Breaking News

ຮູ້ແລ້ວປ່ຽນດ່ວນ!! 6 ເລື່ອງທີ່ຜິດພາດທີ່ສຸດຂອງມະນຸດເງິນເດືອນ…

ແບ່ງປັນ

ມະນຸດເງິນເດືອນສ່ວນໃຫຍ່ ມີລາຍໄດ້ທາງດຽວ ແລະ ມັກໝົດໄປຫຼັງຈາກໄດ້ຮັບມາບໍ່ຮອດເຄິ່ງເດືອນ ນອກຈາກຕ້ອງຄຣຽດເລື່ອງວຽກແລ້ວ ຍັງຕ້ອງມາຄິດຫຼາຍເລື່ອງເງິນບໍ່ພໍຈ່າຍອີກ ສາເຫດຫຼັກຂອງບັນຫາເຫຼົ່ານັ້ນແມ່ນເກີດຈາກ ໃຊ້ເງິນຜິດພາດ ລອງມາເບິ່ງນໍາກັນວ່າ ພຶດຕິກໍາຜິດພາດມີຫຍັງແດ່…

มนุษย์เงินเดือนลงทุนอะไรดี | Plearn เพลิน

ສ້າງໜີ້ສິນ ກ່ອນສ້າງຊັບສິນ

   ມະນຸດເງິນເດືອນສ່ວນຫຼາຍ ຢາກມີຊີວິດທີ່ອິດສະຫຼະ ຫຼາຍໆຄົນຈຶ່ງຕັດສິນໃຈເລີ່ມດາວເຮືອນ ດາວຄອນໂດມີນ່ຽມ ດາວລົດ ແຕ່ຢ່າລືມວ່າ ການກູ້ຢືມເງິນຍ່ອມມາພ້ອມກັບດອກເບ້ຍ ຍິ່ງຢືມຫຼາຍ ດອກເບ້ຍຍິ່ງສູງ ເພື່ອຈະດາວໝົດມັກຈະໃຊ້ເວລາຫຼາຍກວ່າ 10 ປີ ດັ່ງນັ້ນ ແທນທີ່ຈະຢືມເງິນ ຄວນອົດທົນເກັບອອມຈົນໄດ້ເງິນກ້ອນພຽງພໍຕໍ່ການຊື້ເຮືອນ ຊື້ລົດ ເຮັດແບບນີ້ຈະບໍ່ຕຶງຄຽດ ແຖມຍັງບໍ່ຕ້ອງຮັບພາລະເລື່ອງດອກເບ້ຍອີກ 

6 นิสัยสร้างหนี้ ที่ต้องแก้ไขด่วน - MoneyHub

ບໍ່ວາງແຜນຕອນກະສຽນອາຍຸ

ຢ່າລືມວ່າມະນຸດເງິນເດືອນ ຕ້ອງຮັບຜິດຊອບຕົວເອງໃນໄວກະສຽນນໍາ ແລະ ຖ້າຕັດສິນໃຈຈະໃຊ້ຊີວິດໂສດໃນບັ້ນປາຍ ຍິ່ງຕ້ອງກຽມຕົວກ່ອນກະສຽນໃຫ້ດີ ບໍ່ວ່າຈະເປັນຄ່າປິ່ນປົວຕົວເອງ ຄ່າການດໍາລົງຊີວິດ ທາງອອກເລື່ອງນີ້ຄື ຕ້ອງເລີ່ມຈາກຄ່ອຍໆແບ່ງເງິນເດືອນມາເກັບອອມ ເລີ່ມຈາກ 5% ຂອງລາຍໄດ້ຈະຍິ່ງດີ

คริสเตียนจำเป็นต้องวางแผนหรือไม่ – คริสตจักรใจสมาน – Jaisamarn ...

ເປັນທາດຂອງຄວາມຟຸມເຟືອຍ

ຄວາມສຸກຂອງມະນຸດເງິນເດືອນສ່ວນໃຫຍ່ຄື ໄດ້ໃຊ້ເງິນຊື້ຄວາມສຸກ ບໍ່ວ່າຈະເປັນ ກິນກາເຟຮ້ານຫຼູໆ ໄປສັງສັນຫຼັງເລີກວຽກ ໃຊ້ກະເປົ໋າແບຣນເນມ ເຄື່ອງສໍາອາງລາຄາແພງ ສິ່ງຕ່າງໆເຫຼົ່ານີ້ກະຕຸ້ນໃຫ້ຄົນເຮົາຢາກມີ ຢາກໄດ້ຢູ່ຕະຫຼອດ ແຕ່ຢ່າລືມວ່າ ການຕັດສິນໃຈເລືອກກິນ ເລືອກໃຊ້ ເລືອກຊື້ຫຍັງ ຄວນຄໍານຶງເຖິງສະຖານະພາບທາງການເງິນຂອງຕົວດີກວ່າ ມີໜ້ອຍໃຊ້ໜ້ອຍ ເຖິງມີຫຼາຍກໍບໍ່ຈໍາເປັນຕ້ອງໃຊ້ຫຼາຍ ທ້ອນເງິນເພື່ອຄວາມສຸກໃນອະນາຄົດດີກວ່າ

7 เรื่องพลาดในการ "ใช้เงิน" ที่ทำให้คุณไม่รวยสักที | Girlsfriend Club

ບໍ່ດູແລສຸຂະພາບ

ມະນຸດເງິນເດືອນຫຼາຍຄົນມັກອອກປາກ ເຮັດວຽກມາເມື່ອຍ ຈະກິນອາຫານທັ້ງທີຕ້ອງເນັ້ນທີ່ແຊບ ອຸດົມໄປດ້ວຍໄຂມັນ ແລະ ຄາໂບຮາຍເດຣດ ເຄື່ອງດື່ມນໍ້າຕານສູງ… ຂໍ້ອ້າງສາລະພັດຂອງການບໍ່ອອກກໍາລັງກາຍເຊັ່ນ ເມື່ອຍຈາກການເຮັດວຽກ ຍິ່ງໄປກວ່ານັ້ນຫຼາຍໆຄົນຍັງມັກດຶ່ມ ແອລກໍຮໍ ສູບຢາ ເອີ້ນໄດ້ວ່າ ທໍາລາຍສຸຂະພາບຕົວເອງຕັ້ງແຕ່ອາຍຸຍັງນ້ອຍ ແຕ່ການປ່ອຍປະລະເລີຍບໍ່ເບິ່ງແຍງສຸຂະພາບຕົວເອງຕັ້ງແຕ່ຕອນຍັງເປັນໜຸ່ມສາວ ມັກຈະມາປາກົດພະຍາດຮ້າຍໃນຊ່ວງປາຍໄວເຮັດວຽກ ຮອດຕອນນັ້ນ Office ກໍບໍ່ມີສະວັດດີການມາເບິ່ງແຍງສຸຂະພາບໃຫ້ແລ້ວ

10.ทำไม่จึงต้องออกกำลังกาย - exerciseforhealth

ບໍ່ພັດທະນາຕົວເອງ

ຫຼາຍໆຄົນທີ່ເຮັດວຽກປະຈໍາຢູ່ ມັກຈະນິ່ງນອນໃຈ ເພາະເຫັນວ່າ ດ້ວຍຄວາມຮູ້ຄວາມສາມາດທີ່ມີຢູ່ທຸກມື້ນີ້ ກໍພຽງພໍຢູ່ແລ້ວສໍາລັບຕໍາແໜ່ງວຽກທີ່ເຮັດຢູ່ ຢ່າລືມວ່າ ໂລກເຮົາໝູນໄປທຸກມື້ Technology ແລະ ຄວາມຮູ້ໃໝ່ໆ ເກີດຂຶ້ນທຸກມື້ ມີນັກສຶກສາຈົບໃໝ່ທຸກປີ ແມ່ນຢູ່ວ່າ ຄວາມສາມາດຂອງເຈົ້າບໍ່ດ້ອຍລົງ ພຽງແຕ່ມີຄົນທີ່ເໝາະສົມກວ່າ ຄ່າຈ້າງຖືກກວ່າ ເຖິງຕອນນັ້ນເຈົ້າຈະມີບ່ອນຢືນບໍ່ ສະນັ້ນ ຢ່າລືມຊອກຄວາມຮູ້ ເພີ່ມປະສົບການບໍ່ວ່າຈະເປັນວຽກທີ່ຕົວເອງເຮັດຢູ່ ລວມໄປເຖິງວຽກອ້ອມຂ້າງ ແລະ ຢ່າລືມທີ່ຈະສ້າງ Connection ເຮັດດີກັບທຸກຄົນ ເພາະໂລກນີ້ມັນກົມ ບໍ່ມີໃຜຮູ້ດອກວ່າ ມື້ອື່ນເຈົ້າອາດຈະຕ້ອງການຄວາມຊ່ວຍເຫຼືອຈາກໃຜ

วิจัยและพัฒนาตัวเอง - Mission to the Moon

ບໍ່ກຽມພ້ອມຖືກເຊົາຈ້າງ (ໄລ່ອອກ)

ອະນາຄົດເປັນເລື່ອງທີ່ບໍ່ແນ່ນອນ ມີຕົວຢ່າງການຖືກເຊົາຈ້າງວຽກ ໂດຍບໍ່ມີການແຈ້ງລ່ວງໜ້າໃຫ້ເຫັນຫຼາຍ ການເພິ່ງພາລາຍໄດ້ຈາກເງິນເດືອນພຽງຢ່າງດຽວ ຖືວ່າເປັນຄວາມສ່ຽງຢ່າງໜຶ່ງ ໃນໄລຍະຂອງການເຮັດວຽກປະຈໍາ ເຈົ້າຄວນຊອກຫາງານອະດິເຣກ ທີ່ສາມາດກໍ່ໃຫ້ເກີດລາຍໄດ້ເສີມ ລວມໄປເຖິງ ຢ່າລືມແບ່ງເວລາໄປຊອກຫາຄວາມຮູ້ດ້ານການຈັດການເງິນ ຢ່າງໜ້ອຍເລື່ອງຂອງການຫຼຸດຜ່ອນພາສີ ຫຼືການນໍາເງິນເກັບໄປລົງທຶນຕໍ່ຍອດ ດ້ວຍຜະລິດຕະພັນທາງການເງິນ ຫຼືການລົທຶນໃນຮູບແບບຕ່າງໆ

6 วิธีปรับตัวแล้วไปต่อ ในวันที่ถูกปลดออกจากงานแบบฟ้าแลบ

ທຸກຄົນຮູ້ແບບນີ້ແລ້ວ ມະນຸດເງິນເດືອນຄືເຮົາກໍຄວນຫຼຸດ ຢຸດ-ເຊົາ ພຶດຕິກໍາການໃຊ້ເງິນເຫຼົ່ານີ້ ແລະ ຫັນກັບມາໃສ່ໃຈວາງແຜນ ແລະ ໃສ່ໃຈການໃຊ້ເງິນທຸກກີບ ໃຫ້ຄຸ້ມຄ່າຕໍ່ອະນາຄົດ ເຊື່ອເທາະວ່າ ເຈົ້າຈະກາຍເປັນມະນຸດເງິນເດືອນທີ່ມີຄຸນນະພາບທີ່ສຸດ.

Cr: WealthMeUp

ແບ່ງປັນ