Breaking News

ຊົມເຊີຍ! ທ້າວ ວົງຍະສອນ ຫຼືມິນນີ່ ຮີໂຣ໋ນັກສຶກສາລາວ ທີ່ໄດ້ັຮັບໃບຍ້ອງຍໍ ຈາກລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ…

ແບ່ງປັນ

ວັນທີ 1 ພຶດສະພາ 2020 ທີ່ຜ່ານມາ  ທ້າວ ມີນີ ວົງຍະສອນ ໄດ້ຊ່ວຍຊີວິດຊາຍຄົນໜື່ງທີ່ຫວັງຄິດຂ້າຕົນເອງ ດ້ວຍການກະໂດດຈາກຂົວສູງລົງໄປໃນແມ່ນໍ້າ ທີ່ນະຄອນ ຮ່າຕິງ ຄຣິບ VDO ຜ່ານທາງໂລກອອນລາຍທີ່ປະເທດຫວຽດນາມ ໃນ VDO ດັ່ງກ່າວແມ່ນຈະເຫັນວ່າ ມີຊາຍໄວກາງຄົນ 1 ຄົນກະໂດດນໍ້າຫວັງຈະຂ້າຕົວຕາຍ ແຕ່ໂຊກດີທີ່ນັກສຶກສາລາວຂັບຄົນມາເຫັນພໍດີເລີຍຕັດສິນໃຈໂດດລົງໄປຊ່ວຍໂດຍການດຶງຄໍເສື້ອເຂົ້າມາຫາຝັ່ງ ແຕ່ກໍຄ້ອນຂ້າງຈະຫຍຸ້ງຍາກແດ່ ແລະໂຊກດີທີ່ມີເຮືອປະມົງຜ່ານມາຈຶ່ງຊ່ວຍກັນເອົາຊາຍຄົນດັ່ງກ່າວຂຶ້ນຝັ່ງໄດ້ສໍາເລັດ…

ຫຼັງຈາກເຫດການດັ່ງກ່າວຖືກເຜີຍແຜ່ອອກໄປບໍ່ດົນກໍເກີດເປັນກະແສຮືຮາ ຫຼາຍຄົນກໍໄປຊອກຄົ້ນຫາປະຫວັດຂອງນັກສຶກສາລາວຜູ້ມີຈິດໃຂກ້າຫານ ຈົນໄດ້ຮູ້ວ່າ  ຮີໂຣ່ຄົນນັ້ນມີຊື່ວ່າ ທ້າວ ວົງຍະສອນ ຫຼືມິນນີ່ ອາຍຸ 22 ປີ ປັດຈຸບັນກໍາລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ ຫວຽດນາມ ຄະນະວິທະຍາສາດ ສິ່ງແວດລ້ອມ ປີ 2. ແລະ  ມາຮອດ ວັນທີ 13 ພຶດສະພາ 2020  ທ່ານ ປອ. ດວານ ຮວາຍເຊີນ ຮັກສາການອະທິການບໍດີ ມະຫາວິທະຍາໄລ ຮ່າຕິງ ຈື່ງໄດ້ມອບໃບຍ້ອງຍໍ    ລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຂອງຫວຽດນາມໃຫ້ແກ່ ທ້າວ ມີນນີ່ ວົງຍະສອນ ພ້ອມກັນນັ້ນ, ກໍໄດ້ຮັບຄວາມຍ້ອງຍໍ-ຊົມເຊີຍ ພ້ອມທັງຄວາມຂອບໃຈຈາກປະຊາຊົນລາວ ແລະ ຫວຽດນາມຢ່າງຫຼວງຫຼາຍ….

ในภาพอาจจะมี รถมอเตอร์ไซค์, ท้องฟ้า และสถานที่กลางแจ้ง

 

 

 

 

 

ແບ່ງປັນ