Breaking News

ອົງການອະນາໄມໂລກ ຮຽກຮ້ອງໃຫ້ຜູ້ນໍາທຸກປະເທດທົ່ວໂລກ ສະແດງເຈດຕະນາເພື່ອເຂົ້າເຖິງວັກຊີນປ້ອງກັນ Covid-19… ບໍ່ໃຫ້ປະເທດມະຫາອໍານາດກັກຕຸ໋ນ!!

ແບ່ງປັນ

ທ່ານ ດຣ. ທີໂດຣສ ອັດຮານອມ ກີບຣີເຢຊູສ ຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ (WHO) ກ່າວວ່າ ວັກຊີນປ້ອງກັນໂຄວິດ -19 ທີ່ຈະມີການຜະລິດໃນອະນາຄົດ ຄວນຖືເປັນສິນຄ້າທີ່ປະເທດຕ່ງໆທົ່ວໂລກ ສາມາດເຂົ້າເຖິງ ເພື່ອຮັບປະກັນວ່າທຸກຄົນສາມາດໄດ້ຮັບວັກຊີນເພື່ອມາຊ່ວຍຊີວິດມະນຸດ.

ຜູ້ນໍາຂອງໂລກຫຼາຍທ່ານໄດ້ສົ່ງເສີມແນວຄິດວ່າ ຈະຜະລິດວັກຊີນເປັນສິນຄ້າສາທາລະນະລະດັບໂລກ ເຊິ່ງແນວຄວາມຄິດນີ້ຄວນໄດ້ຮັບການສົ່ງເສີມຢ່າງຕໍ່ເນື່ອງ ແລະ ຜູ້ນໍາຫຼາຍທ່ານຄວນມີແນວຄວາມຄິດດັ່ງກ່າວ ໂດຍພວກເຮົາຈໍາເປັນຕ້ອງມີການສະແດງເຈດຕະນາ ຄວາມມຸ່ງໝັ້ນທາງການເມືອງທົ່ວໂລກ ແລະ ເປັນມະຕິລະດັບໂລກ ກ່ອນຈະຜະລິດວັກຊີນສໍາເລັດ.

ເຖິງແນວໃດກໍຕາມ ທ່ານ ດຣ. ທີໂດຣສ ຍັງໄດ້ກ່າວຕຶ່ມອີກວ່າ ພວກເຮົາຍັງມີຄວາມກັງວົນວ່າ ບາງປະເທດເຊັ່ນ ອາເມລິກາ ອາດຈະກັກຕຸ໋ນວັກຊີນ ຫຼືຢາຕ້ານໂຄວິດ-19 ທີ່ຜະລິດໄດ້ ເພື່ອນໍາໄປຕໍ່ສູ່້ກັບໂຄວິດໃນປະເທດ ຈົນເຮັດໃຫ້ປະເທດທຸກຍາກ ບໍ່ສາມາດເຂົ້າເຖິງວັກຊີນດັ່ງກ່າວໄດ້…

Coronavirus: Public Health Emergency or Pandemic – Does Timing ...

ແບ່ງປັນ