກາໃຕ້ຢ່າງ “demi leigh nel peters” ເດມີ ລີເນວ ປີເຕີ  ຖືກແຟນໜຸ່ມຕານໍ້າຂ້າວ  “Timtebow”  ໜຸ່ມນັກເຕະຊື່ດັງສຸດຫລໍ່ ຈາກທີມ New York Mets ຈັດ Surprise ຄຸກເຂົ້າຂໍແຕ່ງງານ

ລ່າສຸດວັນທີ 20 ມັງກອນ 2020 ທີ່ຜ່ານມາ ທັງຄູ່ກໍໄດ້ຈູງມືກັນເຂົ້າປະຕູວິວາ ຢູ່ທີ່ La Paris Estate ອາຟຣິກາໃຕ້ ທ່າມກາງຄວາມຍິນດີຂອງພໍ່ແມ່ພີ່ນ້ອງ, ໝູ່ເພື່ອນ  ແລະ ໝູ່ເພື່ອນນາງງາມເຂົ້າມາສະແດງຄວາມຍິນດີເປັນຈໍານວນຫຼວງຫຼາຍ

ງານນີ້ເອີ້ນໄດ້ວ່າເປັນງານແຕ່ງລະດັບຈັກກະວານ ທີ່ເຕັມໄປດ້ວຍຄວາມຫວານ ແລະ ຄວາມຟິນ  ຈັງໃດທາງຂວັນໃຈກໍຂໍສະແດງຄວາມຍິນດີນໍາຄູ່ເຈົ້າບ່າວເຈົ້າສາວປ້າຍແດງ “demi leigh nel peters” Miss Universe 2017 ແລະ ແຟນໜຸ່ມ ຂໍໃຫ້ຮັກກັນຕະຫຼອດໄປເດີ້!!!

ຂອບໃຈຮູບພາບຈາກ: demileigyhnp

ແບ່ງປັນ