Breaking News

ດວງປະຈໍາວັນທີ 1 ສິງຫາ 2016

ແບ່ງປັນ

ດວງປະຈໍາວັນທີ 1 ສິງຫາ 2016

  • ວັນຈັນ.

ການເງິນ: ຄົນທີ່ກໍາລັງມີບັນຫາດ້ານການເງິນແມ່ນຈະໄດ້ຮັບຄວາມຊ່ວຍເຫຼືອຈາກຄົນຮັກ ຫຼື ຍາດພີ່ນ້ອງ.

ວຽກງານ: ທ່ານຕ້ອງຕັດສິນໃຈແກ້ໄຂບັນຫາພາຍໃນສະພາບທີ່ກົດດັນ ແລະ ແຂ່ງກັບເວລາ ດັ່ງນັ້ນມີໂອກາດທີ່ຈະຜິດພາດຫຼາຍຕ້ອງຮອບຄອບໃຫ້ຫຼາຍ.

ຄວາມຮັກ: ຍັງມີບັນຫາ ສາເຫດຫຼັກມາຈາກຄວາມຢ້ານ, ຄວາມກັງວົນບັນຫາສ່ວນຕົວຂອງທ່ານເອງ ນອກຈາກນີ້ທ່ານອາດຈະບໍ່ກ້າທີ່ຈະເວົ້າ, ສະແດງອອກ ຫຼື ເຮັດຫຍັງເພື່ອໃຫ້ຊີວິດຮັກດີຂຶ້ນ.

  • ວັນອັງຄານ.

ການເງິນ: ລະວັງການເຮັດສັນຍາທາງການເງິນທີ່ທ່ານຈະເປັນຝ່າຍເສຍປຽບ ຫຼື ມີໂຊກເຂົ້າມາກໍຈະມີຄົນມາຂໍສ່ວນແບ່ງຈາກທ່ານ.

ວຽກງານ: ມີແຜນການເຮັດວຽກຫຼາຍຈົນອາດຈະເຮັດບໍ່ໄດ້ ຈຶ່ງເໝືອນດັ່ງວ່າທ່ານຄິດໄປເອງ ດັ່ງນັ້ນຄວນຮັບຟັງຄວາມຄິດເຫັນຂອງຄົນອື່ນແດ່ກໍຈະເປັນການດີ.

ຄວາມຮັກ: ຄົນໂສດອາດຈະໄດ້ພົບຄົນໃໝ່ໆມາຂໍເຮັດຄວາມຮູ້ຈັກ.

  • ວັນພຸດ.

ການເງິນ: ອາດຈະໄດ້ຮັບໂຊກ, ເຮັດຫຍັງລົງໄປກໍເປັນເງິນເປັນຄໍາໄປໝົດ.

ວຽກງານ: ລະວັງເພື່ອນຮ່ວມວຽກງານຫັກຫຼັງ ຫຼື ອາດຈະເວົ້າໄດ້ວ່າເອົາດີເຂົ້າຕົວເອົາຊົ່ວໃຫ້ຄົນອື່ນ.

ຄວາມຮັກ: ຄົນໂສດອາດຈະມີຄົນມາຈີບຫຼາຍ ຈົນທ່ານບໍ່ຮູ້ວ່າຈະເລືອກໃຜດີ.

  • ວັນພະຫັດ.

ການເງິນ: ຈະມີຫົວຄິດຫາເງິນຫຼາຍຂຶ້ນ ເຮັດໃຫ້ຖານະທາງການເງິນເລີ່ມດີຂຶ້ນ.

ວຽກງານ: ລະວັງອາດຈະຖືກຫົວໜ້າຕໍາໜິເລື່ອງວຽກງານກໍໄດ້.

ຄວາມຮັກ: ຄົນຮັກເກົ່າອາດຈະກັບທໍາທ່າວ່າຢາກກັບມາຂໍຄືນດີ ສ່ວນຄົນທີ່ຫາກໍອົກຫັກແມ່ນຍັງຕ້ອງເຈັບປວດອີກຕໍ່ໄປ.

  • ວັນສຸກ.

ການເງິນ: ຜູ້ຊາຍໄວກາງຄົນຈະນໍາໂຊກມາໃຫ້ ດັ່ງນັ້ນບັນຫາທາງການເງິນທີ່ພົບຢູ່ທ່ານອາດຈະໄດ້ຮັບການຊ່ວຍເຫຼືອ.

ວຽກງານ: ໃຫ້ລະວັງເຮັດວຽກງານຜິດພາດ ຈົນຖືກຫົວໜ້າຕໍາໜິໃຫ້ເສຍໃຈ.

ຄວາມຮັກ: ລະວັງຄວາມຮັກໝົ່ນໝອງ, ຄົນຮັກບໍ່ສົນໃຈ ເພາະຄວາມຫຶງຫວງເຂົາຫຼາຍເກີນໄປຈົນເຮັດໃຫ້ໜ້າເບື່ອໜ່າຍ.

  • ວັນເສົາ.

ການເງິນ: ອາດຈະເສຍເງິນເລັກໆນ້ອຍໆ ລະວັງຄົນອ້ອມຂ້າງຈະຂໍຢືມເງິນ ມີໂອກາດເສຍເງິນຫຼາຍ.

ວຽກງານ: ວຽກງານດ້ານການສອນ ຫຼື ສຶກສາຮໍ່າຮຽນຈະເດັ່ນເປັນພິເສດ.

ຄວາມຮັກ: ອາດຜິດຖຽງກັບຄົນຮັກຢ່າງຮຸນແຮງ ດັ່ງນັ້ນຄວນໃຈເຢັນໃສ່ກັນແລ້ວທຸກຢ່າງຈະດີຂຶ້ນ.

  • ວັນອາທິດ.

ການເງິນ: ເຮັດຫຍັງກໍຕ້ອງພົບການເອົາປຽບທາງການເງິນ ຫຼື ການເຈລະຈາການຄ້າທີ່ເສຍປຽບໃຫ້ຄູ່ແຂ່ງ.

ວຽກງານ: ດີຫຼາຍ ໂດຍສະເພາະວຽກງານຕິດຕໍ່ກັບຄົນຕ່າງປະເທດ, ສຶກສາຕໍ່ຕ່າງປະເທດ, ຮຽນພາສາຈະໂດດເດັ່ນເປັນພິເສດ.

ຄວາມຮັກ: ໃຫ້ລະວັງຄົນຮັກອາດຈະບໍ່ສົນໃຈ, ບໍ່ເຫັນທ່ານຢູ່ໃນສາຍຕາ ທ່ານລອງບໍ່ສົນໃຈບໍ່ໃສ່ໃຈເຂົາແດ່ ອີກຝ່າຍຈຶ່ງຈະໄດ້ຮູ້ວ່າເຮົາບໍ່ແມ່ນຂອງຕາຍ.

ແບ່ງປັນ