Breaking News

ທາງການຈີນແຈ້ງການດ່ວນ!!! ສັ່ງໃຫ້ປິດເມືອງ ອຸຮັ່ນ ເພື່ອຄວບຄຸມໄວຣັສ ປອດອັກເສບ ສາຍພັນໃໝ່ ຫຼັງຈາກມີຈໍານວນຜູ້ປ່ວຍເພີ່ມຂຶ້ນ…

ແບ່ງປັນ

ເມືອງ ອຸຮັ່ນ ເປັນອີກໜື່ງສູນກາງການຄົມມະນາຄົມ ແລະ ເສດຖະກິດໃນພາກກາງຂອງຈີນ ກາຍເປັນແຫຼ່ງກຳເນີດ ແລະ ຕົ້ນຕໍຂອງການແຜ່ລະບາດຂອງເຊື້ອໄວຣັດ ໂຄໂຣນາ ສາຍພັນໃຫມ່ຕັ້ງແຕ່ເດືອນທັນວາປີທີ່ແລ້ວ ແລະ ມີຜູ້ເສຍຊີວິດຢ່າງຕໍ່ເນື່ອງມາໃນເດືອນນີ້ 17 ຄົນແລ້ວ  ເປັນຄົນເມືອງ ອູ່ຮັ່ນທັງໝົດ ພ້ອມທັງມີອາການຜິດປົກກະຕິຢ່າງຮຸນແຮງກັບລະບົບທາງເດີນຫາຍໃຈ ແລະ ຜູ້ປ່ວຍຫຼາຍກວ່າ 500 ຄົນທົ່ວປະເທດ.  ນອກຈາກນີ້,​ ຍັງມີຜູ້ຕິດເຊື້ອຢູ່ປະເທດອື່ນ ບໍ່ລວມຮົງກົງ ແລະ ມາເກົາ ຄື ປະເທດໄທ, ຍີ່ປຸ່ນ, ເກົາຫຼີໃຕ້, ໃຕ້ຫວັນ ແລະ ອາເມລິກາ

ເມື່ອວັນທີ 23 ມັງກອນ 2020 ທີ່ຜ່ານມາ ສໍານັກຂ່າວຂອງ ຈີນລາຍງານວ່າ ນັບຕັ້ງແຕ່ເວລາ 10:00 ໂມງ ຕາມເວລາທ້ອງຖິ່ນຂອງ ສປຈີນ (ເຊິ່ງກົງກັບ 09:00 ໂມງຂອງເວລາ ສປປ ລາວ) ລະບົບຂົນສົ່ງຂອງສາທາລະນະທຸກປະເພດ ແລະ ທຸກເສັ້ນທາງອອກຂອງເມືອງອູ່ຮັ່ນ ເມືອງເອກຂອງມົນທົນຫູເປີ່ຍໃນພາກກາງຂອງຈີນ ຈະປິດໃຫ້ບໍລິການຈົນກວ່າຈະມີຄໍາສັ່ງປ່ຽນແປງ ບໍ່ໃຫ້ຄົນອອກນອກເມືອງ ຍົກເວັ້ນມີເຫດທີ່ຈໍາເປັນ ແລະ ມີຂໍ້ມູນທີ່ສະແດງຢ່າງຊັດເຈນກັບເຈົ້າໜ້າທີ່ເທົ່ານັ້ນ

ວັນທີ 22 ມັງກອນ 2020  ທ່ານ ຈ້າວ ຊຽວຫວັງ ເຈົ້ານະຄອນອູ່ຮັ່ນ ໄດ້ຍົກເລິກການຈັດງານສະເຫຼີມສະຫຼອງເທສະການກຸດຈີນປີນີ້ ພ້ອມທັງສົ່ງໜັງສືສະເໜີໄປຍັງບໍລິສັດທ່ອງທ່ຽວທີ່ກຳລັງຈະນໍາພານັກທ່ອງທ່ຽວເຂົ້າມາທ່ຽວທີ່ເມືອງອູ່ຮັ່ນ ວ່າທາງການມີຄວາມຈໍາເປັນຫ້າມບໍ່ໃຫ້ຄົນເຂົ້າພື້ນທີ່ ຈົນຮອດວັນທີ 8 ກຸມພາ 2020 ນອກຈາກນີ້ ປະຊາຊົນ ແລະ ນັກທ່ອງທ່ຽວຢູ່ພື້ນທີ່ອື່ນກໍບໍ່ຄວນເຂົ້າມາເມືອງອຸຮັ່ນໃນໄລຍະນີ້.

ຂອບໃຈຂໍ້ມູນຈາກ: Kao Today

ແບ່ງປັນ