ຖືເປັນການສູນເສຍຄັ້ງຍິ່ງໃຫຍ່ຂອງ ພຸດທະສາສະນິກະຊົນ ໂດຍສະເພາະຄົນລາວເຮົາ ທີ່ໄດ້ສູນເສຍອົງພຣະຍອດແກ້ວ ມະຫາງອນ ແລະ ວັນເວລາຊາປະນະກິດສົບກໍໃກ້ຈະມາຮອດແລ້ວ

ໃນຕອນຄໍ່າວັນທີ 25 ມິຖຸນາ 2020, ທີ່ ຫໍທຳມະສະພາ ນະຄອນຫຼວງວຽງຈັນ ພຸດທະສາສະນິກະຊົນ ກໍໄດ້ຫຼັງໄຫຼເຂົ້າກຣາບ ພຣະສະຣີຣະສັງຂານ ຂອງອົງພຣະຍອດແກ້ວ ທີ່ໄດ້ປະດິດສະຖານໄວ້ທີ່ ຫໍທໍາມະສະພາ ຊັ້ນ 2 ວັດພຣະທາດຫລວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ
ກ່ອນທີ່ຈະຮອດມື້ຊາປະນະກິດ ໃນມື້ນີ້ ວັນທີ 26 ມິຖຸນາ 2020 ໂດຍຈະມີລາຍລະອຽດດັ່ງນີ້:
ວັນສຸກ ວັນທີ 26 ມິຖຸນາ 2020
* ເວລາ 13:00 ໂມງ ເຄື່ອນພຣະສະຣີຣະສັງຂານ (ພຣະສົບ) ຂອງອົງພຣະຍອດແກ້ວ ອອກຈາກຫໍທຳມະສະພາສູ່ພຣະເມຣຸມາດຈິຕະກາທານ (ເມນ) ທີ່ເດີ່ນພຣະທາດຫລວງ;
* ເວລາ 14:00 ໂມງ ພິທີທາງການ ແລະ ສາສະນະພິທີຕາມວາລະ;
* ເວລາ 20:00 ໂມງ ພິທີຖວາຍດອກໄມ້ທູບທຽນ ແລະ ຖວາຍພຣະເພີງ;
ວັນເສົາ ວັນທີ 27 ມິຖຸນາ 2020
* ເປັນມື້ບັນຈຸພຣະອັດຖິທາດ (ເກັບດູກ) ແລະ ບໍາເພັນບຸນກຸສົນ ສູດປະຣິດຕະມຸງຄຸນ ຖວາຍທານ ຢູ່ທີ່ຫໍທໍາມະສະພາ ຊັ້ນ 2;
ວັນອາທິດ ວັນທີ 28 ມິຖຸນາ 2020
* ເວລາ 7:00 ໂມງ ພິທີຕັກບາດ-ຖວາຍມະຫາທານ ແລະ ເຄື່ອງໄທຍະທານທັງຫລາຍ ແດ່ພຣະສົງໝູ່ໃຫຍ່ 108 ອົງ.






Cr: ອິນໄຊລາວ