Breaking News

ເປັນປະຫວັດສາດຂອງເວທີ!! ບິ້ນ ສິຣິທອນ ລີອະຣາມວັດ Miss International 2019 ຈະຕ້ອງຄອງຕໍາແໜ່ງ 2 ປີຊ້ອນຍ້ອນ…

ແບ່ງປັນ

ຖືວ່າເປັນຄັ້ງປະຫວັດສາດຂອງເວທີນາງງາມລະດັບໂລກຄືເວທີ  Miss International ທີ່ໄດ້ອອກມາປະກາດຢ່າງເປັນທາງການແລ້ວວ່າ ໃນປີ 2020 ນີ້ ຈະບໍ່ສາມາດຈັດການປະກວດໄດ້ຕາມແຜນທີ່ວາງໄວ້ ໂດຍຕາມແຜນແມ່ນ ໃນປີ 2020 ຈະຈັດການປະກວດຂຶ້ນຢູ່ທີ່ ປະເທດ ຍີ່ປຸ່ນ ແຕ່ເນື່ອງຈາກສະພາບການ ການແຜ່ລະບາດພະຍາດໂຄວິດ-19 ໃນທົ່ວໂລກ ແລະ ລວມທັງປະເທດຍີ່ປຸ່ນ ຈຶ່ງໄດ້ຍຸຕິການປະກວດ ພ້ອມທັງປະກາດໃຫ້ ບິ້ນ ສິຣິທອນ ລີອະຣາມວັດ  Miss International 2019 ສາວງາມຈາກປະເທດໄທຜູ້ຄອງຕໍາແໜ່ງໃນປີກາຍ ຮັບໜ້າທີ່ເປັນ  Miss International 2020 ອີກປີໜຶ່ງ… ແນວໃດກໍຂໍສະແດງຄວາມເຄົາລົບໃນການຕັດສິນໃຈຂອງທາງກອງປະກວດ ພ້ອມທັງສະແດງຄວາມຍິນດີກັບ ສາວບິ້ນ Miss International 2020 ອີກຮອບ1 ເດີ້!!

 

    

ບົດຄວາມ: Kuanjai

ຮູບພາບຈາກ:  Miss International 2019

ແບ່ງປັນ