Breaking News

ເຊີນທ່ຽວເທສະການ ງານດອກງີ້ວບານ ຄັ້ງທີ 17 ຂອງແຂວງບໍ່ແກ້ວ

ແບ່ງປັນ

ໃກ້ໆຈະຮອດເທສະການ ດອກງີ້ວບານແລ້ວ ປີນີ້ໄດ້ຈັດຂຶ້ນເປັນປີທີ 17 ຊຶ່ງ​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 4-12 ກຸມພາ 2017 ນີ້ ຢູ່ດອນຊາວ, ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ​ເປີດງານ​ຢ່າງ​ເປັນ​ທາງ​ການ​ແມ່ນ​ວັນ​ທີ 10 ກຸມພາ 2017.

ງານເທດສະການດອກງິ້ວບານ ແມ່ນປາງບຸນໜຶ່ງທີ່​ສໍາຄັນຂອງປະຊາຊົນບັນດາເຜົ່າ ຊາວເມືອງຕົ້ນເຜີ້ງ ກໍ່ຄືຂອງຊາວ ແຂວງບໍ່ແກ້ວ ທີ່ໄດ້ຈັດ​ຂຶ້ນທຸກໆປີ. ງານດັ່ງກ່າວມັນໄດ້ສ່ອງແສງໃຫ້ເຫັນເຖິງ​ແບບ​ແຜນ​ດໍາລົງຊີວິດ, ຮີດຄອງປະເພນີອັນດີງາມ, ຄວາມດຸໝັ່ນຫ້າວຫັນໃນການອອກແຮງງານທຳການຜະລິດຕິດພັນກັບການອະນຸລັກຮັກສາທຳມະຊາດ-ສິ່ງ​ແວດ​ລ້ອມ, ແນໃສ່ສົ່ງເສີມການທ່ອງທ່ຽວທຳມະຊາດ (ປ່າດອກງິ້ວບານ ດອນຊາວ), ທ່ອງທ່ຽວດ້ານວັດທະນະທຳ (ຮີດຄອງປະເພນີ 13 ຊົນເຜົ່າ ຂອງແຂວງບໍ່ແກ້ວ)

ພາຍໃນງານຈະມີກິດຈະກຳຫຼາຍຢ່າງເຊັ່ນ: ​ເລີ່​ມ​ແຕ່​ວັນ​ທີ 4 ​ຈະ​ມີ​ບັນດາ​ບໍລິສັດ​ຫ້າງ​ຮ້ານ, ຫົວໜ່ວຍ​ການ​ຜະລິດ, ທຸລະ​ກິດ ​ແລະ ບັນດາ​ເມືອງ ນຳ​ເອົາສິນ​ຄ້າ​ຜະລິດ​ຕະພັນ​ກະສິກຳ, ອຸດສາຫະກຳ, ສິນຄ້າ​ໂອດ​ອບ, ພືດ​ຜັກ​ປອດ​ສານພິດ ຫຼາຍ​ປະ​ເພດມາ​ວາງຂາຍ. ຊຶ່ງ​ຈະ​ປະກອບ​ໄປ​ດ້ວຍ​ອາຫານ​ການ​ກິນທີ່​ເປັນ​ເອກ​ະລັກ​ຂອງ​ບັນດາ​ເຜົ່າ. ຄາ​ດວ່າ​ຈະ​ມີ​ຫ້ອງ​ວາງສະ​ແດງ​ສິນຄ້າ ປະມານ 100 ກວ່າຫ້ອງ, ມີຊົມ​ການ​ແຂ່ງຂັນກິລາ​ພື້ນ​ເມືອງ ງົວຊົນງົວ, ມ້າຊົນມ້າ, ມວຍລາຍຈີນ, ມີການ​ສະ​ແດງ​ສິລະ​ປະ​ວັນນະຄະດີຂອງຊົນເຜົ່າຕ່າງໆໃນແຂວງບໍ່ແກ້ວ ແລະ ມີນັກ​ສິລະ​ປິນທັງພາຍ​ໃນ​ແຂວງ, ຈາກສູນກາງ ແລະ 3 ປະເທດໃກ້ຄຽງ ຄື: ສປ ຈີນ, ສສ ມຽນມາ ແລະ ​ລາຊາອານາຈັກໄທ ມາຮ່ວມສະແດງນຳ

 

ນອກນີ້, ຍັງມີການ​ປະ​ກວດ​ນາງ​ສາວ​ດອກ​ງີ້ວ​ບານ ​ໂດຍ​ໄດ້ຄັດ​ເລືອກ​ເອົານາງ​ສາວງາມ​ ຈໍານວນ 20 ນ້ອງ ຈາກບັນດາເມືອງ, ບັນດາບ້ານ ທີ່ເປັນຕົວແທນຂອງແຕ່ລະເຜົ່າ ຮອບ​ທຳ​ອິດ​ມື້​ເປີດ​ງານ (ວັນ​ທີ 10) ​ແລະ ຮອບ​ຕັດສິນ ມື້​ສຸດ​ທ້າຍ (ວັນ​ທີ 12) ແລະ ຍັງມີການ​​ສະ​ແດງ​ການເດີນແບບ​​ແຕ່ງ​ກາຍ​​ຂອງ​ 13 ຊົນເຜົ່າ ທີ່​ມີ​ຢູ່​ໃນ​ແຂວງ​ບໍ່​ແກ້ວ ​ເພື່ອຍ່າງ​ສະ​ແດງ​ເທິງ​ເວ​ທີ ພ້ອມ​ທັງ​ມີ​ການ​ເລົ່າ​ປະຫວັດ​ຫຍໍ້ຄວາມເປັນມາ​ຂອງ​ແຕ່ລະ​ເຜົ່າ.

ອັນທີ່ສໍາຄັນ ເພື່ອເຮັດໃຫ້ການຈັດງານຄັ້ງນີ້ມີເນື້ອໃນຄວາມໝາຍນັ້ນ ຍັງຈະໄດ້ຈັດໃຫ້ມີກອງປະຊຸມສຳມະນາໃນຫົວຂໍ້ ‘‘ເຊື່ອມໂຍງການທ່ອງທ່ຽວແບບຢືນຍົງ” ກອງປະຊຸມຈະໄດ້ແລກປ່ຽນຄຳຄິດຄຳເຫັນ, ໂຄສະນາດຶງ​ດູດ​ການ​ລົງທຶນ, ຄົ້ນຄວ້າ​ວິ​ໄຈ ກ່ຽວ​ກັບ​ການ​ພັດທະນາ​ວຽກ​ງານ​ທ່ອງ​ທ່ຽວ (ການ​ພັດທະນາ​ພື້ນ​ການ​ໂຄງ​ລ່າງ​ການ​ທ່ອງທ່ຽວ​, ການ​ບໍ​ລິການທ່ອງທ່ຽວ ​ແລະ ພັດທະນາ​ເສັ້ນທາງ​ການທ່ອງທ່ຽວ). ພ້ອມນີ້ກໍຈະໄດ້ມີ​ການເຊັນບົດບັນທຶນຄວາມເຂົ້າໃຈ (MOU) ການຮ່ວມມືເຊື່ອມໂຍງກັນ ດ້ານວຽກງານທ່ອງທ່ຽວ ຂອງ 12 ແຂວງ 5 ປະເທດ ຄື: 6 ແຂວງພາກເໜືອຂອງລາວ ມີ ບໍ່ແກ້ວ, ຫຼວງນໍ້າທາ, ອຸດົມໄຊ, ຜົ້ງສາລີ, ຫຼວງພະບາງ, ໄຊຍະບູລີ ແລະ 6 ແຂວງຂອງປະເທດໃກ້ຄຽງຄື: ກິ່ງແຂວງສິບສອງພັນນາ ສປ ຈີນ, ດຽນບຽນຟູ, ເຊີນລາ ສສ ຫວຽດນາມ, ຊຽງຣາຍ, ຊຽງໃໝ່ ປະເທດໄທ ແລະ ແຂວງທ່າຂີ້ເຫຼັກ ສສ ມຽນມາ. ກອງປະຊຸມສໍາມະນາຄັ້ງນີ້ ຈະເປັນການກະຕຸກຊຸກຍູ້ວຽກງານການທ່ອງທ່ຽວຢູ່ແຂວງບໍ່ແກ້ວ ກໍຄືບັນດາແຂວງໃກ້ຄຽງ​ໃຫ້ຄຶກຄັກຂຶ້ນ ໄປຕາມທິດ ທີ່ແຂວງບໍ່ແກ້ວໄດ້ຖືເອົາການທ່ອງທ່ຽວ ແລະ ການບໍລິການເປັນໃຈກາງຂອງການພັດທະນາ.

ທັງໝົດນັ້ນແມ່ນແຜນການກະກຽມຈັດງານ ເທສະການ ດອກງີ້ວບານ ໃນປີນີ້ ຖ້າໃຜຍັງບໍ່ທັນວາງແຜນໄປທ່ຽວໃສ ລອງໄປທ່ຽວງານເທສະການບຸນປະຈໍາປີແຫ່ງນີ້ລອງເບິ່ງຮັບຈະບໍ່ຜິດຫວັງ ໄປແລ້ວຕ້ອງຢາກໄປອີກຢ່າງແນ່ນອນ.

  

ແບ່ງປັນ