Breaking News

ຊົມເຊີຍ!! ພະລັງໃນການຊ່ວຍເຫຼືອສັງຄົມຂອງທຸກຄົນ… ສະຫຼຸບຍອດບໍລິຈາກຊ່ວຍເຫຼືອໂຄວິດ-19 2 ເດືອນປາຍ ໄດ້ 11 ຕື້ກວ່າກີບ.

ແບ່ງປັນ

ພະລັງຂອງສັງຄົມນັ້ນສໍາຄັນຫຼາຍ!!! ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າໜ່ວຍງານງົບປະມານ ແລະ ພາລາທິການ ກ່າວໃນພິທີຖະແຫຼງຂ່າວຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 1 ມິຖຸນາ 2020 ຜ່ານມາວ່າ: ຈຳນວນເງິນທີ່ໄດ້ຮັບຈາກການຊ່ວຍເຫຼືອຂອງອົງການຈັດຕັ້ງລັດ ແລະ ພາກສ່ວນຕ່າງໆຂອງສັງຄົມ ແຕ່ວັນທີ 19 ກຸມພາ ຫາ 31 ພຶດສະພາ 2020​ ລວມທັງໝົດເປັນສະກຸນເງິນກີບ 11.791.340.998 ກີບ

ສະກຸນເງິນໂດລາສະຫະລັດ 497.892 ໂດລາ ແລະ ສະກຸນເງິນບາດໄທ 4.581.500 ບາດ ແລະ ໄດ້ຮັບຊ່ວຍເຫຼືອເປັນວັດຖຸ ແລະ ອຸປະກອນຕ່າງໆລວມ 116 ຄັ້ງ ຈາກ 99 ພາກສ່ວນ ລວມມູນຄ່າການຊ່ວຍເຫຼືອເປັນເງິນກີບ 38,95 ຕື້ກີບ, ເປັນເງິນໂດລາ 4,58 ລ້ານໂດລາ ແລະ ເປັນເງິນບາດ 8 ລ້ານບາດ.

ໃນຂະນະທີ່ການເບີກຈ່າຍ ແລະ ແຈກຢາຍເຄື່ອງວັດຖຸ ແລະ ອຸປະກອນການແພດໃນຂອບເຂດທົ່ວປະເທດແຕ່ວັນທີ 19 ກຸມພາ ຫາ 31 ພຶດສະພາ 2020​ ໄດ້ມີການແຈກຢາຍເຄື່ອງຕ່າງໆທີ່ໄດ້ຈາກບ້ວງລັດຖະບານຈັດຊື້ ແລະ ຮັບຈາກການຊ່ວຍເຫຼືອຂອງສັງຄົມ ໃຫ້ບັນດາໂຮງໝໍສູນກາງ, ໂຮງໝໍປິ່ນປົວພະຍາດໂຄວິດ-19 ແລະ ພາກສ່ວນອື່ນໆ ທັງໝົດ 24 ພາກສ່ວນ…

ບົດຄວາມຈາກ: ຊຸບຊິບ Update

ແບ່ງປັນ