Breaking News

ໜ້າຮັກຫຼາຍ!! ຕ່າຍ ອໍລະໄທ ນັກຮ້ອງຊື່ດັງ (ປະເທດໄທ) ໂພສຮູບນຸ່ງສິ້ນຕໍ່ໜ້າພຣະທາດຫຼວງໃນວັນ ວິສາຄະບູຊາ…

ແບ່ງປັນ

ເປັນນັກຮ້ອງລູກທົ່ງສາວ ທີ່ກະແສມາແຮງແບບບໍ່ມີຕົກຕັ້ງແຕ່ເລີ່ມເຂົ້າວົງການໃໝ່ຈົນຮອດປັດຈຸບັນເລີຍ ສໍາລັບ ສາວຕ່າຍ ອໍລະໄທ ນັກຮ້ອງຊື່ດັງຈາກປະເທດເພື່ອນບ້ານ (ປະເທດໄທ) ມີຖິ່ນກໍາເນີດຈາກພາກ ອີ່ສານ ຂອງໄທ ທີ່ມີພາສາປາກເວົ້າຄ້າຍຄືກັບ ພາສາລາວເຮົາທີ່ສຸດ ຈຶ່ງບໍ່ແປກເລີຍທີ່ຜົນງານຂອງສາວຕ່າຍນັ້ນ ໄດ້ຮັບຄວາມນິຍົມຈາກປະຊາຊົນທັງຝັ່ງລາວເຮົາຫຼາຍພໍສົມຄວນ ບໍ່ວ່າບຸນງານ ຫຼືງານຫຍັງກໍຕາມເຮົາກໍມັກຈະໄດ້ຍິນສຽງເພງຂອງສາວຕ່າຍຢູ່ເປັນປະຈໍາ…

ນອກຈາກຈະຮ້ອງເພງທີ່ມ່ວນອອນຊອນແຮງ ຈົນເປັນກະແສແຮງແບບບໍ່ຕົກມາຕະຫຼອດແລ້ວ ສາວຕ່າຍຍັງໄດ້ຮັບສາຍາ ນັກຮ້ອງຕິດດິນ, ນັກຮ້ອງຍອດກະຕັນຍູ ແລະ ນັກຮ້ອງສາຍບຸນນໍາອີກ ເຊິ່ງຖ້າໃຜທີ່ເປັນແຟນຄຣັບ ຫຼືຕິດຕາມແຟນເພຈ Tai Orathai ກໍຈະຮູ້ດີວ່າ ບັນດາສາຍາທີ່ນາງໄດ້ມານັ້ນ ເໝາະສົມກັບນາງທີ່ສຸດແລ້ວ…

ຫຼ້າສຸດວັນທີ 6 ພຶດສະພາ (ມື້ວານ) ກໍເປັນວັນ ວິສາຄະບູຊາ ທີ່ສາສະນິກະຊົນຊາວພຸດເຊື່ອຖື ແລະ ປະຕິບັດກັນມາແຕ່ບູຮານ… ລວມທັງສາວຕ່າຍເອງທີ່ມີສາຍາ ນັກຮ້ອງສາຍບຸນຢູ່ແລ້ວ ກໍບໍ່ພາດທີ່ຈະເຂົ້າວັດເຮັດບຸນ ເຊິ່ງຮູບທີ່ເຮັດໃຫ້ສະດຸດຕາແຟນຄຣັບຊາວລາວຫຼາຍທີ່ສຸດກໍຍ້ອນວ່າ ສາວຕ່າຍໄດ້ໂພສຮູບພາບຕົນເອງທີ່ນຸ່ງສິ້ນຢືນຢູ່ຕໍ່ໜ້າພະທາດຫຼວງ ທີ່ນະຄອນຫຼວງວຽງຈັນ ພ້ອມແຄັບຊັ່ນວ່າ “ວັນທີ 6 ພຶດສະພາ 63 ກັງກັບວັນ ວິສາຄະບູຊາ ຂຶ້ນ 15 ຄໍ່າ ເດືອນ 6 ເປັນວັນທີ ພຣະພຸດທະເຈົ້າ ປະສູດ ແລະ ປະນິພານ? ຕອນເຊົ້າຈະມີການທໍາບຸນ ຟັງທໍາ ແລະ ຕອນແລງຈະມີວຽນທຽນ ?

ເຊິ່ງຫຼັງຈາກໂພສດັ່ງກ່າວເຜີຍແຜ່ອອກມາ ຕ່າງກໍຢາກຮູ້ວ່າ ສາວຕ່າຍໄດ້ເດີນທາງມາ ປະເທດລາວເຮົາແທ້ບໍ ເພາະຊ່ວງນີ້ແມ່ນຍັງປິດປະເທດປ້ອງກັນໂຄວິດຢູ່?? ແຕ່ເຖິງວ່າມື້ວານ ສາວຕ່າຍ ຈະເດີນທາງມາແທ້ ຫຼືບໍ່ ເພາະແນວໃດຄົນລາວຫຼາຍຄົນກໍຕົກຂຸມຮັກຜົນງານ ແລະ ຮັກໃນຄວາມບ້ານໆຂອງນາງແບບງໍຫົວບໍ່ຂຶ້ນຢູ່ແລ້ວ!!

ຮູບຈາກ: Tai Orathai

ແບ່ງປັນ