Breaking News

ການໃຊ້ຊີວິດແບບບໍ່ມີການວາງແຜນ ເປັນການໃຊ້ຊີວິດທີ່ສ່ຽງ!! ມະນຸດເງິນເດືອນຄືເຮົາຕ້ອງຮູ້ຈັກວາງແຜນທ້ອນເງິນໃຫ້ເປັນ…

ແບ່ງປັນ

ການໃຊ້ຊີວິດໂດຍປາສະຈາກການວາງແຜນ ຖືເປັນຊີວິດທີ່ອ່າວສ່ຽງ ໂດຍສະເພາະໃນເລື່ອງການເງິນ ຖ້າບໍ່ມີການຈັດລະບົບກັນໃຫ້ດີ ເມື່ອຮູ້ຕົວກໍອາດຈະສວາຍເກີນໄປ ເພາະກຳລັງປະສົບກັບບັນຫາທາງການເງິນແບບຫຼີກບໍ່ໄດ້ ຕ້ອງຍອມຮັບວ່າ ຄົນເຮັດວຽກລໍຖ້າເງິນເດືອນນີ້ ສ່ວນໜຶ່ງຍັງບໍ່ສາມາດບໍລິຫານເງິນໄດ້ດີເທົ່າທີ່ຄວນ ແຕ່ເຊື່ອວ່າເຮົາສາມາດຮັບມືກັບມັນໄດ້ ຖ້າຮູ້ຈັກວາງແຜນ ແລະ ໃສ່ໃຈກັບອະນາຄົດທາງດ້ານການເງິນຂອງຕົນເອງໃຫ້ຫຼາຍຂຶ້ນ ເພາະໃນແຕ່ລະມື້ມີຄ່າໃຊ້ຈ່າຍເພີ່ມຂຶ້ນເລື້ອຍໆ ຈົນບໍ່ຮູ້ວ່າຈະເລີ່ມ ຈາກຈຸດໃດດີ ລອງມາອ່ານວິທີການວາງແຜນທ້ອນເງິນທີ່ບໍ່ຍາກເກີນ ຄວາມສາມາດຂອງທ່ານດອກເນາະ!

  1. ຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ.

ຄົນເຮັດວຽກທຸກຄົນອາດຈະຮູ້ສຶກວ່າ ທຸກສິ່ງທຸກຢ່າງທີ່ຢູ່ອ້ອມຕົວເຮົາ ມັນເປັນສິ່ງທີ່ຈຳເປັນທັງໝົດ ເຮັດໃຫ້ຕັດສິນໃຈໄດ້ຍາກ ແຕ່ເມື່ອຮອດເວລາຕ້ອງວາງແຜນການເງິນ ເຮົາກໍຈະເຫັນໂລດວ່າ ສິ່ງໃດຈຳເປັນທີ່ສຸດ ເຊັ່ນ: ອາຫານລາຄາແພງ, ຊື້ເຄື່ອງນຸ່ງທີ່ໃຊ້ພຽງເທື່ອດຽວ ຖ້າເຮົາສາມາດຄວບຄຸມຄ່າໃຊ້ຈ່າຍທີ່ບໍ່ຈຳເປັນໄດ້ ເຮົາກໍຈະເຫັນເງິນຢ່າງແນ່ນອນ.

  1. ທ້ອນກ່ອນ ຈຶ່ງຈ່າຍ

ຫຼາຍຄົນເລືອກທີ່ຈະໃຊ້ຈ່າຍກ່ອນ ເຫຼືອເທົ່າໃດແລ້ວຈຶ່ງທ້ອນ ເຊິ່ງມັນອາດຈະບໍ່ແມ່ນວິທີທີ່ຖືກຕ້ອງປານໃດ ເຮົາຄວນປ່ຽນມາໃຊ້ວິທີທ້ອນກ່ອນແລ້ວຈຶ່ງຈ່າຍ ຈະເຮັດໃຫ້ເຮົາມີເງິນເຫຼືອຫຼາຍຂຶ້ນ ເພາະເຮົາໄດ້ເອົາເງິນສ່ວນໜຶ່ງອອກໄປແລ້ວ ເຮົາກໍຈະໃຊ້ເງິນໄດ້ແບບອຸ່ນໃຈຫຼາຍຂຶ້ນ ເຮົາອາດຈະໃຊ້ຮູບການເປີດບັນຊີເງິນຝາກປະຈຳຮ່ວມ ເພື່ອຊ່ວຍທ້ອນເງິນໂດຍບໍ່ເອົາເງິນສ່ວນນີ້ມາໃຊ້ຈ່າຍ ແລະເປັນການສ້າງນິດໄສການທ້ອນເງິນໃຫ້ກັບຕົນເອງ.

  1. ຕັ້ງເປົ້າໝາຍໃນການທ້ອນເງິນ

ໃນໄລຍະທີ່ເຮົາເລີ່ມຕົ້ນທ້ອນເງິນ ໃຫ້ບັນທຶກລາຍຮັບ-ລາຍຈ່າຍນຳອີກ ເພື່ອໃຫ້ເຫັນວ່າ ໃນແຕ່ລະມື້ໄດ້ຈ່າຍເງິນໄປເທົ່າໃດແລ້ວໃຫ້ເລີ່ມຕັ້ງເປົ້າໃນການທ້ອນເງິນໃຫ້ກັບຕົວເອງວ່າ ເຮົາຈະເອົາເງິນໄປຊື້ລົດ, ຊື້ເຮືອນ ຫຼື ທ່ອງທ່ຽວຕ່າງປະເທດ ແລະ ສຸດທ້າຍເຮົາກໍຈະຮູ້ວ່າ ເຮົາຈະມີຄວາມສຸກກັບການທ້ອນເງິນເປັນກ້ອນໄດ້.

  1. ລົງທຶນບາງສ່ວນກັບກອງທຶນ

ຖ້າເຮົາມີເງິນທ້ອນບາງກ້ອນ ໃຫ້ລອງເອົາເງິນນັ້ນມາລົງທຶນກັບກອງທຶນຕ່າງໆ ຫຼື ປ່ອຍເງິນກູ້ກິນດອກເບ້ຍ ແຕ່ກ່ອນຈະລົງ ທຶນເຮົາຕ້ອງສຶກສາຂໍ້ມູນໃຫ້ດີກ່ອນ ຄິດໄລ່ວ່າ ມັນຄຸ້ມແລ້ວບໍ່ ? ບໍ່ດັ່ງນັ້ນ, ອາດຈະເກີດບັນຫານຳຫຼັງຕາມມາໄດ້ ການລົງທຶນນັ້ນ ແມ່ນ ລົງທຶນຕາມເງິນທີ່ເຮົາຈ່າຍໄດ້ ໂດຍບໍ່ໃຫ້ເດືອດຮ້ອນ ເງິນໃນສ່ວນນີ້ບໍ່ໃຫ້ກ່ຽວກັບເງິນທີ່ເຮົາຈ່າຍໃນແຕ່ລະມື້ ດັ່ງນັ້ນ, ເຮົາອາດຈະພົບກັບບັນຫາຢ່າງແນ່ນອນ.

ແບ່ງປັນ