Breaking News

ລັດຖະບານ! ກຽມອະນຸມັດງົບປະມານສຸກເສີນຈໍານວນ 23 ຕື້ກວ່າກີບ ເພື່ອຕ້ານໂຄວິດ-19…

ແບ່ງປັນ

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າໜ່ວຍງານງົບປະມານ ແລະ ພາລາທິການ ກ່າວໃນພິທີຖະແຫຼງຂ່າວຄະນະສະເພາະກິດຄວບຄຸມໂຄວິດ-19 ວັນທີ 6 ພຶດສະພາ 2020 ຜ່ານມາວ່າ: ລັດຖະບານໄດ້ອະນຸມັດງົບສຸກເສີນແລ້ວ 2 ຄັ້ງ ຈຳນວນ 30 ຕື້ກີບ ແລະ ກຽມອະນຸມັດ ຄັ້ງທີ 3 ອີກ ຈຳນວນ 23 ຕື້ກວ່າກີບ ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານພະຍາດໂຄວິດ-19.

ຂະແໜງຄຸ້ມຄອງຊັບສິນຂອງລັດ ...

ສ່ວນການຊ່ວຍເຫຼືອຈາກປະເທດຕ່າງໆ, ອົງການຈັດຕັ້ງສາກົນ, ຫົວໜ່ວຍທຸລະກິດ ແລະ ບຸກຄົນ ນັບແຕ່ວັນທີ 19 ກຸມພາ ເຖິງ 6 ພຶດສະພາ 2020 ເປັນເງິນສົດ 11 ຕື້ກວ່າກີບ, 487.892 ໂດລາ ແລະ 2,5 ລ້ານກວ່າບາດ. ສ່ວນການຊ່ວຍເຫຼືອທີ່ເປັນອຸປະກອນ ມີທັງໝົດ 73 ພາກສ່ວນ ມີມູນຄ່າປະມານ 33,6 ຕື້ກວ່າກີບ ກັບ 2,08 ລ້ານກວ່າໂດລາ.
ນັບແຕ່ເດືອນກຸມພາ ຮອດວັນທີ 6 ພຶດສະພາ 2020 ໄດ້ມີການແຈກຢາຍ, ມອບເຄື່ອງ ແລະ ອຸປະກອນການແພດຕ່າງໆທີ່ໄດ້ຈາກບ້ວງລັດຖະບານຈັດຊື້ ແລະ ຈາກການຊ່ວຍເຫຼືອຂອງສັງຄົມ ໄປໃຫ້ບັນດາໂຮງໝໍໃຫຍ່ຂັ້ນສູນກາງ, ໃຫ້ພະແນກສາທາລະນະສຸກບັນດາແຂວງ ເພື່ອແຈກຢາຍໃຫ້ໂຮງໝໍເມືອງ-ສຸກສາລາ, ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງກະຊວງສາທາລະນະສຸກ, ບັນດາດ່ານສາກົນ, ກະຊວງ ແລະ ພາກສ່ວນຕ່າງໆ.

ສ່ວນວັດຖຸອຸປະກອນ ແລະ ເຄື່ອງມືທາງການແພດທີ່ຈະຈັດຊື້ຮີບດ່ວນ ແມ່ນເຄື່ອງຕິດຕາມອາການຄົນເຈັບ 23 ຊຸດ, ເຄື່ອງຊ່ວຍຫຼາຍໃຈ 14 ຊຸດ, ລົດຮັບ- ສົ່ງຄົນເຈັບ 10 ຄັນ, ຊຸດອາວະກາດ ( PPE), ໜ້າກາກອະນາໄມສຳລັບການແພດ, ເຈລລ້າງມື ເຊິ່ງຄາດວ່າຈະໃຊ້ງົບຫຼາຍກວ່າ 33 ຕື້ກີບ.

ແຫລ່ງຂໍ້ມູນ: Lao Youth Radio FM 90.0 Mhz

ແບ່ງປັນ