Breaking News

ອັບເດດຕົວເລກຫຼ້າສຸດ! ສປປ ລາວ ມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ… (ມື້ນີ້ ວັນທີ 26 ມີນາ ເພີ່ມຂຶ້ນອີກ 3 ຄົນ)

ແບ່ງປັນ

ຈາກສະຖານະການລະບາດຂອງພະຍາດ Covid-19 ທີ່ຜ່ານມາ ປະເທດລາວເຮົາຍັງຄົງມີຍອດຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼ້າສຸດໃນຕອນບ່າຍຂອງວັນທີ 26 ມີນາ 2020 ຖະແຫຼງການຈາກ ກະຊວງສາທາລະນະສຸກ  ສ ປປ ລາວເຮົາມີຜູ້ຕິດເຊື້ອເພີ່ມຂຶ້ນ ອີກ 3 ກໍລະນີ ປັດຈຸບັນລວມມີ 6 ຄົນທີ່ຕິດເຊື້ອພະຍາດດັ່ງກ່າວ…

ຈາກການກວດວິເຄາະ ຫາເຊື້ອ 33 ກໍລະນີ ແລະ ພົບວ່າຕິດເຊື້ອ 3 ກໍລະນີ :

2 ກໍລະນີ ແມ່ນມາຈາກ ແຂວງຫຼວງພະບາງ ແລະ ສໍາພັດໃຫກ້ຊິດ ກັບ ກໍລະນີຜູ້ນໍາທ່ຽວ

ກໍລະນີທີ 1 ເພດຊາຍ ອາຍຸ 42 ປີ ຢູ່ບ້ານ ປ່ອງຄໍາ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນຄົນຂັບລົດໃຫ້ແກ່ ກຸ່ມທົວ

ກໍລະນີທີ  2 ເພດຊາຍ ອາຍຸ 52 ປີ ຢູ່ບ້ານ ວິຊຸນ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນຄົນຂັບລົດໃຫ້ແກ່ ກຸ່ມທົວ

ກໍລະນີທີ 3 ແມ່ນ ອາໄສ ຢູ່ ນະຄອນຫຼວງວຽງຈັນ ເພດຊາຍ ອາຍຸ 41 ປີ ປັດຈຸບັນອາໄສຢູ່ບ້ານ ຈໍາປາ ເມືອງ ສີໂຄດຕະບອງ ເປັນຜູ້ສໍາພັດໃກ້ຊິດ ກັບກໍລະນີ ຕິດເຊື້ອ ນັກທຸລະກິດ ທີ່ຕິດເຊື້ອຜ່ານມາ ຈາກສະຖານະການດັ່ງກ່າວ ສະຫຼຸບໄດ້ວ່າປັດຈຸບັນໃນ ສປປ ລາວ ມີຜູ້ຕິດເຊື້ອ 6 ຄົນ ແລະ ຈໍານວນຜູ້ຕິດເຊື້ອດັ່ງກ່າວໄດ້ຮັບການຮັກສາ ຢູ່ທີ່ໂຮງໝໍມິດຕະພາບ

ແບ່ງປັນ