Breaking News

ຊົມເຊີຍ! ແມັດທິວ-ລີເດຍ ໄດ້ຮັບລາງວັນ “ຮີໂຣ່ຂອງມວນຊົນ” ຈາກສະພາມວຍໂລກ (ນັບຖືຄວາມກ້າຫານ ອອກມາເຜີຍວ່າຕິດໂຄວິດ-19 ພ້ອມທັງໃຫ້ຄວາມຮູ້ລະຫວ່າງປິ່ນປົວ)

ແບ່ງປັນ

ຫຼັງຈາກທີ່ຄູ່ຮັກນັກສະແດງ ແມັດທິວ ດິນ ແລະ ລີເດຍ ປິ່ນປົວຈົນຫາຍດີຈາກໂຄວິດ-19 ແລ້ວ ຕໍ່ມາທັງສອງກໍໄດ້ມີການຕອບແທນສັງຄົມດ້ວຍການບໍລິຈາກ (Plasma) ສໍາຫຼັບຊ່ວຍຜູ້ຕິດເຊື້ອໂຄວິດ-19 ນໍາອີກ

ຫຼ້າສຸດ ວັນທີ 23 ພຶດສະພາ 2020 ສະພາມວຍໂມກ ຫຼື WBC ໄດ້ມອບລາງວັນ “Heroes of Humanity” ຫຼື ຮີໂຣ່ຂອງມວນຊົນ ໃຫ້ແກ່ ແມັດທິວ ແລະ ລີເດຍ ເນື່ອງຈາກວ່າທັງສອງມີຄວາມກ້າຫານທີ່ອອກມາເປີດເຜີຍວ່າຕິດໂຄວິດ-19 ແລະ ຮັບຜິດຊອບຕໍ່ສັງຄົມດ້ວຍການປິ່ນປົວຕົນເອງຢູ່ທີ່ໂຮງໝໍ ລວມໄປເຖິງໃຫ້ຄວາມຮູ້ລະຫວ່າງການຮັກສາ  ໂດຍລາງວັນນີ້ເປັນລາງວັນພິເສດທີ່ WBC  ຈະມອບໃຫ້ບຸກຄົນທີ່ເປັນແບບຢ່າງສ້າງຄວາມດີຂອງປະເທດຕ່າງໆ ທົ່ວໂລກ ເຊິ່ງທັງ 2 ຄົນຖືໄດ້ວ່າເປັນຄົນໄທກຸ່ມທໍາອິດທີ່ໄດ້ຮັບລາງວັນນີ້

ແມັດທິວໄດ້ເວົ້າວ່າ ຮູ້ສຶກເປັນກຽດຫຼາຍທີ່ໄດ້ຮັບລາງວັນ  WBC  ໃນຄັ້ງນີ້ ຕົນໄດ້ຮ່ວມງານກັບ WBC ມາຫຼາຍປີແລ້ວ ຮູ້ສຶກເຖິງການທີ່ WBC ຮັກເພື່ອນຮ່ວມໂລກດ້ວຍກັນ ເຫັນຄວາມສໍາຄັນຂອງໂຄງການທົ່ວໂລກ ເຊິ່ງມຶ້ນີ້ທີ່ໄດ້ຮັບລາງວັນ Heroes of Humanity ຕົນບໍ່ຄິດວ່າໄດ້ເປັນຮີໂຣ່ແຕ່ຢ່າງໃດເລີຍ  ແຕ່ກໍຮູ້ສຶກມີຄວາມພາກພູມໃຈເລັກນ້ອຍກັບສະຖານະການທີໄດ້ພົບພໍ້ ອາດຈະເຮັດໃຫ້ຄົນໄທບາງຄົນຕິດເຊື້ອໜ້ອຍລົງ ແຕ່ມີຄົນຍົກໃຫ້ເປັນຮີໂຣ່ກໍຮູ້ສຶກແປກໆ ເຂີນໆ ແນວໃດກໍຕາມ ຮີໂຣ່ຕົວຈິງກໍຄື ແພດໝໍ ແລະ ພະຍາບານທົ່ວໂລກ ເພາະເປັນຄົນທີ່ຕົນເຫັນຢູ່ທຸກມື້ ເຫັນເຖິງການເສຍສະຫຼະຂອງພວກເຂົາ ພວກເຂົາບໍ່ໄດ້ກັັບບ້ານ ນອນ ແລະ ກິນຢູ່ໂຮງໝໍເປັນເດືອນໆ ແລະ ຂໍຍົກຍ່ອງໃຫ້ບຸກຄົນເຫຼົ່ານີ້ ເປັນສຸດຍອດມະນຸດ ເພາະເປັນສິ່ງຍາກຫຼາຍທີ່ຄົນຈະສາມາດເຮັດໄດ້ແບບນີ້ ເພື່ອທີ່ຈະດູແລສຸຂະພາບຂອງຄົນເຈັໍບຂອງຜູ້ຕິດເຊື້ອທົ່ວໂລກ…

ຂວັນໃຈຂໍສະແດງຄວາມຊົມເຊີຍ ແລະ ຍະນດີນໍາທັ້ງສອງທີ່ໄດ້ຮັບລາງວັນນີ້ນໍາເດີ້!!!

 

ແບ່ງປັນ