Breaking News

Lifestyle ຂອງຜູ້ຍິງເກັ່ງ ທີ່ເຮັດໃຫ້ຕົນເອງເດັ່ນກວ່າຄົນອື່ນ…

ແບ່ງປັນ

ລອງສັງເກດຕົນເອງ  ແລະ  ຜູ້ຍິງທີ່ເກັ່ງ ຫຼາຍໆຄົນຢູ່ໃນບ່ອນເຮັດວຽກ ບາງຄົນກໍເຮຮາລ່າເລິງ  ບາງຄົນມີບຸກຄະລິກ ແບບຜູ້ນໍາ ໃນຂະນະທີ່ບາງຄົນອາດຈະນິ່ງ ເຊິ່ງເບື້ອງຫຼັງບຸກຄະລິກ ຂອງສາວໆ ເຫຼົ່ານີ້ ມີບາງສິ່ງທີ່ຄ້າຍຄືກັນນັ້ນກໍຄື Life Style ທີ່ສະແດງໃຫ້ເຫັນວ່າ ມີຄວາມ Cool ນ່າຫຼົງໄຫຼໃນສາຍຕາຂອງຫຼາຍໆຄົນ ລອງມາເບິ່ງແນວທາງການໃຊ້ຊີວິດຂອງຜູ້ຍິງທີ່ເກັ່ງ  ເຈົ້າອາດຈະຢາກລອງເອົາໄປໃຊ້ຕາມ!!!

ເຮັດວຽກໜັກ ລາຍຈ່າຍຫຼາຍ

ບໍ່ມີຫຍັງມາຢຸດພວກນາງໄດ້ ທັງວຽກຫຼັກ ແລະ ວຽກຮອງ ຜູ້ຍິງທີ່ເກັ່ງທັງຫຼາຍ ຈະຈິງຈັງກັບເລື່ອງວຽກ  ເຮັດຈົນກວ່າຈະສໍາເລັດ ແລະ ຫຼາຍເທື່ອທີ່ເຮັດຈະໄດ້ດີກວ່າຄົນອື່ນ ໃນຂະນະດຽວກັນພວກນາງກໍມີເລື່ອງທີ່ເຮັດແບບຫຼີ້ນໆທີ່ຢາກເຮັດເກັ່ງຄືກັນ! ເວົ້າໄດ້ວ່າຈິງຈັງໄປເກືອບທຸກເລື່ອງ

ຮຽນຮູ້ສິ່ງໃໝ່ຕະຫຼອດເວລາ

ຜູ້ຍິງປະເພດນີ້ ຈະເຕີມເຕັມຊີວິດຕົນເອງຕະຫຼອດເວລາ ຊອກຫາຮຽນຮູ້ສິ່ງໃໝ່ໆ ບໍ່ມີຄໍາວ່າ  “ນໍ້າເຕັມແກ້ວ” ສໍາຫຼັບ ສາວໆເຫຼົ່ານີ້ ຮຽນຮູ້ຢູ່ຕະຫຼອດເວລາ ຈະເຮັດໃຫ້ມີຄວາມກະຕືລືລົ້ນກັບຊີວິດ ແຖມຍັງໄດ້ຄົ້ນພົບມຸມມອງໃໝ່ໆ ທີ່ຈະຊ່ວຍພັດທະນາຂຶ້ນໄປອີກຂັ້ນໃນທຸກໆມື້

ບໍ່ເສີຍເວລາລໍຖ້າໃນສິ່ງທີີ່ບໍ່ເປັນໄປຕາມນັດໝາຍ

ເຈົ້າຈະຖ້າເຮັດຫຍັງ ເວລາທີ່ເສຍໄປ ເອົາໄປເຮັດສິ່ງອື່ນດີກວ່າ ເພາະໃນຊີວິດຂອງຜູ້ຍິງແບບເຮົາ ມີຫຼາຍຢ່າງໃຫ້ເຮັດ ອາດຈະເປັນການໄດ້ນອນເພື່ອພັກສາຍຕາ ຍັງມີປະໂຫຍດຫຼາຍກວ່າການມານັ່ງຖ້າໃນສິ່ງທີ່ບໍ່ເປັນໄປຕາມແຜນ ເສຍເວລາອີກແມ່ນບໍ

ຜູ້ຍິງບໍ່ໄດ້ສົມບູນແບບ

ນີ້ອາດຈະເປັນຄວາມເຂົ້າໃຈຜິດຫຼາຍທີ່ສຸດ ທີ່ຄົນທົ່ວໄປຄິດວ່າຜູ້ຍິງເປັນຄົນເກັ່ງທີ່ບໍ່ແມ່ນຫຸ່ນຍົນ ພວກນາງມີຄວາມຮູ້ສຶກ ອາດຈະໂມໂຫໄດ້ຕະຫຼອດເວລາຖ້າເວລາເຮັດຜິດພາດ  ແຕ່ກໍບໍ່ຢຸດຮຽນຮູ້ໃນສິ່ງທີ່ຢາກຮູ້ ແລະ ພັດທະນາຕົວເອງຢູ່ສະເໝີ ເພາະແບບນີ້ ພວກນາງເລີຍຍັງເບິ່ງດູແພງ ແລະ ບໍ່ຕົກເທຣນງ່າຍໆ

ຄິດບວກເກັ່ງ ຮັກຕົວເອງເປັນ

ສາວໆສ່ວນໃຫຍ່ ເປັນຄົນປະເພດທີ່ມັກຈະປະທະກັບບັນຫາເຊິ່ງໆໜ້າ ດັ່ງນັ້ນ ການຄິດບວກ ຈື່ງສໍາຄັນກັບພວກນາງຫຼາຍ ເພາະຈະເຮັດໃຫ້ບໍ່ທໍ້ໃນຊ່ວງເວລາທີ່ມືດແປດດ້ານ ຊ່ວຍໃຫ້ເຮົາມີສະຕິ ແລະ ຫາທາງແກ້ໄຂບັນຫາໄດ້ຢ່າງສະຫຼຽວສະຫຼາດ ລອງຄິດບວກແທນຄິດລົບ ແລ້ວເຮົາຈະມີຄວາມສຸກງ່າຍຂຶ້ນ ຜ່ອນຄາຍຄວາມຄຽດລົງໄດ້

ເບິ່ງແຍງຕົວເອງໄດ້

ຜູ້ຍິງເບິ່ງແຍງຕົວເອງໄດ້ແນ່ນອນ ແຕ່ກໍບໍ່ເຖິງຂັ້ນ Wonder woman ສາວເກັ່ງກໍມີມຸມທີ່ອ່ອນແອ ສິ່ງທີ່ຝຶກແນວໃດກໍບໍ່ຄືກັນເຊັ່ນ: ບາງຄົນແຕ່ງກິນບໍ່ເກັ່ງ ບາງຄົນກໍ່ເຮັດວຽກບ້ານການເຮືອນບໍ່ເປັນແຕ່ ຜູ້ຍິງເຫຼົ່ານັ້ນມັກຈະມີທາງອອກສະເໝີ ເກັ່ງເລື່ອງຫາເຄັດລັບ ເກັ່ງເລື່ອງແກ້ບັນຫາ ແລະ ຜ່ານມັນໄປໄດ້ແບບຊິວໆ ຫຼາຍຄົນເລີຍຄິດວ່າພວກນາງສົມບູນແບບ

ບໍ່ເອົາຄວາມຮູ້ສຶກຕົວເອງໄປຜູກໄວ້ກັບໃຜຫຼາຍຈົນເກີນໄປ

Don’t care too much! ເພາະວ່າຜູ້ຍິງຮູ້ວ່າມັນຄືຊິເຈັບປວດຫຼາຍ ຫາກມີບາງສິ່ງທີ່ປ່ຽນໄປ ຫຼືບໍ່ເປັນໄປຕາມທີ່ຄິດ ເຮົາບໍ່ສາມາດຄາດເດົາ ຫຼື ປ່ຽນແປງໃຜໄດ້ສະເໝີໄປ ແຕ່ສິ່ງທີ່ເຮົາປ່ຽນໄດ້ແທ້ໆ ກໍຄືຄວາມຮູ້ສຶກຂອງຕົນເອງ ແນວທາງການໃຊ້ຊີວິດແບບນີ້ກໍຄືການສ້າງພູມຄຸ້ມກັນທາງຄວາມຮູ້ສຶກໃຫ້ຕົນເອງ

ແບ່ງປັນ