Breaking News

ສະແດງຄວາມຍິນດີນໍາ!!! ດີ້ ສາວລາວ Go Inter ໄດ້ຮັບໂອກາດຮ່ວມສະແດງສາລະຄະດີກ່ຽວກັບປະເທດລາວ ຂອງປະເທດ ເຢຍລະມັນ…

ແບ່ງປັນ

ເປັນແມ່ຍິງລາວອີກຄົນໜຶ່ງທີ່ມີຄວາມສາມາດ ດ້ານກິລາ ແລະ ໄດ້ຮັບຄວາມສົນໃຈຫຼາຍພໍສົມຄວນສໍາລັບ ນັກມວຍສາວຄົນນີ້ ດາວມະຍຸລີ ຈັນທິລາດ ຫຼືດີ້ສາວລາວ ນັກມວຍ ຄິກບ່ອກຊິ່ງ ຜູ້ທີ່ມີຄວາມຝັນ ແລະ ເປົ້າໝາຍຊັດເຈນຄື ຢາກຈະຂຶ້ນເວທີໃຫຍ່ລະດັບສູງສຸດຂອງວົງການນີ້… ແລະ ພວກເຮົາກໍມັກຈະໄດ້ເຫັນການພັດທະນາຂອງ ສາວນ້ອຍຄົນນີ້ຢູ່ເປັນປະຈໍາ ຜ່ານການຂຶ້ນຊົກແຕ່ລະຄັ້ງ ເຊິ່ງສ່ວນຫຼາຍກໍໄດ້ຮັບໄຊຊະນະ!! ແລະ ມື້ນີ້ກໍເປັນສິ່ງທີ່ໜ້າຍິນດີອີກສິ່ງໜຶ່ງ ເມື່ອສາວດີ້ໄດ້ໂພສຮູບຜ່ານ Page Facebook ສ່ວນຕົວ Dee Sao Lao – ດີ້ ສາວລາວ ກ່ຽວກັບເບື້ອງຫຼັງການຖ່າຍສາລະຄະດີວ່າ “ຂ້ອຍດີໃຈທີ່ໄດ້ເປັນສວ່ນໜຶ່ງທີ່ໄດ້ເຂົ້າຮ່ວມເຮັດສາລະຄະດີກ່ຽວກັບປະເທດລາວ ແລະ ໂຊຄວາມສາມາດຂອງຕົນເອງອອກສູ່ຕ່າງປະເທດ ເຊິ່ງຈະໄດ້ອອກໂທລະທັດຂອງຕ່າງປະເທດຄື ປະເທດເຢຍລະມັນ​ ຊື່ຊ່ອງ SAT 1Glad​ ​to be part of a documentary about my country for German TV SAT1 program Grenzenlos – Die Welt entdecken” ເຊິ່ງມັນກໍສະແດງໃຫ້ເຫັນວ່າ ສາວດີ້ ໄດ້ Go Inter ໄປອີກຂັ້ນໜຶ່ງ ສ່ວນຄວາມຝັນທີ່ຢາກຈະຢືນຢູ່ຈຸດສູງສຸດຂອງນັກກິລາສາຍນີ້ກໍຄົງຈະບໍ່ໄກເກີນໄປ ສໍາລັບຄົນເກັ່ງໆແບບນີ້… ແນວໃດ ຂວັນໃຈ ກໍຂໍສະແດງຄວາມຍິນດີກັບສາວດີ້ ແລະ ຂໍເປັນກໍາລັງໃຈໃຫ້ໄປເຖິງເປົ້າໝາຍທີ່ຕັ້ງໄວ້ໂດຍໄວເດີ້!!

ในภาพอาจจะมี 3 คน, รถมอเตอร์ไซค์ และ สถานที่กลางแจ้ง

ในภาพอาจจะมี 2 คน, ผู้คนกำลังนั่ง

ในภาพอาจจะมี 1 คน, อยู่บนเวที

ในภาพอาจจะมี 1 คน, กำลังนั่ง และ สถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และ กางเกง

ຂອບໃຈຮູບພາບຈາກ: Dee Sao Lao – ດີ້ ສາວລາວ

 

ແບ່ງປັນ