Breaking News

ຮູ້ ຫຼືບໍ່?ວ່າ “Laurene Powell Jobs” ພັນລະຍາຂອງ (STEVE JOBS ວິລະບູລຸດແຫ່ງວົງການໄອທີໂລກ) ເປັນແມ່ຍິງທີ່ເກັ່ງ ແລະ ລວຍທີ່ສຸດໃນໂລກ…

ແບ່ງປັນ

ຮູ້ ຫຼືບໍ່ວ່າ  Laurene Powell Jobs   ພັນລະຍາຂອງ STEVE JOBS ເປັນແມ່ຍິງທີ່ເກັ່ງ ແລະ ລວຍທີ່ສຸດໃນໂລກອັນດັບທີ 8 ເຊິ່ງສ່ວນໜື່ງຂອງຄວາມລວຍແມ່ນມາຈາກມໍລະດົກຕົກຫຸ້ນ  Apple ແລະ  Disney ຈາກສາມີທີ່ລ່ວງລັບໄປແລ້ວນັ້ນກໍຄື Steve Jobs ວິລະບູລຸດແຫ່ງວົງການໄອທີໂລກ… ຫຼາຍຄົນອາດເບິ່ງວ່າແມ່ຍິງຄົນນີ້ໂຊກດີທີ່ໄດ້ແຕ່ງດອງຮ່ວມໃຊ້ຊີວິດຄູ່ກັບ Steve Jobs ເພາະຄົນທົ່ວໂລກຕ່າງກໍພາກັນຍ້ອງວ່າ Steve Jobs ສາມາດປ່ຽນໂລກດ້ວຍນະວັດຕະກຳ ຕັ້ງແຕ່ iPod iPhone ແລະ  iPad

Laurene Powell Jobs, widow of Steve Jobs, is buying a stake in the ...

Steve Jobs - Wikipedia

ແລ້ວເລື່ອງລາວຂອງ Laurene Powell Jobs  ນ່າສົນໃຈແບບໃດ? ມື້ນີ້ຂວັນໃຈຈະມາເລົ່າໃຫ້ຟັງ…

Laurene Powell Jobs & family

ນາງ  Laurene Powell Jobs ເກີດຢູ່ທີ່ລັດ ນິວເຈຊີ ປະເທດສະຫະລັດອາເມລິກາ ປະຫວັດຂອງແມ່ຍິງຄົນນີ້ບໍ່ຄ່ອຍເປັນທີ່ຮູ້ຈັກກັນຫຼາຍປານໃດເພາະວ່າ Laurene Powell ບໍ່ຄ່ອຍໃຫ້ສໍາພາດກັບສື່ຕ່າງໆ ລວມໄປເຖິງຕອນທີ່ Steve Jobs ຍັງມີຊີວິດຢູ່  ລາວເປັນຄົນທີ່ມັກໃຫ້ຄວາມສໍາຄັນກັບເລື່ອງເປັນສ່ວນຕົວຂອງຄອບຄົວ ຈື່ງເຮັດໃຫ້ຍາກທີ່ຈະເຫັນຮູບຄູ່ຂອງທັ້ງສອງຕາມທີ່ສາທາລະນະຕ່າງໆ

ເທົ່າທີ່ມີຂໍ້ມູນ Laurene Powell ຈົບການສຶກສາ ລະດັບປະລິນຍາຕີດ້ານລັດຖະສາດ ແລະ ເສດຖະສາດ ຈາກມະຫາວິທະຍາໄລ ເພນຊິລເວເນຍ ຫຼັງຈາກທີ່ຮຽນຈົບລາວກໍເລີ່ມເຮັດວຽກກ່ຽວກັບສາຍການເງິນ ແລະ ສະຖາບັນຊື່ດັງ Merrill Lynch ແລະ  Goldman Sachs ຕໍ່ມາລາວຈື່ງຕັດສິນໃຈຮຽນຕໍ່ MBA ທີ່ມະຫາວິທະຍາໄລ ສະແຕນຟອດ ເຊິ່ງເລື່ອງນີ້ເອງທີ່ເປັນຈຸດເລີ່ມຕົ້ນໃຫ້ລາວ ແລະ Steve Jobs ໄດ້ພົບກັນ

ໃນປີ  1987 Steve Jobs ໄດ້ຖືກຮັບເຊີນມາບັນຍາຍຢູ່ທີ່ມະຫາວິທະຍາໄລ ສະແຕນຟອດ ຕອນນັ້ນ Steve Jobs ໄດ້ຖືກໄລ່ອອກຈາກ  Apple  ແລະ ກໍລັງກໍ່ຕັ້ງບໍລິສັດໃໝ່ທີ່ຊື່ວ່າ  NeXT  ແລ້ວໂຊກສະຕາຂອງ Laurene Powell ກໍໄດ້ເລີ່ມຂຶ້ນຕອນນີ້… ເຖິງວ່າຕອນນັ້ນ Laurene Powell ຈະບໍ່ໄດ້ຮັບຄວາມສົນໃຈຈາກການບັນຍາຍ  ແລະ ລາວຍັງຄິດວ່າ Steve Jobs ເປັນ Bill Gates ເພາະວ່າເຊີນຊວນຈາກໝູ່ ລາວຈື່ງໄປຟັງບັນຍາຍໃນມື້ນັ້ນ

ໃນມື້ນັ້ນ  Laurene Powell  ແລະ ໝູ່ຂອງລາວຍັງເຂົ້າຫ້ອງຊ້າ ຈື່ງຈໍາຕ້ອງໄດ້ໄປນັ່ງບໍລິເວນທີ່ຖືກກັນໄວ້ສໍາຫຼັບແຂກຄົນພິເສດ ແລະ ໜື່ງໃນນັ້ນກໍຄື Steve Jobs  ເຊິ່ງກາຍມາເປັນຄົນທີ່ນັ່ງຂ້າງໆ Laurene Powell

ລະຫວ່າງທີ່  Steve Jobs  ລໍຖ້າຂຶ້ນບັນຍາຍ ທັງສອງມີໂອກາດໄດ້ລົມກັນ  Laurene Powell  ໄດ້ຕົວະວ່າລາວຈັບສະຫຼາກໄດ້ທີ່ນັ່ງບ່ອນນີ້ ແລະ ລາງວັນຂອງການສ່ຽງໂຊກນີ້ຍັງ ມີໂອກາດຮ່ວມກິນອາຫານກັບຜູ້ບັນຍາຍນໍາອີກ! ຫຼັງຈາກຈົບບັນຍາຍເທິງເວທີ Steve Jobs ກໍໄດ້ຖາມ Laurene Powell ວ່າຈະໄປກິນເຂົ້າກັບລາວບໍ່… ແລະ ຈາກນັ້ນປະມານ 4 ປີ ທັ້ງສອງກໍໄດ້ແຕ່ງງານກັນ ໂດຍມີລູກທັງໝົດ 3 ຄົນ

ຫຼັງຈາກທີ່  Steve Jobs ເສຍຊີວິດຈາກພະຍາດມະເຮັງຕັບອ່ອນໃນປີ 2011 ນອກຈາກຫຸ້ນມູນຄ່າມະຫາສານຂອງ  Apple ແລະ Disney ທີ່ເຮັດໃຫ້  Laurene Powell ແລະ ລູກຂອງລາວ ກາຍເປັນເສດຖີແລ້ວ Steve Jobs ຍັງເປັນບຸກຄົນທີ່ມີິອິດທິພົນຫຼາຍໃນຊີວິດຂອງ  Laurene Powell ນໍາອີກ

ໜື່ງເລື່ອງທີ່ Laurene Powell  ໄດ້ຮຽນຮູ້ຈາກສາມີລາວກໍຄື ການບໍ່ຍອມຮັບວ່າໂລກ ເປັນສິ່ງທີ່ປ່ຽນແປງບໍ່ໄດ້  ລາວເຊື່ອວ່າ ຄົນເຮົາມີສັກກາຍະພາບທີ່ຈະປ່ຽນແປງໂລກໄດ້  ເຊິ່ງຕອນນີ້ Laurene Powell ກໍາລັງໃຫ້ຄວາມສໍາຄັນກັບການກຸສົນ ການບໍລິຈາກເງິນ ແລະ ສ້າງໂຄງການຊ່ວຍເຫຼືອສັງຄົມ! ລາວເຄີຍສໍາພາດວ່າ ຕ້ອງການໃຊ້ຄວາມຮູ້ ແລະ ເຄືອຂ່າຍຄວາມສໍາພັນທີ່ມີຢູ່ໃນການສ້າງປະໂຫຍດໃຫ້ໄດ້ຫຼາຍທີ່ສຸດ

Laurene Powell Jobs says she won't pass on billions to her ...

ໃນປີ 1997 ລາວໄດ້ກໍ່ຕັ້ງ College Track  ອົງການບໍ່ສະແຫວງຫາຜົນກຳໄລ ທີ່ພ້ອມກຽມຄວາມຮູ້ສູ່ມະຫາວິທະຍາໄລ ໃຫ້ກັບເດັກນ້ອຍທີ່ມີລາຍໄດ້ໜ້ອຍ

ໃນປີ 2004 ລາວໄດ້ກໍ່ຕັ້ງ Emerson Collective ແຕ່ບໍ່ແມ່ນອົງກອນການກຸສົນທົ່ວໄປ ແຕ່ປຽບດັ່ງກັບກອງທຶນທີ່ລົງທຶນໃຫ້ກັບ Start Up ໂດຍໃຫ້ຄວາມສໍາຄັນກັບເລື່ອງອົບພະຍົບ ຄວາມເທົ່າທຽມກັນໃນສັງຄົມ ແລະ ການສຶກສາ

ນອກຈາກນັ້ນລາວຍັງນັ່ງຢູ່ໃນຄະນະກຳມະການຂອງອົງກອນເພື່ອສັງຄົມອີກຫຼາຍແຫ່ງ…  Laurene Powell  ຍັງກ່າວອີກວ່າ ລາວໄດ້ຮັບຄວາມຮັ່ງມີຈາກສາມີ ແລະ ເບິ່ງຄືວ່າ ສາມີຂອງລາວກໍບໍ່ຄ່ອຍໄດ້ສົນໃຈກັບການຈັດການເລື່ອງເງິນທອງພໍປານໃດ ລາວຈື່ງຕັດສິນໃຈຈະຈັດສັນມັນໃຫ້ມີປະສິດທະພາບຫຼາຍທີ່ສຸດ ເພື່ອຊ່ວຍເຫຼືອສັງຄົມໃຫ້ມີຄວາມໝັ້ນຄົງ ແລະ ຢືນຍາວ…

 

ແຫຼ່ງຂໍ້ມູນ:
https://www.forbes.com/profile/laurene-powell-jobs/…
https://www.cnbc.com/…/lesson-steve-jobs-shared-with-wife-l…
https://www.businessinsider.com/laurene-powell-jobs-childre…
https://www.businessinsider.com/laurene-powell-jobs-net-wor…

ແບ່ງປັນ