ມີໃຜຍັງຈື່ສາວຄົນນີ້ໄດ້ບໍ່?? “H’hen niê” Miss Universe Vietnam 2018 ນາງງາມທີ່ເຄີຍຖືກຜູ້ເຂົ້າປະກວດຫຼາຍຄົນດູໝິ່ນເລື່ອງການໃຊ້ພາສາອັງກິດ ຈົນກາຍເປັນກະແສດຣາມ່າດັງພໍສົມຄວນໃນໄລຍະນັ້ນ!! ແຕ່ໃນກະແສດຣາມ່ານັ້ນ ກໍເຮັດໃຫ້ນາງໄດ້ມີໂອກາດເປີດເຜີຍຕົວຕົນເຖິງຖານະທາງບ້ານ ການສູ້ຊີວິດຂອງນາງ ຈົນມາຢືນຢູ່ເວທີລະດັບໂລກ ຄືເວທີ Miss Universe ໄດ້ ແລະ ໃນທີ່ສຸດນາງກໍໄດ້ພິສູດໃຫ້ທຸກຄົນເຫັນວ່າ ອຸປະສັກດ້ານພາສາບໍ່ແມ່ນສິ່ງທີ່ກີດກັ້ນຄວາມສາມາດຂອງນາງ ຈົນເຮັດໃຫ້ “H’hen niê” ຕິດອັນດັບ Top5 Miss Universe 2018 ໃນການປະກວດ…

ຫຼັງຈາກການປະກວດສິ້ນສຸດລົງ ນາງກໍໄດ້ໃຈແຟນຄຣັບນາງງາມໄປເຕັມໆ ທັງແຟນຄຣັບຈາກ ຫວຽດນາມ ທີ່ຮັກ ແລະ ເຊຍຢູ່ແລ້ວ ນາງຍັງໄດ້ໃຈແຟນນາງຈາກທົ່ວໂລກໄປຫຼາຍຄົນ ເພາະຕ່າງກໍຫຼົງຮັກໃນຄວາມສູ້ຊີວິດ ແລະ ການໃຊ້ຊີວິດທີ່ລຽບງ່າຍ ບໍ່ຫຼູຫຼາ ເພາະຄອບຄົວບໍ່ແມ່ນຄົນມີຖານະ ເຮືອນທີ່ຢູ່ກໍເປັນເຮືອນໄມ້ທໍາມະດາ ແຕ່ຄອບຄົວກໍຮັກກັນ ແລະ ມີຄວາມສຸກດີ… ຈາກມື້ນັ້ນຈົນຮອດມື້ນີ້ເປັນເວລາປີປາຍ ນາງກໍຍັງໄດ້ຮັບຄວາມນິຍົມຕະຫຼອດມາ ຈົນຫຼ້າສຸດ ໄດ້ມີ VDO ເປີດເຮືອນຫຼັງໃຫຍ່ ທີ່ສ້າງຈາກເຫື່ອແຮງຂອງຕົນເອງ ເພື່ອພໍ່-ແມ່ ເຊິ່ງກໍເຮັດໃຫ້ນາງພູມໃຈຫຼາຍໃນຄວາມສໍາເລັດຄັ້ງນີ້ ບັນດາແຟນຄຣັບຮ່ວມສະແດງຄວາມຍິນດີກັບ H’hen niê ຢ່າງລົ້ນຫຼາມ…













VDO ເປີດເຮືອນຂອງ H’hen niê
ຮູບພາບຈາກ: H’Hen Niê