Breaking News

ຊົມເຊີຍ!! ສ.ອາເມລິກາ ມອບເຂົ້າສານ ແລະ ໝາກຖົ່ວ 1.​290 ໂຕນ ໃຫ້ລັດຖະບານລາວ ເພື່ອນຳໄປຈັດຕັ້ງປະຕິບັດໂຄງການອາຫານທ່ຽງສໍາຫຼັັບເດັກນ້ອຍຢູ່ເຂດຊົນນະບົດ…

ແບ່ງປັນ

ລັດຖະບານອາເມລິກາ ມອບເຂົ້າສານ ແລະ ໝາກຖົ່ວ 1.​290 ໂຕນ ໃຫ້ລັດຖະບານລາວ ຜ່ານໂຄງການອາຫານໂລກ (WFP) ເພື່ອນຳໄປຈັດຕັ້ງປະຕິບັດໂຄງການອາຫານທ່ຽງສຳລັບເດັກນ້ອຍຢູ່ເຂດຊົນນະບົດ  ໃນວັນທີ 19 ພຶດສະພາ 2020​ ນີ້ ເຂົ້າສານ ແລະ ໝາກຖົ່ວທີ່ ລັດຖະບານສະຫະລັດອາເມລິກາ ໃຫ້ການສະໜັບສະໜູນມາຮອດປະເທດລາວແລ້ວໃນອາທິດນີ້ ເຊິ່ງບັນດາການຊ່ວຍເຫຼືອນີ້ ແມ່ນຈະໄດ້ສົ່ງໄປຍັງໂຮງຮຽນປະຖົມ 925 ແຫ່ງໃນທົ່ວປະເທດທີ່ອົງການອາຫານໂລກ (WFP) ໄດ້ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດກິດຈະກຳອາຫານທ່ຽງໃນໂຮງຮຽນ ເຊິ່ງ ທ່ານ ດຣ. ປີເຕີ ເອັມ ເຮມອນ ເອກອັກຄະລັດສະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ໃຫ້ກຽດຮັບສິນຄ້າຢູ່ສາງຂອງອົງການອາຫານໂລກ ທີ່ນະຄອນຫຼວງວຽງຈັນ

ປັດຈຸບັນການຂົນສົ່ງເຂົ້າສານ ຈຳນວນ 68 ຕູ້ຄອນເທນເນີ ແລະ ໝາກຖົ່ວ 4 ຕູ້ຄອນເທນເນີ້ ລວມທັງໝົດ 1.​290 ໂຕນ ເຖິງ ສປປ ລາວ ແລ້ວ ແລະ ເຄື່ອງເຫຼົ່ານີ້ຈະຖືກນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງໃນໂຮງຮຽນ ສຳລັບເດັກນ້ອຍນັກຮຽນຊັ້ນປະຖົມຈຳນວນ 90.000 ຄົນ ໃນເຂດຊົນນະບົດຂອງ ສປປລາວ ເຊິ່ງຈະເລີ່ມຕົ້ນໃນສົກຮຽນໜ້າໃນເດືອນກັນຍາທີ່ຈະມາເຖິງນີ້.

ສຳລັບເດັກນ້ອຍເຫຼົ່ານີ້, ອາຫານທ່ຽງໃນໂຮງຮຽນແມ່ນອາຫານທີ່ມີຄຸນຄ່າທາງໂພຊະນາການພຽງຄາບດຽວທີ່ພວກເຂົາໄດ້ຮັບ ເນື່ອງຈາກການລະບາດຂອງໄວລັດ, ໃນໄລຍະ 7 ອາທິດທີ່ຜ່ານມາຂອງການປິດໂຮງຮຽນ, ເຮັດໃຫ້ພວກເຂົາບໍ່ໄດ້ຮັບອາຫານທ່ຽງ.

ແບ່ງປັນ