Breaking News

ຂ່າວແທ້ ຫຼືຂ່າວລື!! ເວທີນາງລະດັບໂລກ Miss Universe ອາດຈະບໍ່ໄດ້ຈັດການປະກວດ “ຕຸ່ນສີ” ອາດຈະໄດ້ຮັບຕໍາແໜ່ງ 2 ປີຊ້ອນ…

ແບ່ງປັນ

ຖ້າເວົ້າເຖິງເວທີນາງງາມລະດັບໂລກຄື Miss Universe ຄົງບໍ່ມີໃຜທີ່ບໍ່ຮູ້ຈັກ ແລະ ຖ້າເວົ້າຊື່ນີ້ມາເຊື່ອຫຼາຍຄົນຕ້ອງນຶກເຫັນພາບນາງງາມຈັກກະວານຄົນຫຼ້າສຸດຄື Zozibini Tunzi ສາວໄວ 26 ປີ ນາງງາມຕົວແທນຈາກ ອາຟຣິກາໃຕ້. ໂດຍສະເພາະໃນໄລຍະທີ່ໄດ້ຮັບຕໍາແໜ່ງໃໝ່ໆໃນປີ 2019 ຊື່ສຽງຂອງສາວຜິວສີຄົນນີ້ໄດ້ໂດ່ງດັງພໍສົມຄວນ ຈາກຄວາມຄິດ ແລະ ທັດສະນະຄະຕິຕະຫຼອດການປະກວດ ແລະ ການຕອບຄໍາຖາມໃນຄໍ່າຄືນມື້ຕັດສິນ ເຊິ່ງຄົນທົ່ວໂລກຕ່າງເວົ້າອອກມາເປັນສຽງດຽວກັນວ່າ ຕູ່ນສີ ເໝາະສົມກັບຕໍາແໜ່ງ ນາງງາມຈັກກະວານຄົນທີ 68 ຂອງໂລກທີ່ສຸດແລ້ວ.

ໂດຍປະໂຫຍກທີ່ໝາຍເຖິງຄວາມຄິດ ທັດສະນະຄະຕິຂອງນາງທີ່ເປັນສິ່ງທີ່ເຮັດໃຫ້ນາງໄດ້ຮັບຄະແນນ ແລະ ຕໍາແໜ່ງຄົງຈະແມ່ນການຕອບຄໍາຖາມວ່າ “ຂ້ອຍເຕີບໃຫຍ່ໃນສັຄົມທີ່ສີຜິວຄືຂ້ອຍ ຖືກເບິ່ງວ່າບໍ່ງາມເລີຍ ແຕ່ຂ້ອຍຢາກຈະຢຸດຄວາມຄິດນີ້ ແລະ ຢາກໃຫ້ທຸກຄົນເບິ່ງວ່າຂ້ອຍ ເບິ່ງໜ້າຂ້ອຍ ແລະ ໄດ້ເຫັນທຸກຄົນທີ່ຄືຂ້ອຍ ໃຫ້ສະທ້ອນຕົວຕົນທຸກຄົນເມື່ອໄດ້ເບິ່ງຂ້ອຍ” ແລະ ກາຍເປັນວະລີເດັດທີ່ເພຈດັງທົ່ວໂລກນໍາໄປໂພສ!!!

ນອກຈາກນາງຈະໄດ້ຄອບຄອງຕໍາແໜ່ງ Miss Universe 2019 ແລ້ວ ນາງຍັງໄດ້ຮັບມົງກຸດອັນລໍ້າຄ່າ The Power of Unity ທີ່ໃຊ້ປີນີ້ເປັນປີທໍາອິດ ອອກແບບສະໜັບສະໜຸນໂດຍແບຣນແຟຊັນຊັ້ນນໍາລະດັບໂລກ ມູນຄ່າ 5,000,000 ດອນລາສະຫາລັດ. ທີ່ສໍາຄັນ ນາງຍັງເປັນຜູ້ສະໜັບສະໜູນ ແລະ ເຄື່ອນໄຫວເພື່ອສິດທິ ແລະ ຄວາມເທົ່າທຽມຂອງແມ່ຍິງອີກດ້ວຍ…

ປັດຈຸບັນ ຕູ່ນສີ ຍັງຮັບໜ້າທີ່ເປັນ Miss Universe ແລະກຽມສົ່ງຕໍ່ໃຫ້ກັບນາງງາມຈັກກະວານຄົນຕໍ່ໄປຄື Miss Universe 2020… ແຕ່ຍ້ອນສະຖານະການໂຄວິດ ທີ່ແຜ່ລາມໄປທົ່ວໂລກຍັງແຜ່ລະບາດຢູ່ ຈຶ່ງມີຂ່າວລືອອກມາຢ່າງຫຼວງຫຼາຍວ່າເວທີນາງງາມຈັກກະວານດັ່ງກ່າວອາດຈະບໍ່ສາມາດຈັດການປະກວດໄດ້ ແລະ ຕູ່ນສີ ນາງອາດຈະໄດ້ຮັບໜ້າທີ່ເປັນ Miss Universe 2020 ອີກ 1 ປີ ເປັນ 2 ປີຊ້ອນ…

ແຕ່ແນວໃດກໍຕາມສິ່ງດັ່ງກ່າວແມ່ນຍັງເປັນຂ່າວລືເທົ່ານັ້ນ ສ່ວນລາຍລະອຽດກໍຖ້າຟັງການຖະແຫຼງຂ່າວຢ່າງເປັນທາງການຈາກທາງກອງປະກວດເອົາເດີ້ແຟນໆ ແລ້ວຂວັນໃຈ ກໍຈະມາອັບເດດໃຫ້ຮູ້ອີກເທື່ອໜຶ່ງ.

ຂອບໃຈຮູບຈາກ: Facebook: Zozibini Tunzi(MamTolo)

ແບ່ງປັນ