Breaking News

ຢາກໃຫ້ນ້ອງໆໄດ້ອ່ານ!! ຈາກເດັກນັກຮຽນທີ່ມີຄະແນນ 5-4 ເປັນທີ່ສຸດທ້າຍໃນຫ້ອງ ສູ່ນັກສຶກສາກຽດນິຍົມອັນດັບ 1 “ຄະແນນບໍ່ໄດ້ບົ່ງບອກຄວາມສາມາດ ຂໍໃຫ້ເອົາຕົວລອດຫຼັງຮຽນຈົບກໍພໍ”

ແບ່ງປັນ

ໃນຊ່ວງເວລາຂອງການເປັນນັກຮຽນ ເຊື່ອວ່າທຸກຄົນຕ້ອງເຄີຍສໍາພັດກັບຄວາມກົດດັນ ເລື່ອງການສອບເສັງເຮັດແນວໃດໃຫ້ໄດ້ຄະແນນຫຼາຍໆ ເພື່ອຈະຍາດເອົາທີ 1-2-3 ໃຫ້ພໍ່ແມ່ພູມໃຈ ແລະ ໄດ້ລາງວັນຕາມທີ່ພໍ່ແມ່ຕັ້ງໃຫ້; ຕັ້ງແຕ່ນ້ອຍຈົນໃຫຍ່ ຕັ້ງແຕ່ຮຽນອະນຸບານ-ປະຖົມ-ມັກທະຍົມ-ວິທະຍາໄລ-ມະຫາວິທະຍາໄລ ເຮົາກໍຈະຍິນພໍ່ແມ່ຖາມຕະຫຼອດວ່າ ໄດ້ທີ່ເທົ່າໃດລູກ ແຕ່ບໍ່ມີໃຜເຄີຍຄິດເຖິງຄວາມສາມາດຂອງເດັກນ້ອຍເລີຍວ່າ ເຂົາມີຄວາມຮູ້ຄວາມສາມາດສໍ່າໃດ? ແລ້ວຮູ້ໄດ້ແນວໃດວ່າຄະແນນສູງຈະມີຄວາມຮູ້ສູງ? ມື້ນີ້ ຂວັນໃຈຈຶ່ງໄດ້ນໍາເອົາບົດຄວາມດີໆ ຈາກອາຈານທ່ານໜຶ່ງມາໃຫ້ນ້ອງ ລວມໄປເຖິງຜູ້ປົກຄອງໄດ້ອ່ານເພື່ອເປັນຂໍ້ຄິດ…

ເຕືອນສະຕິຕົວເອງ ແລະ ນ້ອງໆ ຫຼາຍໆຄົນເລື່ອງຄະແນນ ຈາກເດັກນັກຮຽນທີ່ມີ 5-4 ມາແລ້ວ ສໍາພັດທີ່ໂຫຼ່ຂອງຫ້ອງມາແລ້ວ ດັ່ງນັ້ນ ກໍຈະເຂົ້າໃຈຄວາມຮູ້ສຶກທັງຄົນທີ່ຄະແນນຕໍ່າ ແລະ ສູງ


+ ສາເຫດເລື່ອງຄະແນນຕໍ່າ-ສູງ
– ໄອຄິວ-ຄວາມສະຫຼາດ
– ຄວາມມັກ-ຄວາມຖະນັດ
– ຄວາມດຸໝັ້ນ-ເອົາໃຈໃສ່
– ພອນສະຫວັນຄືສິ່ງສໍາຄັນ ຫຼາຍຄົນບອກວ່າພອນສະແຫວງສຳຄັນກວ່າ ແຕ່ຄົນທີ່ມີພອນສະຫວັນຄືຄົນທີ່ມີປິກມາຕັ້ງແຕ່ເກີດດັ່ງນັ້ນການທີ່ຈະບິນກະບໍ່ແມ່ນເລື່ອງງ່າຍພຽງແຕ່ສະແຫວງຫາໜ້ອຍດຽວກະເຂົ້າໃຈ ແຕ່ຖ້າອາໄສແຕ່ພອນສະແຫວງເຈົ້າຕ້ອງຝຶກໜັກເປັນຮ້ອຍເປັນພັນ ເພື່ອຈະໄດ້ເທົ່າກັບເຂົາ
– ການສະໜັບສະໜູນ ແລະ ໂອກາດ ແລະອື່ນໆອີກຫຼາຍປັດໃຈ

ຖາມວ່າຄະແນນສໍາຄັນບໍ່?
– ກໍເປັນຕົວຊີ້ວັດຄວາມດຸໝັ່ນ ເອົາໃຈໃສ່ໃນເວລາຮຽນ ລວມເຖິງຄຸນສົມບັດທີ່ດີອີກດ້ວຍ
– ອີກມຸມໜຶ່ງຖ້າເຈົ້າອອກໄປເຮັດທຸລະກິດຕົວເອງອາດຈະບໍ່ສໍາຄັນເພາະມັນບໍ່ຈໍາເປັນ
– ແຕ່ຖ້າເຈົ້າຈະເຮັດນໍາບໍລິສັດໃຫຍ່ໆ ສ່ວນຫຼາຍຍິ່ງຄະແນນສູງຈາກມະຫາວິທະຍາໄລລະດັບປະເທດ ເຈົ້າກໍມີບຸລິມະສິດພິເສດ ເຂົາຈະວາງມາດຕະຖານຄະແນນໄວ້ ແຕ່ກໍມີຫລາຍບໍລິສັດທີ່ບໍ່ໄດ້ວັດຈາກຄະແນນແຕ່ວັດຈາກຜົນງານ
– ບາງສາຂາວິຊາອາຊີບ ເຈົ້າສາມາດສ້າງຜົນງານໄດ້ຕັ້ງແຕ່ຕອນຮຽນເຊັ່ນ ປະກວດ ຜະລິດສິ່ງຕ່າງໆ ເວລາຮຽນຈົບຈະໄດ້ເອົາໄປອ້າງອີງຕອນສະໝັກວຽກໄດ້

ແລ້ວຈໍາເປັນບໍ່ທີ່ຈະຕ້ອງເອົາກຽດນິຍົມ?
ແລ້ວແຕ່ ແຕ່ຕ້ອງຄິດເຖິງຂໍ້ຈໍາກັດຂອງຄວາມສາມາດຕົວເອງ ຖ້າບັງຄັບຕົວເອງຫຼາຍເກີນໄປກໍຈະເປັນບ້າ ເພາະສະໝອງເຮົາຮັບບໍ່ໄຫວ ດັ່ງນັ້ນ ພະຍາຍາມຊອກຫາສິ່ງທີ່ລື້ງເຄີຍ ແລະ ສ້າງໃຫ້ມັນເປັນຈຸດເດັ່ນ ຈະດີກວ່າການທີ່ພະຍາຍາມເຮັດໃນສິ່ງທີ່ບໍ່ມັກ
– ກຽດນິຍົມຄືຕ້ອງຮຽນທຸກວິຊາໃຫ້ໄດ້ຄະແນນດີ ແຕ່ສ່ວນຫຼາຍກໍບໍ່ແມ່ນວິຊາທີ່ມັກ ຫຼາຍຄົນເລີຍເຮັດບໍ່ໄດ້ ດັ່ງນັ້ນ ພວກທີ່ເຮັດໄດ້ ຄືພວກທີ່ເຂົ້າໄດ້ກັບທຸກສະຖານນະການ ຫຼືພວກອົດທົນຕໍ່ທຸກສະນະການ
– ໝູ່ຫຼາຍຄົນກໍເກັ່ງໃນວິຊາທີ່ເຂົາລື້ງ ເຂົາກໍບໍ່ຈໍາເປັນຕ້ອງເອົາກຽດນິຍົມຈົບມາກໍໄດ້ດິບໄດ້ດີຖ້າໄຝ່ດີ555
– ຕົວຂ້າພະເຈົ້າເອງປີ 1-3 ສາມບໍ່ເຄີຍຄິດຈະເອົາກຽດນິຍົມ ເພາະຕົວເອງເປັນເດັກກິດຈະກຳບໍ່ແມ່ນເດັກຮຽນ ແຕ່ກໍຮຽນພໍເອົາຕົວລອດ ແຕ່ມາເບິ່ງຄະແນນທ້າຍປີສາມວ່າມີໂອກາດ ປີສີ່ເລີຍຕັ້ງໃຈກວາດ A ໃຫ້ໝົດ555 ຈົບມາກໍໄປເລື່ອຍໆ ເຮັດວຽກງານກຸສົນ ຈົນຖາມໂຕເອງວ່າມືງຄືໂງ່ແທ້ ບ່ອນໄດ້ເງິນມືງຄືບໍ່ເຮັດ ກະອຸດົມການກູ ຖຽງກັນໄປມາຈົນມາຈົບທີ່ຄວາມສຸກປອມໆ

 

ຜົນຄະແນນວັດກັບຜົນສໍາເລັດໃນຊິວິດໄດ້ບໍ່?
– ຫຼາຍຄົນບອກວ່າກູໄດ້ຄະແນນຕໍ່າແຕ່ກູລວຍກວ່າ ແລະອື່ນໆ
– ຊີວິດທີ່ດີວັດຈາກຄວາມຮັ່ງມີ? ບໍ່! ຄົນເຮົາມີອຸດົມການຕ່າງກັນ ມີທັດສະນະຄະຕິທີ່ຕ່າງກັນ ບາງຄົນຄວາມຮັ່ງມີຄືຜົນສໍາເລັດ ບາງຄົນຄວາມສຸກຄືຄວາມສໍາເລັດ ບາງຄົນຄວາມພໍພຽງຄືສິ່ງທີ່ດີ ບາງຄົນເຮັດທຸກຢ່າງເພື່ອສັງຄົມ ສຸດທ້າຍຄວາມສຸກ ຄວາມປ່ອຍວາງຄືສິ່ງທີ່ດີທີ່ສຸດ ດັ່ງນັ້ນ ເຮົາຈະວັດກັນກັບສິ່ງພາຍນອກບໍ່ໄດ້ ສິ່ງທີ່ຢູ່ພາຍໃນຕ່າງຫາກຄືສິ່ງສໍາຄັນ.
– ຄະແນນສູງແຕ່ທຸກ ແຕ່ມືງກະບໍ່ເຄີຍໄດ້ປະລະ ແລະເປັນປົມດ້ອຍໃຫ້ມືງຄິດເປັນທຸກ ປ່ອຍວາງເດີ ສຸດທ້າຍແລ້ວທຸກຄົນເລືອກເສັ້ນທາງທີ່ຄິດວ່າດີໃຫ້ກັບຕົວເອງແລ້ວ ຢ່າດູຖູກຄວາມຄິດຂອງຄົນອື່ນເພາະຄໍາວ່າມີເງິນ. ດັ່ງນັ້ນ ເຮັດຫຍັງແລ້ວມີຄວາມສຸກ ແລະ ບໍ່ສ້າງຄວາມເດືອດຮ້ອນໃຫ້ກັບຄົນອື່ນກະເຮັດໄປ ສ່ວນໃຜທີ່ມີປົມດ້ອຍກໍກອດໄວ້ໃຫ້ແໜ້ນໆຢ່າປ່ອຍ

– ຄວາມສໍາເລັດວັດຈາກຄວາມຮັ່ງມີ? ກະບໍ່ ເພາະຖ້າຄົນທີ່ມີກວ່າເບິ່ງເຈົ້າກໍບໍ່ໄດ້ມີຫຍັງເລີຍ ສຸດທ້າຍແລ້ວເຈົ້າຕ້ອງມີຂະໜາດໃດຈຶ່ງເວົ້າຄໍາວ່າ ປະສົບຄວາມສໍາເລັດໄດ້ ຖ້າເຈົ້າທຽບໃສ່ແຕ່ບ່ອນນີ້ ອ້າວເວີນເວີອອກນອກ55

ໃນຖານະເປັນອາຈານອາສາສະໝັກ ການໃຫ້ຄະແນນຄື?
– ເປັນຄົນທີ່ປຽບຄະແນນເປັນເງິນ ແລະ ຕົນເອງຄືລູກຄ້າ ນັກຮຽນຄືຄົນຜະລິດສິນຄ້າ ຖ້າຜົນງານດີ ໄດ້ມາດຕະຖານຂ້ອຍກໍຊື້ ແຕ່ຖ້າບໍ່ໄດ້ກໍບໍ່ຊື້ ປຽບດັ່ງການເຮັດວຽກໄປໃນຕົວ ນິໄສ ຄຸນສົມບັດກໍປຽບດັ່ງການບໍລິການ ຖ້າຂ້ອຍປະທັບໃຈຂ້ອຍກໍໃຫ້ເງິນ ສ່ວນຜົນງານຈະມາເຮັດພໍແລ້ວມືແລ້ວຕີນ ບ່າຍເດີ. ດັ່ງນັ້ນ ຄະແນນທຸກຄະແນນຈຶ່ງມີຄຸນຄ່າທີ່ຈະໃຫ້ໄປ ສຸດທ້າຍກໍບໍ່ລືມທີ່ຈະເບິ່ງວ່ານັກສຶກທຸກຄົນມາແຕ່ສັງຄົມແບບໃດເພາະຈະໄດ້ເຂົ້າໃຈເຂົາເຈົ້າຫຼາຍຂຶ້ນ.

– ອີກຢ່າງຄືຈັງຫວະ ແລະໂອກາດທີ່ໄດ້ຮັບນັ້ນ ຄືອີກໜຶ່ງຢ່າງທີ່ສໍາຄັນແລ້ວບໍ່ມີສິ່ງໃດບອກໄດ້ວ່າຈະມາມື້ໃດ ບາງໂອກາດເຮົາໄປຊອກຫາເອງໄດ້ ແຕ່ບາງໂອກາດເຮົາຊອກເອງບໍໄດ້

ສຸດທ້າຍແລ້ວ… ເອົາທີ່ຕົນເອງເຮັດໄດ້ມີຄວາມສຸກກັບມັນ ແລະ ໃຊ້ຊີວິດໃນໄວຮຽນໃຫ້ຄຸ້ມຄ່າ ແລະ ໃຊ້ຊິວິດຢ່າງມີສະຕິ ເຝຶກຝົນຕົນເອງໃຫ້ເກັ່ງພໍທີ່ຈະໄປສູ້ກັບໂລກພາຍນອກຫຼັງຈາກຮຽນຈົບໃຫ້ໄດ້

ໂລກພາຍນອກບໍ່ແມ່ນທົ່ງລາເວນເດີ

ในภาพอาจจะมี 1 คน

Cr: Dawn Kongchan Pnc

ແບ່ງປັນ