Breaking News

ດວງປະຈໍາວັນທີ 3 ສິງຫາ 2016

ແບ່ງປັນ

ດວງປະຈໍາວັນທີ 3 ສິງຫາ 2016

  • ວັນຈັນ.

ການເງິນ: ເດັ່ນດີ ທ່ານຈະໄດ້ຮັບຄ່າຈ້າງ ຫຼື ຜົນຕອບແທນທີ່ໄດ້ຈາກວຽກງານທີ່ເຄີຍເຮັດຜ່ານມາ.

ວຽກງານ: ທານຈະສາມາດແກ້ໄຂບັນຫາວຽກງານທີ່ພົບໃຫ້ຜ່ານໄປໄດ້ ວຽກງານມີຄວາມຄືບໜ້າ.

ຄວາມຮັກ: ຄົນທີ່ຍັງໂສດມື້ນີ້ອາດຈະມີຜູ້ຊາຍເຂົ້າມາຈີບ ແຕ່ທ່ານຍັງກໍເສີຍໆຫຼິ້ນຕົວຢູ່ ເພາະຄິດວ່າງາມເລືອກໄດ້.

  • ວັນອັງຄານ.

ການເງິນ: ບໍ່ດີປານໃດ ທ່ານຈະຮູ້ສຶກວ່າຖືກເອົາປຽບດ້ານການເງິນ, ການເຮັດສັນຍາ ຫຼື ໄດ້ສ່ວນແບ່ງທີ່ບໍ່ຍຸດຕິທໍາ.

ວຽກງານ: ມີທ່ານອາດຈະໄດ້ຮັບຂ່າວດີທີ່ບໍ່ຄາດຄິດກ່ຽວກັບວຽກງານ.

ຄວາມຮັກ: ຍັງຕ້ອງຜິດຖຽງກັບຄົນຮັກຕໍ່ໄປອີກຍ້ອນເລື່ອງເກົ່າໆ ໂດຍສະເພາະເລື່ອງຫຶງຫວງ ສ່ວນຄົນທີ່ມີຄວາມລັບກັບແຟນໃຫ້ບອກຄວາມຈິງໄປກ່ອນທີ່ຄວາມລັບຈະແຕກ.

  • ວັນພຸດ.

ການເງິນ: ອາດຈະເສຍເງິນຍ້ອນການເຮັດບຸນ ຫຼື ໃຊ້ຈ່າຍເພື່ອເດີນທາງໄປວັດ, ໄປສະຖານສຶກສາ.

ວຽກງານ: ເດັ່ນດີ ມີໂອກາດຈະໄດ້ຮັບການຍອມຮັບຈາກຫົວໜ້າ.

ຄວາມຮັກ: ບໍ່ດີປານໃດ ອາດຈະຕ້ອງໄດ້ເລີກກັບຄົນຮັກ, ເຈັບກັບຄວາມຮັກອາດຈະຕ້ອງເຖິງຂັ້ນກິນບໍ່ໄດ້ນອນບໍ່ຫຼັບ.

  • ວັນພະຫັດ.

ການເງິນ: ອາດຈະໄດ້ຮັບຜົນຕອບແທນທີ່ດີຂຶ້ນ, ຫົວໜ້າຂຶ້ນເງິນເດືອນໃຫ້, ທຸລະກິດການຄ້າໄດ້ກໍາໄລຫຼາຍກວ່າປົກກະຕິ.

ວຽກງານ: ໃຫ້ລະວັງການເຮັດວຽກທີ່ຜິດພາດ ໃຫ້ທ່ານເຮັດຢ່າງຮອບຄອບ, ພິຈາລະນາໃຫ້ຖີ່ຖ້ວນຈຶ່ງຈະດີ.

ຄວາມຮັກ: ສໍາລັບຄົນທີ່ເລີກກັນໄປແລ້ວແມ່ນມີໂອກາດຈະກັບໄປຄືນດີກັບຄົນຮັກເກົ່າ ແຕ່ລະວັງຄົນອ້ອມຂ້າງບໍ່ສະໜັບສະໜູນປານໃດ.

  • ວັນສຸກ.

ການເງິນ: ບໍ່ດີປານໃດ ເພາະທ່ານອາດຈະໃຊ້ຈ່າຍແບບຟຸ່ມເຟືອຍຈົນເກີນໄປ ຈຶ່ງເຮັດໃຫ້ທ່ານບໍ່ສາມາດໝຸນເງິນທັນ.

ວຽກງານ: ຍັງພົບກັບຄວາມຊັກຊ້າ ຕ້ອງລໍຖ້າຟັງຂ່າວຄວາມຄືບໜ້າ.

ຄວາມຮັກ: ຄົນມີຄູ່ຈະຮູ້ສຶກວ່າຄົນຮັກຈະເອົາໃຈເປັນພິເສດ ສ່ວນຄົນໂສດຍັງບໍ່ທັນມີວີ່ແວວຂອງຄົນຮັກເລີຍ.

  • ວັນເສົາ.

ການເງິນ: ຈະມີການຕົກລົງເລື່ອງການເງິນ, ຜົນກໍາໄລ ແຕ່ທ່ານຍັງຕົກລົງກັນບໍ່ໄດ້.

ວຽກງານ: ໃຫ້ທ່ານລະວັງການເຈັບປ່ວຍຈາກການເຮັດວຽກງານໄດ້ເຊັ່ນ: ເຈັບຫຼັງ, ກ້າມຊີ້ນອັກເສບ.

ຄວາມຮັກ: ຄົນໂສດ ອາດຈະຈະມີຄົນມາແນະນໍາຊາຍໜຸ່ມໃຫ້ທ່ານຮູ້ຈັກ ສ່ວນຄົນມີຄູ່ອາດຈະມີເລື່ອງທີ່ບໍ່ເຂົ້າໃຈກັນເລັກນ້ອຍ.

  • ວັນອາທິດ.

ການເງິນ: ການທວງໜີ້ ຫຼື ການເຈລະຈາດ້ານການເງິນຍັງບໍ່ປະສົບຄວາມສໍາເລັດ.

ວຽກງານ: ມື້ນີ້ທ່ານອາດຈະຕ້ອງຍັງອິດເມື່ອຍກັບການເຮັດວຽກງານທີ່ຖືກມອບໝາຍໃຫ້ແລ້ວພາຍໃນເວລາທີ່ກໍານົດ.

ຄວາມຮັກ: ອາດຈະຜິດຖຽງກັບຄົນຮັກ ເພາະທ່ານເອົາເລື່ອງເກົ່າໆກັບມາເວົ້າຈຶ່ງເຮັດໃຫ້ຜິດຖຽງກັນ.

ແບ່ງປັນ