Breaking News

ເປັນກໍາລັງໃຈໃຫ້!! Daniella Álvarez Miss Colombia 2011-2012 ຕ້ອງຕັດຂາເບື້ອງໜຶ່ງຍ້ອນເນື້ອງອກ… “ຂ້ອຍຮັກຮ່າງກາຍຂອງຂ້ອຍຄືເກົ່າ ແລະ ຂ້ອຍມີຄວາມສຸກທີ່ໄດ້ຢູ່ໃນໂລກນີ້ ເພື່ອທ້າທາຍສິ່ງທີ່ຜ່ານເຂົ້າມາໃນຊີວິດໃໝ່ຂອງຂ້ອຍ” 

ແບ່ງປັນ

ເປັນເລື່ອງທີ່ນ້າເສົ້າຫຼາຍ ເມື່ອນາງງາມສາວ “Daniella Álvarez” Miss Colombia 2011-2012 ໂພສຮູບພາບຕົວເອງໃນ IG ພ້ອມເຜີຍໃຫ້ເຫັນວ່າ ຂາເບື້ອງຊ້າຍຂອງນາງຕ້ອງຖືກຕັດອອກ ເນື່ອງຈາກກວດພົບວ່າມີເນື້ອງອກບໍລິເວນເອງ ຈຶ່ງເຮັດໃຫ້ເລືອດບໍ່ສາມາດລົງໄປລ້ຽງບໍລິເວນຂາໄດ້ ເຮັດໃຫ້ຂາຂາດເລືອດ ແລະ ຕ້ອງຕັດຂາໃນທີ່ສຸດ…

ໂດຍນາງໄດ້ເຜີຍຄວາມຮູ້ສຶກຜ່ານຮູບພາບໃນ IG ວ່າ: “ຂ້ອຍຮັກຮ່າງກາຍຂອງຂ້ອຍຄືເກົ່າ ແລະ ຂ້ອຍມີຄວາມສຸກທີ່ໄດ້ຢູ່ເທິງໂລກໃບນີ້ ເພື່ອທ້າທາຍສິ່ງທີ່ຜ່ານເຂົ້າມາໃນຊີວິດໃໝ່ຂອງຂ້ອຍ” ຫຼັງຈາກນັ້ນກໍມີຄົນດັງ ແລະຄົນດັງຫຼາຍຄົນເຂົ້າໄປໃຫ້ກໍາລັງໃຈເປັນຈໍານວນຫຼວງຫຼາຍ…

ແນວໃດກໍຕາມ ການສູນເສຍຂາທີ່ງົດງາມຂອງຄົນທີ່ເປັນນາງ-ນາງແບບນັ້ນ ຖືເປັນເລື່ອງທີ່ໜ້າເສົ້າ ແລະ ຍາກທີ່ຈະທໍາໃຈຫຼາຍ ແຕ່ຈາກຄໍາເວົ້າໃນໂພສແລ້ວກໍຂໍສະແດງຄວາມນັບຖືໃນຄວາມເຂັ້ມແຂງຂອງນາງ ພ້ອມທັງຂໍເປັນກໍາລັງໃຈໃຫ້ນາງຕໍ່ສູ້ກັບພະຍາດຮ້າຍ ແລະ ໄດ້ກັບມາໃຊ້ຊີວິດປົກກະຕິໄວໆເດີ້ ❤️

ในภาพอาจจะมี 9 คน

ແບ່ງປັນ