Breaking News

ຄົນທີ່ໄວ້ໃຈສຸດທ້າຍຮ້າຍທີ່ສຸດ!! ຕົ້ນສັງກັດອອກມາຢືນຢັນ ພ້ອມກ່າວຂໍໂທດ ລີຊ່າ BLACKPINK ທີ່ປ່ອຍໃຫ້ເຫດການແບບນີ້ເກີດຂຶ້ນ…

ແບ່ງປັນ

ເປັນຂ່າວທີ່ໄດ້ຮັບຄວາມສົນໃຈຫຼາຍໃນວົງການບັນເທີງໄທໃນມື້ວານນີ້ ທຸກສໍານັກຂ່າວ ໄດ້ອັບເດດກ່ຽວກັບຂ່າວລື ນັກຮ້ອງສາວຊື່ດັງ Idol ຄືສາວ ລີຊ່າ ຫຼຶ ລີຊ່າ BLACKPINK ສາວໄທ 1 ດຽວໃນວົງ Girls Group ຊື່ດັງຂອງເກົາຫລີຄື BLACKPINK ວ່ານັກຮ້ອງສາວ ຖືກອະດີດຜູ້ຈັດການສໍ້ໂກງເງິນຄ່າຕົວຫຼາຍກວ່າ 1 ພັນລ້ານວອນ ຫຼືປະມານ 25,7 ລ້ານບາດ ໂດຍຫຼ້າສຸດທາງຕົ້ນສັງກັດ  YG Entertainment ກໍໄດ້ອອກມາຖະແຫຼງຂ່າວຢືນຢັນກ່ຽວກັບຂ່າວດັ່ງກ່າວແລ້ວ… ໂດຍມີລາຍລະອຽດວ່າ:

Never Seen BLACKPINK Lisa Mad? You Have Now | Kpopmap

“ຫຼັງຈາກທີ່ໄດ້ພິຈາລະນາເລື່ອງນີ້ແລ້ວ ພວກເຮົາຢືນຢັນວ່າ ລີຊ່າ ຖືກອະດີດຜູ້ຈັດການ Mr. A ສໍ້ໂກງເງິນແທ້ ໂດຍທາງ ລີຊ່າ ຫວັງວ່າຈະໄກ່ເກ່ຍບັນຫານີ້ໃຫ້ໄດ້ຮຽບຮ້ອຍໄວທີ່ສຸດ ເພາະເປັນຜູ້ຈັດການທີ່ນາງໄວ້ວາງໃຈມາໂດຍຕະຫຼອດ ເຊິ່ງທາງ Mr.A ກໍໄດ້ສົ່ງເງິນບາງສ່ວນ ແລະ ຕົກລົງທີ່ຈະວາງແຜນການສົ່ງເງິນສ່ວນທີ່ເຫຼືອ ເຊິ່ງຫຼ້າສຸດລາວກໍໄດ້ພົ້ນຈາກສະຖານະພາບການເປັນພະນັກງານແລ້ວ”

“ພວກເຮົາຂໍອະໄພສໍາລັບເຫດການທີ່ເກີດຂຶ້ນກັບແຟນໆທີ່ຮັກໃນຕົວ ສິລະປິນ ພວກເຮົາເສຍໃຈທີ່ Mr. A ນໍາເອົາຄວາມເຊື່ອໃຈຂອງ ສິລະປິນ ມາໃຊ້ໃນທາງທີ່ຜິດ ແລະ ພວກເຮົາຈະວາງແຜນເພື່ອປ້ອງກັນບໍ່ໃຫ້ເຫດການແບບນີ້ເກີດຂຶ້ນອີກ”

LALISA MANOBAN ? (@lalisayeaaah) | Twitter

ນອກຈາກນັ້ນທາງ Market News ໄດ້ລາຍງານຂ່າວເພີ່ມຕຶ່ມວ່າ “Mr. A ເຮັດວຽກເປັນຜູ້ຈັດການໃຫ້ BLACKPINK ມາຕັ້ງແຕ່ Day beaut ໃນປີ 2016 ແລະ ເປັນຄົນທີ່ ລີຊ່າ ໃຫ້ຄວາມໄວ້ວາງໃຈຕັ້ງແຕ່ນາງເລີ່ມກ້າວເຂົ້າມາເປັນສິລະປິນ ເຫດການຄັ້ງນີ້ຈຶ່ງເປັນສິ່ງທີ່ບໍ່ຄາດຄິດວ່າຈະເກີດຂຶ້ນ ເພາະຜູ້ຈັດການຄົນດັ່ງກ່າວເຮັດວຽກກັບ  YG Entertainment ມາເປັນເວລາດົນນານ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກບໍລິສັດ ແລະ ສະມາຊິກຂອງວົງ BLACKPINK ມາໂດຍຕະຫຼອດ”

ໃນລາຍງານຂ່າວຍັງອ້າງອິງເຖິງບົດສໍາພາດຈາກແຫຼ່ງຂ່າວວ່າ “ລີຊ່າ ເປັນສະມາຊິກວົງທີ່ເປັນຄົນຕ່າງຊາດ ນາງມາຢູ່ເກົາຫລີດ້ວຍຕົນເອງຕັ້ງແຕ່ຍັງນ້ອຍ ໜ້າເສຍໃຈທີ່ເຫດຫານແບບນີ້ເກີດຂຶ້ນໃນວົງການດົນຕຣີເກົາຫລີ ມັນເປັນສະຖານະການທີ່ຮ້າຍແຮງຫຼາຍ ແລະ ອາດຈະທໍາລາຍພາບລັກການຈັດການໃນວົງການນີ້ໄດ້”

Lisa from BLACKPINK becomes PRADA ambassador - Somag News

ສໍາລັບສາວ ລີຊ່າ BLACKPINK ນັ້ນ ຖືວ່າເປັນ Idol ຂອງເດັກນ້ອຍ-ແມ່ຍິງ ຫຼາຍຄົນໃນເລື່ອງຂອງຄວາມສາມາດດ້ານການເຕັ້ນ-ຮ້ອງເພງ ແຖມຍັງສາມາດເວົ້າໄດ້ຫຼາກຫຼາຍພາສາ ບໍ່ວ່າຈະເປັນ ໄທ, ເກົາຫລີ, ອັງກິດ, ຍີ່ປຸ່ນ, ຈີນ… ແຖມຍັງເປັນ ສາວໄທ ພຽງ 1 ດຽວ ໃນວົງອີກດ້ວຍ.

Lisa Looks Gorgeous on Her First Solo Magazine Cover in Thailand ...

setlist.fm on Twitter: "? @ygofficialblink #Coachella weekend 2 ...

Coachella 2019: BLACKPINK performs instant replay of last week's set

ທີ່ມາ: The Standard Pop

ຮຽບຮຽງ: Kuanjai

ແບ່ງປັນ